​ການ​ສຳ​ພາດທ່ານ​ທອງ​ລຸນ ສີ​ສຸ​ລິດ ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ 6

2022-10-29 08:57:51 cri


ໃນມໍ່ໆນີ້, ທ່ານທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG. ນັກຂ່າວຈີນຖາມວ່າ: ຫຼາຍຄົນກໍເວົ້າວ່າ ຢູ່ປະເທດລາວ, ການພົວພັນລາວ-ຈີນແມ່ນ ຈັບຕ້ອງໄດ້ ແລະສຳພັດໄດ້, ນີ້ເຮັດໃຫ້ພວກຂ້າພະເຈົ້າໄດ້ຄິດເຖິງໂຄງການເສັ້ນທາງລົດໄຟລາວ-ຈີນ ໂຄງການຮ່ວມມືສັນຍາລັກທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ໃນທ້າຍປີກາຍນີ້, ທ່ານໄດ້ພົບປະເຈລະຈາ ກັບທ່ານປະທານ  ສີຈີ້ນຜິງ ຜ່ານທາງວິດີໂອ  ແລະໄດ້ຮ່ວມກັນເຂົ້າຮ່ວມພິທີເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ. ຕອນນັ້ນ, ທ່ານປະທານສີໄດ້ເວົ້າວ່າ: ຫຼັງຈາກເສັ້ນທາງລົດໄຟລາວ-ຈີນໄດ້ເປີດນຳໃຊ້ຢ່າງເປັນທາງການ, ຈາກນະຄອນຄູນມີງຈີນໄປນະຄອນຫຼວງວຽງຈັນ, ພູຜາຈະບໍ່ສູງອີກ ເສັ້ນທາງກໍຈະບໍ່ຍາວອີກ. ຄັ້ນຊັ້ນ, ຫຼາກຈາກເສັ້ນທາງລົດໄຟໄດ້ເປີດນຳໃຊ້ແລ້ວ, ໄດ້ນຳເອົາການປ່ຽນແປງຢ່າງແທ້ຈິງໃດແດ່ ມາໃຫ້ກັບຊີວິດການເປັນຢູ່ຂອງປະຊາຊົນລາວ ແລະການພັດທະນະຂອງເສດຖະກິດລາວ?