ເຫດການລັດທິຫົວຮຸນແຮງຢູ່ອາເມຣິກາເພີ່ມຂຶ້ນຢ່າງຫຼວງຫຼາຍໃນປີ 2021

2022-10-29 15:35:20 cri

ວັນທີ 27 ຕຸລານີ້, ກະຊວງຄວາມໝັ້ນຄົງດ້ານດິນແດນແຫ່ງຊາດອາເມຣິກາ ຫຼື  DHS ແລະອົງການສືບສວນກາງແຫ່ງສະຫະລັດອາເມຣິກາ ຫຼື FBI ໄດ້ຮ່ວມກັນເປີດເຜີຍຜົນການສຳຫຼວດຫຼ້າສຸດສະບັບໜຶ່ງ ໂດຍສະແດງໃຫ້ເຫັນວ່າ: ແຕ່ປີ 2020 ຫາປີ 2021, ຈຳນວນເຫດການລັດທິຫົວຮຸນແຮງ ທີ່ອົງການປະຕິບັດກົດໝາຍຂອງອາເມຣິກາດຳເນີນການສືບສວນນັ້ນ ໄດ້ເພີ່ມຂຶ້ນເກືອບໜຶ່ງເທົ່າ.

ຂໍ້ມູນຈາກອົງການ FBI ສະແດງໃຫ້ເຫັນວ່າ: ໃນປີ 2020, ອົງການດັ່ງກ່າວໄດ້ດຳເນີນການສືບສວນເຫດການລັດທິຄວາມຮຸນແຮງຈຳນວນ 1.400 ລາຍ. ສ່ວນໃນປີ 2021, ອົງການດັ່ງກ່າວໄດ້ດຳເນີນການສືບສວນເຫດການລັດທິຄວາມຮຸນແຮງຈຳນວນ 2.700 ລາຍ. ຕົວເລກດັ່ງກ່າວໄດ້ເພີ່ມຂຶ້ນເກືອບໜຶ່ງເທົ່າ ໃນໄລຍະສັ້ນໆພຽງແຕ່ປີໜຶ່ງເທົ່ານັ້ນ. ໃນປີ 2020, ການສືບສວນທີ່ກ່ຽວຂ້ອງດັ່ງກ່າວສ່ວນຫຼາຍແມ່ນແນໃສ່ເຫດການຄວາມຮຸນແຮງດ້ານເຊື້ອຊາດຜິວພັນ ເຊິ່ງກວມເອົາປະມານ 40%. ສ່ວນໃນປີ 2021, 38% ຂອງການສືບສວນແມ່ນເຫດການຄວາມຮຸນແຮງຕໍ່ຕ້ານລັດຖະບານ.