
ວັນທີ 28 ຕຸລາ2022, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງ ປະເທດຈີນປະກາດວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນ, ທ່ານໂອລັຟ ໂຊນສ ນາຍົກລັດຖະມົນຕີເຢຍ ລະມັນຈະດຳເນີນການຢ້ຽມຢາມຈີນຢ່າງເປັນທາງການໃນວັນທີ 4 ພະຈິກໜ້ານີ້. ຕໍ່ກັບເລື່ອງນີ້, ບຸກຄົນວົງການຕ່າງໆຂອງເຢຍລະມັນໄດ້ໃຫ້ຄວາມ ສົນໃຈໃນລະດັບສູງໂດຍໄດ້ຄອງຄອຍວ່າ ການທີ່ເດີນທາງໄປຢ້ຽມຢາມຈີນ ເປັນຄັ້ງທຳອິດຂອງທ່ານໂອລັຟ ໂຊນສ ໃນຖານະເປັນນາຍົກລັດຖະມົນຕີຈະ ສາມາດຊຸກຍູ້ການຮ່ວມມືຕົວຈິງລະຫວ່າງສອງປະເທດຕື່ມອີກ.
ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 28 ຕຸລານີ້, ທ່ານສະເຕເຟີນ ເຮເບສະເຕເຣັດ ໂຄສົກລັດຖະບານເຢຍລະມັນໄດ້ກ່າວເນັ້ນໜັກຄືນກ່ຽວກັບທັດສະນະທ່າທີຂອງທ່ານນາຍົກລັດຖະມົນຕີໂຊນສໃນການສະໜັບສະໜູນໂລກາພິວັດແລະຄັດຄ້ານການຕັດຂາດສາຍພົວພັນກັບຈີນ. ທ່ານຊີ້ໃຫ້ເຫັນວ່າ: ສະພາບການຂອງ ໂລກກຳລັງຂະຫຍາຍຕົວຈາກສອງຂົ້ວຕາເວັນອອກແລະຕາເວັນຕົກກ້າວໄປສູ່ການຫັນເປັນຫຼາຍຂົ້ວ, ຈີນເປັນຂົ້ວໜຶ່ງທີ່ສຳຄັນ, ຖ້າວ່າ ເອີຣົບມີການຕັດສິນ ນະໂຍບາຍຢ່າງສະຫຼາດ, ກໍຈະສາມາດກາຍເປັນຂົ້ວໜຶ່ງໃນໂລກໄດ້.
ຕາມຂ່າວແຈ້ງວ່າ: ເທື່ອນີ້ ທ່ານໂຊນສໄດ້ນຳພາຄະນະຜູ້ແທນທີ່ປະກອບດ້ວຍບຸກຄົນວົງການທຸລະກິດໃນຂົງເຂດຕ່າງໆເດີນທາງໄປຢ້ຽມຢາມຈີນ. ຕໍ່ກັບເລື່ອງນີ້, ທ່ານແອງເກລາ ຕີສຣັສ ຫົວໜ້າຜູ້ບໍລິຫານງານຫຼືCEOຂອງບໍລິສັດຄັງສາງແລະການຈໍລະຈອນສິນຄ້າທ່າກຳປັ່ນແຮມເບີກເຢຍລະມັນໄດ້ກ່າວວ່າ: ເຢຍລະມັນເປັນໜຶ່ງໃນບັນດາຄູ່ການຄ້າສຳຄັນທີ່ສຸດຂອງຈີນ, ສ່ວນຈີນເປັນຄູ່ການຄ້າໃຫຍ່ທີ່ສຸດຂອງເຢຍລະມັນ, ນີ້ເປັນພື້ນຖານແຫ່ງຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງສອງປະເທດ.