50 ຈຸດສຳ​ຄັນໃນບົດລາຍງານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ

2022-10-28 17:52:27 cri


ໃນບົດລາຍງານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ມີຈຸດສຳຄັນ 50 ຈຸດດັ່ງນີ້:

1,ຫົວຂໍ້ຫຼັກຂອງກອງປະຊຸມໃຫຍ່

ຫົວຂໍ້ຫຼັກຂອງກອງປະຊຸມໃຫຍ່ແມ່ນ: ຊູຄັນທຸງອັນຍິ່ງໃຫຍ່ແຫ່ງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຜັນຂະຫຍາຍແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ຢ່າງຮອບດ້ານ, ເສີມຂະຫຍາຍນ້ຳໃຈສ້າງຕັ້ງພັກອັນຍິ່ງໃຫຍ່, ໝັ້ນໃຈຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮັກສາທາດແທ້ ແລະປະດິດສ້າງ, ບຸກໜ້າບືນຕົວ, ກ້າວໄປຂ້າງໜ້າດ້ວຍຄວາມກ້າຫານແລະທໍລະຫົດອົດທົນ, ສາມັກຄີກັນບາກບັ່ນສູ້ຊົນ ເພື່ອສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ ແລະຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານ.

2, “3 ຈຳເປັນ”

ບັນດາສະຫາຍໃນທົ່ວພັກຈຳເປັນຕ້ອງບໍ່ລືມອຸດົມການແຕ່ຫົວທີ, ຈົດຈຳພາລະກຳໃຫ້ໜັກແໜ້ນ, ຈຳເປັນຕ້ອງມີຄວາມຖະໜອມຖ່ອມຕົວ ແລະສຸຂຸມຮອບຄອບ, ບາກບັ່ນສູ້ຊົນຢ່າງທໍລະຫົດອົດທົນ, ຈຳເປັນຕ້ອງກ້າຕໍ່ສູ້, ຮູ້ວິທີຕໍ່ສູ້ ແລະມີຄວາມໝັ້ນໃຈຕໍ່ປະຫວັດສາດຂອງຕົນເອງຢ່າງໜັກແໜ້ນ, ເພີ່ມທະວີຄວາມເປັນເຈົ້າການທາງປະຫວັດສາດ, ຂຽນປະຫວັດສາດໜ້າໃໝ່ທີ່ສະຫງ່າງາມກວ່າເກົ່າແຫ່ງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່.

3, “3 ເຫດການທີ່ມີຄວາມໝາຍຕົວຈິງທີ່ສຳຄັນ”

ຕະຫຼອດໄລຍະເວລາ 10 ປີຜ່ານມານີ້, ພວກເຮົາໄດ້ຜ່ານຜ່າເຫດການເດັ່ນ 3 ເຫດການທີ່ມີຄວາມໝາຍຕົວຈິງທີ່ສຳຄັນ ແລະມີຄວາມໝາຍປະຫວັດສາດທີ່ເລິກເຊິ່ງຍາວໄກຕໍ່ພາລະກິດຂອງພັກ ແລະຂອງປະຊາຊົນ ຄື: ໜຶ່ງແມ່ນໄດ້ຕ້ອນຮັບການຄົບຮອບ 100 ປີແຫ່ງການສ້າງຕັ້ງພັກກອມມູນິດຈີນ, ສອງແມ່ນສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໄດ້ເຂົ້າສູ່ຍຸກໃໝ່, ສາມແມ່ນສຳເລັດໜ້າທີ່ປະຫວັດສາດແຫ່ງການລຶບລ້າງຄວາມທຸກຍາກ ແລະການສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ, ບັນຸລເປົ້າໝາຍສູ້ຊົນ 100 ປີ ປະການທີ 1 .

ທັງໝົດນີ້ຖືເປັນໄຊຊະນະຄັ້ງປະຫວັດການຂອງພັກຄອມມູນິດຈີນ ແລະປະຊາຊົນຈີນໃນການສາມັກຄີບາກບັ່ນສູ້ຊົນ, ແມ່ນໄຊຊະນະຄັ້ງປະຫວັດການອັນໂດດເດັ່ນໃນປະຫວັດສາດແຫ່ງການພັດທະນາປະຊາຊາດຈີນ ແລະກໍແມ່ນໄຊຊະນະຄັ້ງປະຫວັດການທີ່ມີຜົນສະທ້ອນເລິກເຊິ່ງຍາວໄກຕໍ່ໂລກອີກດ້ວຍ.

4, ເຮັດໃຫ້ລັດທິມາກບັນລຸການກ້າວກະໂດດຄັ້ງໃໝ່ໃນການຫັນເປັນແບບຈີນ ແລະໄປພ້ອມກັບຍຸກສະໄໝ

ພວກເຮົາໄດ້ປະດິດສ້າງແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່, ໄດ້ກຳນົດຢ່າງຈະແຈ້ງກ່ຽວກັບທິດທາງຍຸດທະສາດພື້ນຖານແຫ່ງການຍຶດໝັ້ນ ແລະພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ໄດ້ສະເໜີທັດສະນະໃໝ່, ແນວຄິດໃໝ່ ແລະຍຸດທະສາດໃໝ່ຕ່າງໆກ່ຽວກັບການປົກຄອງບໍລິຫານປະເທດ,ເຮັດໃຫ້ລັດທິມາກບັນລຸການກ້າວກະໂດດຄັ້ງໃໝ່ໃນການຫັນເປັນແບບຈີນ ແລະໄປພ້ອມກັບຍຸກສະໄໝ, ໄດ້ຍຶດໝັ້ນນຳໃຊ້ທິດສະດີທີ່ປະດິດສ້າງໃໝ່ດັ່ງກ່າວນີ້ ມາຝຶກຝົນຫຼໍ່ຫຼອມແນວຄິດ, ຊີ້ນຳພຶດຕິກຳ ແລະຊຸກຍູ້ວຽກງານ, ອັນເປັນຫຼັກການພື້ນຖານໃຫ້ແກ່ການພັດທະນາພາລະກິດຂອງພັກ ແລະປະເທດຊາດໃນຍຸກໃໝ່.

5, ກ້າວເຂົ້າສູ່ຖັນແຖວປະເທດແຫ່ງການປະດິດສ້າງ

ໃນດ້ານການຄົ້ນຄວ້າພື້ນຖານ ແລະການປະດິດສ້າງໃໝ່ ແມ່ນໄດ້ຮັບການເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງ, ການຄົ້ນຄວ້າເຕັກນິກແກນກາງທີ່ສຳຄັນຈຳນວນໜຶ່ງ ໄດ້ຮັບການບຸກທະລຸ,  ອຸດສາຫະກຳຈະເລີນໃໝ່ທີ່ມີລັກສະນະຍຸດທະສາດໄດ້ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນ, ໂຄງການການບິນອະວະກາດບັນທຸກຄົນ, ໂຄງການສຳຫຼວດ ດວງຈັນ ແລະດາວອັງຄານ, ໂຄງການສຳຫຼວດທະເລເລິກ ແລະດິນເລິກ, ໂຄງການຊຸບເປີຄອມພິວເຕີ, ໂຄງການດາວທຽມນຳທາງ, ໂຄງການເຕັກໂນໂລຊີຂໍ້ມູນຂ່າວສານດ້ວຍ “ກວນຕົມ”, ເຕັກນິກໄຟຟ້ານີວເຄລຍ, ເຕັກນິກພະລັງງານໃໝ່, ການຜະລິດເຮືອບິນຂະໜາດໃຫຍ່, ຢຸກຢາຊີວະພາບ ແລະດ້ານອື່ນໆ ໄດ້ຮັບໝາກຜົນສຳຄັນ, ເຮັດໃຫ້ປະເທດພວກເຮົາກ້າວເຂົ້າສູ່ຖັນແຖວປະເທດແຫ່ງການປະດິດສ້າງ.

6, ໄດ້ຊອກເຫັນຄຳຕອບທີ່ຕ່າງກັບກົດເກນປະຫວັດສາດແຫ່ງການຈາກຄວາມຈະເລີນໄປສູ່ຄວາມຊຸດໂຊມ

ໂດຍຜ່ານຈາກຄວາມພະຍາຍາມຢ່າງບໍ່ລົດລະ, ພັກໄດ້ຊອກເຫັນຄຳຕອບທີ່ຕ່າງກັບກົດເກນປະຫວັດສາດແຫ່ງການຈາກຄວາມຈະເລີນໄປສູ່ຄວາມຊຸດໂຊມ, ນັ້ນກໍຄື: ການປະຕິວັດໂດຍຕົນເອງ, ເຮັດໃຫ້ຄວາມສາມາດຂອງພັກໃນການສະສາງລ້າງສວ່າຍຕົນເອງ, ປັບປຸງຕົນເອງ,ປະຕິຮູບຕົນເອງ ແລະຍົກລະດັບຕົນເອງໄດ້ເພີ່ມຂຶ້ນຢ່າງເດັ່ນຊັດ,  ສະພາບການທີ່ຄຸ້ມຄອງບໍລິຫານພັກແບບໂຍະຍານແລະອ່ອນແອຖືກປ່ຽນແປງຈາກດ້ານກົກຮາກ, ສະພາບແວດລ້ອມທາງການເມືອງພາຍໃນພັກທີ່ປອດໃສໄດ້ຈໍ່ຕົວຂຶ້ນ ແລະໄດ້ຮັບການພັດທະນາເລື້ອຍໆ, ໄດ້ຮັບປະກັນໃຫ້ພັກບໍ່ປ່ຽນທາດແທ້, ບໍ່ປ່ຽນສີ ແລະບໍ່ປ່ຽນກິ່ນ.

7, ນິມິດໝາຍໃນປະຫວັດສາດ

ການປ່ຽນແປງອັນຍິ່ງໃຫຍ່ໃນ 10 ປີຂອງຍຸກໃໝ່ ແມ່ນນິມິດໝາຍໃນປະຫວັດສາດພັກ, ປະຫວັດສາດປະເທດຈີນໃໝ່, ປະຫວັດສາດການປະຕິຮູບ ແລະເປີດປະຕູສູ່ພາຍນອກ, ປະຫວັດສາດການພັດທະນາສັງຄົມນິຍົມ ແລະປະຫວັດສາດການພັດທະນາຂອງປະຊາຊາດຈີນ.

8, ສະເໝີຕົ້ນສະເໝີປາຍ ໃນ 3ດ້ານ

ພັກຄອມມູນິດຈີນໄດ້ກ້າວເດີນຢູ່ແຖວໜ້າແຫ່ງຍຸກສະໄໝຢ່າງສະເໝີຕົ້ນສະເໝີປາຍໃນຂະບວນວິວັດປະຫວັດສາດທີ່ສະພາບການຂອງໂລກເກີດມີການປ່ຽນແປງຢ່າງເລິກເຊິ່ງ, ກາຍເປັນຫຼັກແຫຼ່ງຂອງປະຊາຊົນທົ່ວປະເທດຢ່າງສະເໝີຕົ້ນສະເໝີປາຍໃນຂະບວນວິວັດປະຫວັດສາດແຫ່ງການຮັບມືກັບຄວາມສ່ຽງ ແລະການທົດສອບທັງພາຍໃນ ແລະຕ່າງປະເທດ, ກາຍເປັນແກນນຳທີ່ເຂັ້ມແຂງຢ່າງສະເໝີຕົ້ນສະເໝີປາຍໃນຂະບວນວິວັດປະຫວັດສາດແຫ່ງການຍຶດໝັ້ນແລະພັດທະນາສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ.

9, ເວົ້າລວມແລ້ວແມ່ນຍ້ອນມີສອງຢ່າງນີ້

ພຶດຕິກຳໄດ້ບົ່ງບອກໃຫ້ພວກເຮົາຮູ້ວ່າ, ພັກຄອມມູນິດຈີນເປັນຫຍັງຈຶ່ງມີຄວາມສາມາດ, ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນເປັນຫຍັງຈິ່ງດີ, ເວົ້າລວມແລ້ວແມ່ນຍ້ອນມີລັດທິມາກທີ່ດີ, ແລະມີລັດທິມາກທີ່ຫັນເປັນແບບຈີນແລະໄປພ້ອມກັບຍຸກສະໄໝ.

10, “2 ສົມທົບ”

ການທີ່ຍຶດໝັ້ນແລະພັດທະນາລັດທິມາກ, ຕ້ອງສົມທົບກັບສະພາບຕົວຈິງຂອງຈີນ.

ການທີ່ຍຶດໝັ້ນແລະພັດທະນາລັດທິມາກ, ຕ້ອງສົມທົບກັບມູນເຊື້ອວັດທະນະທຳອັນດີງາມຂອງຈີນ.

11, “6 ຕ້ອງຍຶດໝັ້ນ”

ການທີ່ສືບຕໍ່ຊຸກຍູ້ການປະດິດສ້າງດ້ານທິດສະດີບົນພື້ນຖານພຶດຕິກຳຕົວຈິງນັ້ນ ກ່ອນອື່ນ ຕ້ອງກຳກັບໂລກະທັດ ແລະວິທີກຳຂອງແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ໃຫ້ດີ, ຍຶດໝັ້ນ ແລະໝູນໃຊ້ຫຼັກໝັ້ນ, ທັດສະນະ ແລະວິທີກຳຢູ່ໃນແນວຄິດດັ່ງກ່າວນັ້ນໃຫ້ດີ.

ຕ້ອງຍຶດໝັ້ນຖືປະຊາຊົນສຳຄັນກວ່າໝູ່.

ຕ້ອງຍຶດໝັ້ນໃນການໝັ້ນໃຈຕົນເອງ ແລະເພິ່ງຕົນເອງ

ຕ້ອງຍຶດໝັ້ນການຮັກສາທາດແທ້ ແລະປະດິດສ້າງ

ຕ້ອງຍຶດໝັ້ນຖືການແກ້ໄຂບັນຫາເປັນທິດຊີ້ນຳ

ຕ້ອງຍຶດໝັ້ນທັດສະນະຄວາມເປັນລະບົບ

ຕ້ອງຍຶດໝັ້ນໃນການຫ່ວງໃຍຊາຕາກຳຂອງໂລກ

12, ຈຸດພື້ນຖານອັນໜຶ່ງ

ເສັ້ນທາງສຳເລັດຜົນທີ່ພັກບາກບັ່ນສູ້ຊົນມາເປັນເວລາ 100 ປີແມ່ນພັກນຳພາປະຊາຊົນບຸກເບີກສ້າງຂຶ້ນຢ່າງເປັນເອກະລາດແລະເປັນເຈົ້າຕົນເອງ, ລັດທິມາກແບບຈີນແມ່ນກຳເນີດມາຈາກພຶດຕິກຳຕົວຈິງຂອງຊາວກອມມູນິດຈີນໂດຍອາໄສກຳລັງແຮງຕົນເອງ ເຊິ່ງໃນນັ້ນ ຈຸດພື້ນຖານອັນໜຶ່ງກໍຄື ບັນຫາຂອງຈີນຕ້ອງໃຫ້ຄົນຈີນເປັນຜູ້ແກ້ໄຂເອງໂດຍເລີ່ມຈາກສະພາບພື້ນຖານແຫ່ງຊາດຂອງຈີນ.

13, “3 ບໍ່ຫວັ່ນໄຫວຄອນແຄນ”

ພວກເຮົາຕ້ອງປະຕິບັດຕໍ່ວິທະຍາສາດດ້ວຍທັດສະນະທ່າທີວິທະຍາສາດ, ສະແຫວງຫາສັດຈະທຳດ້ວຍນ້ຳໃຈສັດຈະ, ຍຶດໝັ້ນຫຼັກມູນພື້ນຖານຂອງລັດທິມາກບໍ່ຫວັ່ນໄຫວຄອນແຄນ, ຍຶດໝັ້ນການນຳພາຮອບດ້ານຂອງພັກບໍ່ຫວັ່ນໄຫວຄອນແຄນ,  ຍຶດໝັ້ນສັງຄົມນິຍົມທີ່ມີສີສັນພິເສດຂອງຈີນບໍ່ຫວັ່ນໄຫວຄອນແຄນ, ຕິດຕາມກະແສຍຸກສະໄໝຢ່າງໃກ້ຊິດ, ໄປຕາມການພັດທະນາຂອງພຶດຕິກຳ,ປະຕິບັດຕໍ່ສິ່ງເກີດໃໝ່ທຸກຢ່າງດ້ວຍຄວາມຫ້າວຫັນຢ່າງເຕັມປ່ຽມ, ບຸກເບີກລວງກວ້າງ ແລະລວງເລິກຂອງຄວາມຮັບຮູ້ຢ່າງບໍ່ຢຸດຢັ້ງ, ກ້າເວົ້າສິ່ງທີ່ຄົນຮຸ່ນກ່ອນບໍ່ເຄີຍເວົ້າ, ກ້າກະທຳສິ່ງທີ່ຄົນຮຸ່ນກ່ອນບໍ່ເຄີຍກະທຳ, ຊີ້ນຳພຶດຕິກຳໃໝ່ດ້ວຍທິດສະດີໃໝ່.

14, ສຸມໃສ່ບັນຫາ ໃນ 5 ດ້ານ

ພວກເຮົາຕ້ອງເພີ່ມສະຕິຕໍ່ການແກ້ໄຂບັນຫາ, ສຸມໃສ່ບັນຫາໃໝ່ທີ່ປະສົບພົບພໍ້ໃນພຶດຕິກຳຕົວຈິງ, ບັນຫາດ້ານເລິກທີ່ມີຢູ່ໃນການດຳເນີນການປະຕິຮູບ ການພັດທະນາ ແລະການຮັກສາຄວາມສະຫງົບ, ບັນ ຫາທີ່ປະຊາຊົນມີຄວາມເດືອດຮ້ອນ, ຫຍຸ້ງຍາກ ແລະມີຄວາມກັງວົນໃຈ, ບັນຫາສຳຄັນຕ່າງໆໃນສະພາບການສາກົນທີ່ມີການຜັນແປ ແລະບັນຫາພົ້ນເດັ່ນທີ່ເກີດຂຶ້ນໃນການກໍ່ສ້າງພັກ, ແລ້ວສະເໜີທັດສະນະໃໝ່, ແນວຄວາມຄິດໃໝ່ ແລະວິທີການໃໝ່ຢ່າງບໍ່ຢຸດຢັ້ງ ເພື່ອແກ້ໄຂບັນຫາຢ່າງແທ້ຈິງ.

15, ໜ້າທີ່ໃຈກາງ

ເລີ່ມແຕ່ດຽວນີ້ເປັນຕົ້ນໄປ, ໜ້າທີ່ໃຈກາງຂອງພັກຄອມມູນິດຈີນແມ່ນສາມັກຄີ ແລະນຳພາປະຊາຊົນບັນດາເຜົ່າທົ່ວປະເທດສ້າງສາປະເທດສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງໃຫ້ສຳເລັດຢ່າງຮອບດ້ານ, ບັນລຸເປົ້າໝາຍສູ້ຊົນ 100 ປີປະການທີ 2, ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນດ້ວຍຄວາມທັນສະໄໝແບບຈີນຢ່າງຮອບດ້ານ.

16. 5ຈຸດຈຸດພິເສດຂອງຄວາມທັນສະໄໝແບບຈີນ

ຄວາມທັນສະໄໝແບບຈີນແມ່ນຄວາມທັນສະໄໝສັງຄົມນິຍົມທີ່ນຳພາໂດຍພັກກອມມູນິດຈີນ, ເຊິ່ງມີທັງຈຸດພິເສດຮ່ວມຂອງຄວາມທັນສະໄໝຂອງປະເທດ ຕ່າງໆ, ຍິ່ງມີສີສັນພິເສດຂອງຈີນທີ່ຄວາຢູ່ເ ຢູ່ບົນພື້ນຖານຂອງປະເທດຈີນ.

ຄວາມທັນສະໄໝແບບຈີນແມ່ນຄວາມທັນສະໄໝທີ່ມີຈຳນວນປະຊາກອນອັນມະ ຫາສານ

ຄວາມທັນສະໄໝແບບຈີນແມ່ນຄວາມທັນສະໄໝທີ່ໃຫ້ປະຊາຊົນທຸກຖ້ວນໜ້າບັນລຸຄວາມຮັ່ງມີຮ່ວມກັນ.

ຄວາມທັນສະໄໝແບບຈີນແມ່ນຄວາມທັນສະໄໝທີ່ໃຫ້ຄວາມສິວິໄລດ້ານວັດຖຸ ແລະຄວາມສິວິໄລດ້ານຈິດໃຈພັດທະນາໄປຢ່າງກົມກຽວ.

ຄວາມຄວຄວາມທັນສະໄໝແບບຈີນແມ່ນຄວາມທັນສະໄໝທີ່ບັນລຸໃຫ້ຄົນກັບທຳມະຊາດຢູ່ ຮ່ວມກັນຢ່າງກົມກຽວ.

ຄວາມທັນສະໄໝແບບຈີນແມ່ນຄວາມທັນສະໄໝທີ່ເດີນຕາມເສັ້ນທາງພັດທະນາ ໂດຍສັນຕິ

17, ການຂາດເຂີນດ້ານຈິດໃຈກໍບໍ່ແມ່ນສັງຄົມນິຍົມເຊັ່ນດຽວກັນ

ການມີວັດຖຸທີ່ອຸດົມຮັ່ງມີແລະມີຈິດໃຈທີ່ອຸດົມສົມບູນແມ່ນຄວາມຮຽກຮ້ອງພື້ນຖານຂອງສັງຄົມນິຍົມທັນສະໄໝ, ການທີ່ມີການການຂາດເຂີນດ້ານວັດຖຸບໍ່ແມ່ນສັງຄົມນິຍົມ, ແຕ່ການຂາດເຂີນດ້ານຈິດໃຈກໍບໍ່ແມ່ນສັງຄົມນິຍົມເຊັ່ນດຽວກັນ.

18, ຄວາມຮຽກຮ້ອງດ້ານທາດແທ້ຂອງຄວາມທັນສະໄໝແບບຈີນ

ຄວາມຮຽກຮ້ອງດ້ານທາດແທ້ຂອງຄວາມທັນສະໄໝແບບຈີນຄື: ຍຶດໝັ້ນ ການນຳພາຂອງພັກກອມມູນິດຈີນ,ຍຶດໝັ້ນສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ບັນລຸການພັດທະນາດ້ວຍຄຸນນະພາບສູງ, ເສີມຂະຫຍາຍປະຊາທິປະໄຕປະ ຊາຊົນໃນທົ່ວຂັ້ນຕອນ, ເສີມສ້າງໂລກທາງດ້ານຈິດໃຈຂອງປະຊາຊົນໃຫ້ມີ ຄວາມອຸດົມສົມບູນຂຶ້ນ, ບັນລຸໃຫ້ປະຊາຊົນທຸກຖ້ວນໜ້າຮັ່ງມີຮ່ວມກັນ, ຊຸກຍູ້ໃຫ້ຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ, ຊຸກຍູ້ການສ້າງປະຊາຄົມ ຮ່ວມຊາຕາກຳຂອງມວນມະນຸດ, ສ້າງຮູບແບບໃໝ່ແຫ່ງຄວາມສິວິໄລຂອງ ມວນມະນຸດ.

 

19, ແຜນຍຸດທະສາດ “ສອງບາດກ້າວ”

ການສ້າງສາປະເທດສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງໃຫ້ສຳເລັດຜົນຢ່າງ ຮອບດ້ານມີການວາງແຜນຍຸດທະສາດລວມໂດຍແບ່ງເປັນສອງບາດກ້າວຄື: ຈາກ ປີ2020-2035 ໃຫ້ບັນລຸສັງຄົມນິຍົມທັນສະໄໝໂດຍພື້ນຖານ; ຈາກປີ2035 ຮອດກາງສະຕະວັດທີ 21 ນີ້, ຕ້ອງສ້າງສາປະເທດເຮົາໃຫ້ເປັນ ປະເທດສັງຄົມນິຍົມທັນສະໄໝທີ່ມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ສິວິໄລ, ກົມກຽວ ແລະສວຍງາມ.

20, ກຳແໜ້ນ “5 ຫຼັກການສຳຄັນ”

ຢູ່ບົນເສັ້ນທາງກ້າວໄປຂ້າງໜ້າ, ຕ້ອງກຳແໜ້ນຫຼັກການສຳຄັນຕ່າງໆດັ່ງລຸ່ມນີ້:

ຍຶດໝັ້ນແລະເພີ່ມທະວີການນຳພາຮອບດ້ານຂອງພັກ

ຍຶດໝັ້ນເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ

ຍຶດໝັ້ນແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງ

ຍຶດໝັ້ນໃນການລົງເລິກການປະຕິຮູບແລະເປີດປະຕູສູ່ພາຍນອກ

ຍຶດໝັ້ນໃນການເສີມຂະຫຍາຍນ້ຳໃຈຕໍ່ສູ້

21, ໜ້າທີ່ສຳຄັນອັນດັບໜຶ່ງ

ການພັດທະນາດ້ວຍຄຸນນະພາບສູງແມ່ນໜ້າທີ່ສຳຄັນອັນດັບໜຶ່ງຂອງການສ້າງ ສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ. ການພັດທະນາເປັນວຽກງານ ສຳຄັນທີ່ຕ້ອງມາກ່ອນຂອງພັກໃນການກຳອຳນາດ ແລະສ້າງສາປະເທດ ໃຫ້ຈະເລີນຮຸ່ງເຮືອງ. ຖ້າບໍ່ມີພື້ນຖານອັນໜັກແໜ້ນດ້ານວັດຖຸເຕັກນິກ, ກໍຈະບໍ່ສາມາດສ້າງສາປະເທດສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງໃຫ້ສຳເລັດຢ່າງຮອບດ້ານໄດ້.

22, ຈຸດສຸມຂອງການພັດທະນາເສດຖະກິດ

ຍຶດໝັ້ນຖືການອອກແຮງຊຸກຍູ້ເສດຖະກິດຮູບປະທຳໄວ້ຢູ່ໃນຖານະສຳຄັນແຫ່ງ ການພັດທະນາເສດຖະກິດ, ຊຸກຍູ້ການຫັນເປັນອຸດສາຫະກຳແບບໃໝ່, ເລັ່ງລັດສ້າງສາປະເທດເຂັ້ມແຂງດ້ານການຜະລິດ, ປະເທດເຂັ້ມແຂງດ້ານຄຸນ ນະພາບ, ປະເທດເຂັ້ມແຂງດ້ານການບິນອະວະກາດ, ປະເທດເຂັ້ມແຂງດ້ານຄົມ ມະນາຄົມ, ປະເທດເຂັ້ມແຂງດ້ານເຄືອຂ່າຍອິນເຕີເນັດ ແລະປະເທດຈີນດິຈີຕອນ.

23, ເສົາຄ້ຳທີ່ມີລັກສະນະພື້ນຖານ ແລະລັກສະນະຍຸດທະສາດ

ການສຶກສາ, ວິທະຍາສາດເຕັກນິກ ແລະຊັບພະຍາກອນມະນຸດ ເປັນເສົາຄ້ຳ ທີ່ມີລັກສະນະພື້ນຖານແລະລັກສະນະຍຸດທະສາດໃນການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ.

24, ຍຶດໝັ້ນ “3 ອັນດັບໜຶ່ງ”

ຕ້ອງຍຶດໝັ້ນຫຼັກການທີ່ວິທະຍາສາດເຕັກນິກເປັນກຳລັງການຜະລິດອັນດັບໜຶ່ງ, ຜູ້ມີຄວາມຮູ້ຄວາມສາມາດເປັນຊັບພະຍາກອນອັນດັບໜຶ່ງ, ການປະດິດ ສ້າງເປັນກຳລັງຂັບເຄື່ອນອັນດັບໜຶ່ງ, ລົງເລິກຈັດຕັ້ງປະຕິບັດຍຸດທະສາດ ສ້າງຊາດໃຫ້ຈະເລີນດ້ວຍວິທະຍາສາດເຕັກນິກ-ການສຶກສາ, ຍຸດທະສາດ ສ້າງສາປະເທດໃຫ້ເຂັ້ມແຂງດ້ວຍຜູ້ມີຄວາມຮູ້ຄວາມສາມາດ ແລະຍຸດທະສາດ ການພັດທະນາທີ່ຂັບເຄື່ອນດ້ວຍການປະດິດສ້າງ, ເພື່ອສ້າງຂົງເຂດໃໝ່ ແລະຊ່ອງທາງການແຂ່ງຂັນໃໝ່ໃນດ້ານການພັດທະນາ, ສ້າງກຳລັງຂັບ ເຄື່ອນໃໝ່ ແລະທ່າແຮງໃໝ່ໃນດ້ານການພັດທະນາຢ່າງບໍ່ຢຸດຢັ້ງ.

25, ຍຶດໝັ້ນ “4 ຫັນໜ້າໄປສູ່”

ຍຶດໝັ້ນໃນການຫັນໜ້າໄປສູ່ແຖວໜ້າດ້ານວິທະຍາສາດເຕັກນິກຂອງໂລກ, ຫັນໜ້າໄປສູ່ສະໜາມຮົບຕົ້ນຕໍດ້ານເສດຖະກິດ, ຫັນໜ້າໄປສູ່ຄວາມຕ້ອງການ ທີ່ສຳຄັນຂອງປະເທດຊາດ, ຫັນໜ້າໄປສູ່ຊີວິດແລະສຸຂະພາບຂອງປະຊາຊົນ, ເລັ່ງບັນລຸການເພິ່ງຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນດ້ານ ວິທະຍາສາດເຕັກນິກທີ່ມີລະດັບສູງ.

26, ເລັ່ງສ້າງກຳລັງຜູ້ມີຄວາມຮູ້ຄວາມສາມາດດ້ານຍຸດທະສາດແຫ່ງຊາດ

ເລັ່ງສ້າງກຳລັງຜູ້ມີຄວາມຮູ້ຄວາມສາມາດດ້ານຍຸດທະສາດແຫ່ງຊາດ, ພະຍາຍາມບຳລຸງສ້າງຊ່ຽວຊານຜູ້ດີເດັ່ນ,ນັກວິທະຍາສາດທາງຍຸດທະສາດ, ຜູ້ນຳໜ້າ ແລະໜ່ວຍງານປະດິດສ້າງລະດັບແຖວໜ້າໃນດ້ານວິທະຍາສາດ ເຕັກນິກ,ຊາວໜຸ່ມທີ່ມີຄວາມຮູ້ຄວາມສາມາດດ້ານວິທະຍາສາດເຕັກນິກ, ວິສະວະກອນຜູ້ດີເດັ່ນ, ນາຍຊ່າງລະດັບຊາດ ແລະຜູ້ມີສີມືເຕັກນິກລະດັບ ສູງໃຫ້ຫຼາຍຂຶ້ນກວ່າເກົ່າ.

27, ເນື້ອໃນທີ່ຕ້ອງມີ

ປະຊາທິປະໄຕປະຊາຊົນເປັນຊີວິດຂອງສັງຄົມນິຍົມ, ເປັນເນື້ອໃນທີ່ຕ້ອງມີຢູ່ ໃນການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ.

28, ປະຊາທິປະໄຕປະຊາຊົນໃນທົ່ວຂັ້ນຕອນ

ປະຊາທິປະໄຕປະຊາຊົນໃນທົ່ວຂັ້ນຕອນແມ່ນລັກສະນະທາດແທ້ຂອງການເມືອງປະຊາທິປະໄຕສັງຄົມນິຍົມ, ແມ່ນປະຊາທິປະໄຕທີ່ກວ້າງຂວາງທີ່ສຸດ, ແທ້ຈິງທີ່ສຸດ ແລະມີປະສິດທິຜົນທີ່ສຸດ.  ການເປິກສາຫາລືແບບປະຊາທິປະໄຕເປັນຮູບການທີ່ສຳຄັນໃນການປະຕິບັດປະຊາທິປະໄຕປະຊາຊົນໃນທົ່ວຂັ້ນຕອນ.

ປະຊາທິປະໄຕຂັ້ນຮາກຖານເປັນການສະແດງອອກທີ່ສຳຄັນຂອງປະຊາທິປະໄຕປະຊາຊົນໃນທົ່ວຂັ້ນຕອນ.

29, ເຄັດລັບທີ່ສຳຄັນ

ຄວາມສັດທາຂອງປະຊາຊົນຄືການເມືອງໃຫຍ່ທີ່ສຸດ, ແນວໂຮມເອກະພາບເປັນ ເຄັດລັບທີ່ສຳຄັນໃນການເຕົ້າໂຮມຈິດໃຈ ແລະກຳລັງແຮງຂອງປະຊາຊົນ.

30, ການປະຕິວັດອັນເລິກເຊິ່ງຄັ້ງໜຶ່ງ

ການປົກຄອງປະເທດຕາມກົດໝາຍຢ່າງຮອບດ້ານ ເປັນການປະຕິວັດອັນເລິກ ເຊິ່ງຄັ້ງໜຶ່ງໃນດ້ານການຄຸ້ມຄອງບໍລິຫານປະເທດ ເຊິ່ງກ່ຽວພັນເຖິງການກຳອຳ ນາດຂອງພັກໃນການພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ,ກ່ຽວພັນເຖິງຄວາມ ສະຫງົບສຸກສຳລານຂອງປະຊາຊົນ ແລະກ່ຽວພັນເຖິງຄວາມສະຫງົບ ຖາວອນຂອງພັກ ກໍຄືຂອງປະເທດຊາດ. ພວກເຮົາຕ້ອງເສີມຂະຫຍາຍບົດບາດ ຂອງການປົກຄອງຕາມກົດໝາຍໃນການຄ້ຳປະກັນໃຫ້ພື້ນຖານມີຄວາມໜັກແໜ້ນ, ເຮັດໃຫ້ການຄາດໝາຍມີຄວາມໝັ້ນທ່ຽງ ແລະສົ່ງຜົນປະໂຫຍດໄປສູ່ດ້ານ ຍາວນານ, ສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານຕາມເສັ້ນທາງ ປົກຄອງຕາມກົດໝາຍ.

31, ເສີມຂະຫຍາຍ “ຈິດໃຈ 5 ຢ່າງ”

ເສີມຂະຫຍາຍຈິດໃຈອອກແຮງງານ, ຈິດໃຈສູ້ຊົນ, ຈິດໃຈອຸທິດຕົນ, ຈິດໃຈປະດິດສ້າງ, ຈິດໃຈດຸໝັ່ນແລະປະຢັດມັດທະຍັດໃນທົ່ວສັງຄົມ, ບຳລຸງສ້າງແບບແຜນໃໝ່ ແລະໂສມໜ້າໃໝ່ແຫ່ງຍຸກສະໄໝ.

32, ການສ້າງຄວາມສົມບູນພູນສຸກໃຫ້ກັບປະຊາຊົນແມ່ນຄວາມຮຽກຮ້ອງຕ້ອງການ ດ້ານທາດແທ້ໃນການສ້າງພັກເພື່ອສ່ວນລວມແລະກຳອຳນາດເພື່ອປະຊາຊົນ

ປະເທດຊາດກໍແມ່ນປະຊາຊົນ,ປະຊາຊົນກໍແມ່ນປະເທດຊາດ.ພັກກອມມູນິດຈີນນຳພາປະຊາຊົນສ້າງຕັ້ງປະເທດແລະຮັກສາປະເທດຊາດກໍແມ່ນຮັກສາຄວາມສັດທາຂອງປະຊາຊົນ.ການປົກຄອງປະເທດຕ້ອງປະຕິບັດຕາມກົດເກນທີ່ມີຢູ່ແລ້ວ,ແຕ່ສິ່ງສຳຄັນທີ່ສຸດແມ່ນຕ້ອງຖືການສ້າງຜົນປະໂຫຍດໃຫ້ປະຊາຊົນເປັນກົກ.ການສ້າງຄວາມສົມບູນພູນສຸກໃຫ້ກັບປະຊາຊົນແມ່ນຄວາມຮຽກຮ້ອງຕ້ອງການດ້ານ ທາດແທ້ໃນການສ້າງພັກເພື່ອສ່ວນລວມແລະກຳອຳນາດເພື່ອປະຊາຊົນ.ຕ້ອງຍຶດໝັ້ນຮັບປະກັນແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນໃນຂະບວນ ການພັດທະນາ,ສົ່ງເສີມການສູ້ຊົນຮ່ວມກັນເພື່ອສ້າງຊີວິດອັນດີງາມແລະບັນລຸ ຄວາມມຸ່ງຫວັງຂອງປະຊາຊົນທີ່ມີຕໍ່ຊີວິດອັນດີງາມຢ່າງບໍ່ຢຸດຢັ້ງ.

33, ປັບປຸງກົນໄກສະສົມຊັບສົມບັດໃຫ້ເປັນລະບຽບແບບແຜນ

ຕ້ອງປັບປຸງລະບຽບການອາກອນລາຍໄດ້ຂອງສ່ວນບຸກຄົນ, ປັບປຸງລະບຽບການ ແບ່ງປັນລາຍໄດ້ໃຫ້ເປັນລະບຽບແບບແຜນ,ປັບປຸງກົນໄກສະສົມຊັບສົມບັດໃຫ້ ເປັນລະບຽບແບບແຜນ.

34, ຄວາມຮຽກຮ້ອງປະຈຳຕົວ

ທຳມະຊາດເປັນເງື່ອນໄຂພື້ນຖານແຫ່ງການດຳລົງຄົງຕົວແລະການພັດທະນາ ຂອງມວນມະນຸດ.ການເຄົາລົບທຳມະຊາດ,ໄປຕາມກົດເກນທຳມະຊາດແລະ ປົກປັກຮັກສາທຳມະຊາດເປັນຄວາມຮຽກຮ້ອງປະຈຳຕົວແຫ່ງການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ.ຕ້ອງປູກຈິດສຳນຶກອັນໜັກແໜ້ນແລະປະຕິບັດຕົວຈິງຕາມແນວຄວາມຄິດທີ່ວ່າ ພູຂຽວນ້ຳໃສກໍ່ແມ່ນພູເງິນພູຄຳ,ວາງແຜນ ການພັດທະນາຈາກຈຸດຢືນທີ່ມະນຸດກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ.

35,ຄວາມໝັ້ນຄົງແຫ່ງຊາດແມ່ນພື້ນຖານແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງ ຂອງປະຊາຊາດ

ຄວາມໝັ້ນຄົງແຫ່ງຊາດແມ່ນພື້ນຖານແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງ ຂອງປະຊາຊາດ,ຄວາມສະຫງົບທາງສັງຄົມແມ່ນເງື່ອນໄຂເບື້ອງຕົ້ນແຫ່ງຄວາມ ມັ່ງຄັ່ງເຂັ້ມແຂງຂອງປະເທດ.ຕ້ອງຜັນຂະຫຍາຍທັດສະນະຄວາມໝັ້ນຄົງແຫ່ງ ຊາດໂດຍລວມຢ່າງເດັດດ່ຽວໜຽວແໜ້ນ,ຖືເອົາການຮັກສາຄວາມໝັ້ນຄົງແຫ່ງ ຊາດເຊື່ອມສານເຂົ້າໃນທົ່ວຂະບວນການແລະດ້ານຕ່າງໆໃນວຽກງານຂອງພັກ ແລະປະເທດຊາດ,ເພື່ອຮັບປະກັນຄວາມໝັ້ນຄົງແຫ່ງຊາດແລະຄວາມສະຫງົບ ທາງສັງຄົມ.

36,ຄວາມຕ້ອງການດ້ານຍຸດທະສາດແລະເສົາຄ້ຳດ້ານຍຸດທະສາດ

ການບັນລຸເປົ້າໝາຍສູ້ຊົນໃນໂອກາດການຄົບຮອບ 100 ປີແຫ່ງການສ້າງຕັ້ງ ກອງທັບຕາມເວລາກຳນົດ,ເລັ່ງລັດສ້າງກອງທັບປະຊາຊົນໃຫ້ເປັນກອງທັບລະດັບແຖວໜ້າຂອງໂລກ,ເປັນຄວາມຕ້ອງການຕາມຍຸດທະສາດແຫ່ງການສ້າງສາປະ ເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ.

ກອງທັບປະຊາຊົນແມ່ນກອງທັບວິລະຊົນທີ່ພັກແລະປະຊາຊົນສາມາດໄວ້ວາງໃຈໄດ້ມາໂດຍຕະຫຼອດ,ມີຄວາມໝັ້ນໃຈ,ມີຄວາມສາມາດປົກປັກຮັກສາອະທິປະໄຕ, ຄວາມເປັນເອກະພາບແລະຜືນແຜ່ນດິນອັນຄົບຖ້ວນຂອງຊາດ,ມີຄວາມໝັ້ນໃຈ,ມີຄວາມສາມາດສະໜອງເສົາຄ້ຳດ້ານຍຸດທະສາດໃຫ້ແກ່ການບັນລຸການຟື້ນຟູ ຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ,ມີຄວາມໝັ້ນໃຈ,ມີຄວາມສາມາດປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນສັນຕິພາບແລະການພັດທະນາຂອງ ໂລກ!

37, ລະບອບທີ່່ດີທີ່ສຸດ

ທິດທາງ“ປະເທດດຽວສອງລະບອບ”ແມ່ນມາດຕະການປະດິດສ້າງອັນຍິ່ງໃຫຍ່ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ,ແມ່ນລະບອບທີ່ດີທີ່ສຸດເພື່ອຮັບປະກັນ ຄວາມຈະເລີນຮຸ່ງເຮືອງແລະຄວາມສະຫງົບຍາວນານຂອງຮົງກົງ,ມາກາວພາຍ ຫຼັງກັບຄືນສູ່ປະເທດຊາດ,ຕ້ອງຍຶດໝັ້ນເປັນເວລາຍາວນານ.

38, ແບບວິທີທີ່ດີທີ່ສຸດ

ທິດທາງ“ໂຮມເຂົ້າເປັນເອກະພາບກັນໂດຍສັນຕິ,ປະເທດດຽວສອງລະບອບ” ແມ່ນແບບວິທີທີ່ດີທີ່ສຸດແຫ່ງການບັນລຸການໂຮມສອງຝັ່ງຊ່ອງແຄບໄຕ້ຫວັນເຂົ້າ ເປັນເອກະພາບກັນ,ມີຜົນດີທີ່ສຸດຕໍ່ພີ່ນ້້ອງຮ່ວມຊາດສອງຝັ່ງແລະປະຊາຊາດຈີນ.

ໄຕ້ຫວັນແມ່ນໄຕ້ຫວັນຂອງຈີນ.ການແກ້ໄຂບັນຫາໄຕ້ຫວັນແມ່ນເລື່ອງຂອງຊາວ ຈີນເອງ,ຕ້ອງໃຫ້ຊາວຈີນເປັນຜູ້ຕັດສິນ.

39, 3 “ການປ່ຽນແປງ”

ປັດຈຸບັນ,ການປ່ຽນແປງຂອງໂລກ,ການປ່ຽນແປງຂອງຍຸກສະໄໝ,ການປ່ຽນແປງທາງປະຫວັດສາດພວມດຳເນີນໄປດ້ວຍແບບວິທີທີ່ບໍ່ເຄີຍມີມາກ່ອນ.

40, “ບັນຫາ 4 ດ້ານ”

ດ້ານໜຶ່ງ,ກະແສປະຫວັດສາດແຫ່ງສັນຕິພາບ,ການພັດທະນາ,ການຮ່ວມມື,ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ບໍ່ສາມາດຖືກສະກັດກັ້ນໄດ້,ຄວາມມຸ່ງຫວັງ ຂອງຄົນທັງຫຼາຍແລະທ່ວງທ່າທີ່ຕ້ອງເປັນໄປໄດ້ຕັດສິນແລ້ວວ່າ ອະນາຄົດຂອງ ມວນມະນຸດຈະມີຄວາມສະຫວ່າງສະໄຫວໃນທີ່ສຸດ.ດ້ານໜຶ່ງອີກ, ການກະທຳ ມະຫາອຳນາດ,ເປັນເຈົ້າອຳນາດເຊັ່ນ:ການຂົ່ມເຫັງຜູ້ອ່ອນແອດ້ວຍຄວາມຮຸນແຮງ,ການຕົວະຕົ້ມດ້ວຍເລ່ລ່ຽມແລະປຸ້ນຈີ້ຢ່າງບັງອາດແລະເກມຜົນລວມເປັນສູນໄດ້ ເກີດມີຜົນຮ້າຍຢ່າງເລິກເຊິ່ງ,ເຮັດໃຫ້ສັນຕິພາບ,ການພັດທະນາ, ຄວາມໝັ້ນຄົງ ແລະການຄຸ້ມຄອງບໍລິຫານຖືກກະທົບຢ່າງໜັກ,ສັງຄົມມະນຸດປະສົບກັບສິ່ງທ້າ ທາຍທີ່ບໍ່ເຄີຍມີມາກ່ອນ.ໂລກໄດ້ຢືນຢູ່ທາງສີ່ແຍກແຫ່ງປະຫວັດສາດອີກຄັ້ງໜຶ່ງ, ຈະເດີນໄປສູ່ທິດທາງໃດແທ້ແມ່ນຢູ່ນຳການຕັດສິນໃຈແລະການເລືອກຂອງປະຊາຊົນປະເທດຕ່າງໆ.

41, “2 ຂໍ່ລິເລີ່ມທົ່ວໂລກ”

ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດແມ່ນອະນາຄົດຂອງປະຊາຊົນປະເທດຕ່າງໆຢູ່ໃນໂລກ.ຊີວະນາໆພັນເຕີບໂຕຮ່ວມກັນແຕ່ບໍ່ກະທົບກັນ,ກົດ ເກນຄົງຕົວຮ່ວມກັນແຕ່ບໍ່ຂັດແຍ້ງກັນ.ມີແຕ່ໃຫ້ປະເທດຕ່າງໆປະຕິບັດຕາມກົດ ເກນທົ່ວໄປໃນໂລກນີ້,ຖືກຕ້ອງປອງດອງກັນ,ຮ່ວມໄມ້ຮ່ວມມືໃຫ້ໄດ້ຮັບຜົນປະ ໂຫຍດນຳກັນ,ຄວາມຈະເລີນຮຸ່ງເຮືອງຈິ່ງສາມາດມີຄວາມຍຶນຍົງໄປໄດ້,ຄວາມໝັ້ນຄົງຈິ່ງສາມາດໄດ້ຮັບການຮັບປະກັນໄວ້ໄດ້.ຈີນໄດ້ສະເໜີຂໍ້ລິເລີ່ມກ່ຽວກັບການພັດທະນາຂອງທົ່ວໂລກແລະຂໍ້ລິເລີ່ມກ່ຽວກັບຄວາມໝັ້ນຄົງທົ່ວໂລກອອກມາ,ທັງຍິນດີຈັດຕັ້ງປະຕິບັດໂດຍຮ່ວມກັບປະຊາຄົມໂລກ.

42, ຊຸກຍູ້ການສ້າງ “ໂລກທັງ 5 ດ້ານ”

ຈີນຍຶດໝັ້ນໃຫ້ມີການສົນທະນາແລະເປິກສາຫາລືກັນເພື່ອຊຸກຍູ້ການສ້າງ ໂລກທີ່ມີສັນຕິພາບຖາວອນ; ຍຶດໝັ້ນໃນການສ້າງສາຮ່ວມກັນ ແລະຊົມໃຊ້ຮ່ວມ ກັນເພື່ອຊຸກຍູ້ການສ້າງໂລກທີ່ມີຄວາມໝັ້ນຄົງໂດຍທົ່ວໄປ;ຍຶດໝັ້ນໃນການຮ່ວມມືກັນແລະໄດ້ຮັບຜົນປະໂຫຍດຮ່ວມກັນເພື່ອຊຸກຍູ້ການສ້າງໂລກທີ່ຮ່ວມກັນຈະເລີນຮຸ່ງເຮືອງ;ຍຶດໝັ້ນໃນການແລກປ່ຽນແລະຕ່າງຖອດຖອນບົດຮຽນເຊິ່ງກັນແລະກັນ ເພື່ອຊຸກຍູ້ການສ້າງໂລກທີ່ເປີດກວ້າງແລະກວມລວມ;ຍຶດໝັ້ນໃນການລະບາຍ ກາກບອນຕ່ຳແລະເປັນແບບສີຂຽວເພື່ອຊຸກຍູ້ການສ້າງໂລກທີ່ສະອາດແລະສວຍ ງາມ.

43, ຕ້ອງຮັກສາສະຕິແລະຄວາມເດັດດ່ຽວໜຽວແໜ້ນຢູ່ທຸກເວລາໃນການແກ້ໄຂບັນຫາຫຍຸ້ງຍາກຕ່າງໆທີ່ສະເພາະແຕ່ພັກໃຫຍ່ຈິ່ງມີ

ການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານແລະຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານສຳຄັນທີ່ສຸດແມ່ນຢູ່ນຳພັກ.ພັກພວກເຮົາແມ່ນພັກກຳອຳນາດລັດທິມາກໃຫຍ່ທີ່ສຸດຢູ່ໃນ ໂລກ,ຢາກຈະໄດ້ຮັບການອູ້ມຊູສະໜັບສະໜູນຈາກປະຊາຊົນຕະຫຼອດໄປ,ປັບປຸງຖານະກຳອຳນາດເປັນເວລາຍາວນານ,ກໍຕ້ອງຮັກສາສະຕິແລະຄວາມເດັດດ່ຽວໜຽວແໜ້ນຢູ່ທຸກເວລາໃນການແກ້ໄຂບັນຫາຫຍຸ້ງຍາກຕ່າງໆທີ່ສະເພາະແຕ່ພັກໃຫຍ່ຈິ່ງມີ.

44, ໜ້າທີ່ກົກຮາກແຫ່ງການກໍ່ສ້າງພັກດ້ານແນວຄິດ

ການຝຶກຝົນຫຼໍ່ຫຼອມທົ່ວພັກດ້ວຍທິດສະດີປະດິດສ້າງຂອງພັກແມ່ນໜ້າທີ່ກົກຮາກຂອງການກໍ່ສ້າງພັກດ້ານແນວຄິດ.ຕ້ອງເພີ່ມທະວີການກໍ່ສ້າງພັກດ້ານແນວຄິດຢ່າງຮອບດ້ານ,ຍຶດໝັ້ນສ້າງຄວາມເປັນເອກະພາບກັນດ້ານແນວຄິດ,ດ້ານຈິດໃຈ ແລະດ້ານການເຄື່ອນໄຫວດ້ວຍແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນ ຍຸກໃໝ່,ຈັດຕັ້ງປະຕິບັດແຜນການສຶກສາອົບຮົມກ່ຽວກັບທິດສະດີປະດິດສ້າງຂອງພັກເພື່ອສ້າງສາພັກການເມືອງແຫ່ງການຮຽນຮູ້ລັດທິມາກ.

45, ເພີ່ມທະວີ “ຄວາມສາມາດທັງ 3 ຢ່າງ”ໃຫ້ກັບພະນັກງານ

ຕ້ອງເພີ່ມທະວີການຝຶກຝົນພະນັກງານໃນດ້ານພຶດຕິກຳຕົວຈິງແລະດ້ານວິຊາການ,ເນັ້ນການຝຶກຝົນຫຼໍ່ຫຼອມພະນັກງານໂດຍຜ່ານຈາກການຕໍ່ສູ້ທີ່ສຳຄັນ,ໃຫ້ພະນັກ ງານມີຄວາມສາມາດເພີ່ມຂຶ້ນໃນດ້ານການຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ,ຄວາມສາມາດດ້ານການຮັບໃຊ້ປະຊາຊົນ,ຄວາມສາມາດດ້ານການປ້ອງກັນ ແລະແກ້ໄຂຄວາມສ່ຽງ.

46, ຜູ້ມີຄວາມສາມາດຂຶ້ນຕຳແໜ່ງ,ຜູ້ດີເດັ່ນໄດ້ຮັບການຍ້ອງຍໍ,ຜູ້ທີ່ບໍ່ມີຄວາມສາມາດ ກໍລົງມາ,ຜູ້ທີ່ເຮັດບໍ່ດີກໍຖືກໄລ່ອອກ

ຕ້ອງບູລະນະລະບົບກວດສອບແລະຕີລາຄາພະນັກງານການນຳໃຫ້ຄົບຖ້ວນສົມ ບູນ,ໃຫ້ພະນັກງານສ້າງແລະປະຕິບັດຕາມທັດສະນະທີ່ຖືກຕ້ອງຕໍ່ກັບຜົນງານບໍລິຫານ, ຊຸກຍູ້ໃຫ້ພະນັກງານຂຶ້ນແລະລົງຕຳແໜ່ງໄດ້, ທັງເຂົ້າແລະອອກຕຳແໜ່ງ ໄດ້ເຊັ່ນດຽວກັນ,ເພື່ອຈໍ່ຕົວເປັນສະພາບການທີ່ດີງາມໃຫ້ຜູ້ມີຄວາມສາມາດຂຶ້ນຕຳແໜ່ງ,ຜູ້ດີເດັ່ນໄດ້ຮັບການຍ້ອງຍໍ,ສ່ວນຜູ້ທີ່ບໍ່ມີຄວາມສາມາດກໍລົງມາ,ຜູ້ທີ່ເຮັດບໍ່ດີກໍຖືກໄລ່ອອກ.

47, ພົວພັນເຖິງຄວາມເປັນຕາຍຂອງພັກກຳອຳນາດ

ບັນຫາກ່ຽວກັບແບບແຜນຂອງພັກ ພົວພັນເຖິງຄວາມເປັນຕາຍຂອງພັກ ກຳອຳນາດ.

48, ການຕ້ານການສໍ້ລາດບັງຫຼວງແມ່ນການປະຕິວັດໂດຍຕົນເອງທີ່ເຖິງຖອງທີ່ສຸດ

ການສໍ້ລາດບັງຫຼວງເປັນພະຍາດຮ້າຍແຮງທີ່ສຸດທີ່ກະທົບຕໍ່ພະລັງຊີວິດແລະກຳລັງສູ້ຮົບຂອງພັກ,ການຕ້ານການສໍ້ລາດບັງຫຼວງເປັນການປະຕິວັດໂດຍຕົນເອງທີ່ເຖິງຖອງທີ່ສຸດ.ຂໍພຽງແຕ່ມີເງື່ອນໄຂທີ່ສາມາດພາໃຫ້ເກີດບັນຫາສໍ້ລາດບັງຫຼວງ, ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງກໍບໍ່ສາມາດຢຸດສະງັກໄດ້,ຕ້ອງມີການຕໍ່ສູ້ຕະ ຫຼອດໄປ.

49, ຈົດຈຳ “ 5 ເສັ້ນທາງທີ່ຕ້ອງເດີນໄປ”ໄວ້ຢ່າງໜັກແໜ້ນ

ທົ່ວພັກຕ້ອງຈົດຈຳໄວ້ຢ່າງໜັກແໜ້ນວ່າ,ການຍຶດໝັ້ນການນຳພາຮອບດ້ານຂອງພັກແມ່ນເສັ້ນທາງທີ່ຕ້ອງເດີນໄປໃນການຍຶດໝັ້ນແລະພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ,ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນແມ່ນເສັ້ນທາງທີ່ຕ້ອງເດີນໄປໃນການບັນລຸການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ,ຄວາມສາມັກຄີກັນບາກບັ່ນສູ້ຊົນແມ່ນເສັ້ນທາງທີ່ຕ້ອງເດີນໄປຂອງ ປະຊາຊົນຈີນໃນການປະດິດສ້າງພາລະກິດອັນຍິ່ງໃຫຍ່ທາງປະຫວັດສາດ,ການ ຜັນຂະຫຍາຍແນວຄວາມຄິດການພັດທະນາແບບໃໝ່ແມ່ນເສັ້ນທາງທີ່ຕ້ອງເດີນ ໄປໃນການສ້າງປະເທດເຮົາໃຫ້ພັດທະນາຢ່າງເຂັ້ມແຂງໃນຍຸກໃໝ່ແລະການຄຸ້ມ ຄອງພັກຢ່າງເຂັ້ມງວດຮອບດ້ານແມ່ນເສັ້ນທາງທີ່ຕ້ອງເດີນໄປໃນການຮັກສາພະລັງຊີວິດຊີວາຂອງພັກຕະຫຼອດໄປແລະຜ່ານການສອບເສັງຄັ້ງໃໝ່ເປັນຢ່າງດີເຊິ່ງທັງໝົດນີ້ແມ່ນຄວາມຮັບຮູ້ສຳຄັນທີ່ສຸດທີ່ມີລັກສະນະກົດເກນທີ່ພວກເຮົາສະຫຼຸບ ອອກຈາກພຶດຕິກຳມາເປັນເວລາຍາວນານ,ສະນັ້ນພວກເຮົາຕ້ອງຖະນຸຖະໜອມເປັນພິເສດແລະຍຶດໝັ້ນຕະຫຼອດໄປ,ດ້ວຍຄວາມມຸ່ງໝັ້ນອັນໜັກແໜ້ນເພື່ອນຳພາ ແລະຮັບປະກັນກຳປັ່ນອັນຍິ່ງໃຫຍ່ແຫ່ງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນສາມາດແຂ່ງກັບຟ້າຝົນລົມແດງ, ເດີນໄປໄກຢ່າງໜັກແໜ້ນ.

50, ສ້າງພາລະກິດທີ່ຍິ່ງໃຫຍ່ຄັ້ງໃໝ່ໃນທ່າມກາງການສູ້ຊົນອັນຍິ່ງໃຫຍ່ຄັ້ງໃໝ່

ພັກໄດ້ສ້າງພາລະກິດທີ່ຍິ່ງໃຫຍ່ໃນຮອບ 100 ປີທ່າມກາງການສູ້ຊົນອັນຍິ່ງໃຫຍ່ ແລະຍ່ອມຈະສາມາດສ້າງພາລະກິດທີ່ຍິ່ງໃຫຍ່ຄັ້ງໃໝ່ໃນທ່າມກາງການສູ້ຊົນອັນຍິ່ງໃຫຍ່ຄັ້ງໃໝ່ໄດ້ເຊັ່ນດຽວກັນ.