
ວັນທີ 28 ຕຸລານີ້, ທ່ານຫວາງອີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ທີ່ປຶກສາແຫ່ງລັດ, ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນີໂກລາສ ເບີນສ ເອກອັກຄະລັດຖະທູດອາເມຣິກາປະຈຳຈີນ ຜູ້ທີ່ຮັບດຳລົງຕຳແໜ່ງໃໝ່.
ທ່ານຫວາງອີ້ກ່າວວ່າ: ສາຍພົວພັນຈີນ-ອາເມຣິກາພວມຢູ່ໃນໄລຍະສຳຄັນ, ປະຊາຄົມໂລກໄດ້ຄອງຄອຍໂດຍທົ່ວໄປຕໍ່ສາຍພົວພັນຈີນ-ອາເມຣິກາສາມາດພັດທະນາຢ່າງໝັ້ນທ່ຽງ. ທ່ານສີຈີ້ນຜິງ ປະທານປະເທດຈີນໄດ້ຊີ້ອອກວ່າ: ສາຍພົວພັນຈີນ-ອາເມຣິກາຄວນເຄົາລົບນັບຖືເຊິ່ງກັນ ແລະກັນ, ຢູ່ຮ່ວມກັນໂດຍສັນຕິ, ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຊິ່ງເປັນຫຼັກການກົກຮາກຂອງຈີນໃນການພັດທະນາສາຍພົວພັນກັບອາເມຣິກາ. ໃນຖານະເປັນປະເທດໃຫຍ່, ສອງປະເທດຈີນ ແລະອາເມຣິກາລ້ວນແຕ່ບໍ່ສາມາດປັບປ່ຽນຝ່າຍໃດໄດ້, ອາເມຣິກາຢ່າສູ່ຫວັງຢາກໄປມາຫາສູ່ກັນຈີນໂດຍອ້າງອີງຖານະບົດບາດຂອງຕົນ, ຢ່າສູ່ຫວັງຢາກກົດດັນ ແລະສະກັດກັ້ນການພັດທະນາຂອງຈີນຕະຫຼອດ.
ທ່ານ ນີໂກລາສ ເບີນສກ່າວຢືນຢັນວ່າໄດ້ເອົາໃຈໃສ່ໃນລະດັບສູງຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ, ໄດ້ຕັ້ງໃຈຄົ້ນຄວ້າບົດລາຍງານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ, ການແນະນຳຂອງຈີນມີຜົນດີຕໍ່ອາເມຣິການໃນການເຂົ້າໃຈຕື່ມອີກ. ສາຍພົວພັນອາເມຣິກາ-ຈີນມີຄວາມສຳຄັນຫຼາຍຕໍ່ສອງປະເທດ ກໍຄືຕໍ່ໂລກ. ອາເມຣິກາຍິນດີຮ່ວມກັບຈີນເພີ່ມທະວີການຕິດຕໍ່ພົວພັນກັນ, ຄຸ້ມຄອງ ແລະຄວບຄຸມຂໍ້ຂັດແຍ້ງ ແລະຊຸກຍູ້ການຮ່ວມມືກັນ.