ທ່ານສີຈິ້ນຜິງໄປສຳຫຼວດກວດກາວຽກງານຢູ່ນະຄອນອ່ານຢາງແຂວງເຫີນານ

2022-10-29 13:05:58 cri


ຕອນເຊົ້າວັນທີ 28 ຕຸລານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ເດີນທາງໄປຢ້ຽມຢາມຫໍລະນຶກຄອງເໝືອງຫົງສີທີ່ນະຄອນອ່ານຢາງແຂວງເຫີນານຈີນ. ໃນຊຸມປີ 1960, ເພື່ອປົວແປງສະພາບແວດລ້ອມການດຳລົງຊີວິດທີ່ຮ້າຍແຮງ, ພາຍໃຕ້ການສະໜັບສະໜູນຂອງພັກແລະລັດ, ປະຊາຊົນທ້ອງຖິ່ນໄດ້ສ້າງໂຄງການຊົນລະປະທານຢູ່ຕາມເປີ້ນພູໄທ້ຫາງ ເຊິ່ງໂຄງການແຫ່ງນີ້ຖືກເອີ້ນກັນວ່າ: ສາຍນ້ຳກາງຫາວທີ່ສ້າງໂດຍມະນຸດ. ທ່ານສີຈິ້ນຜິງ ກ່າວວ່າ: ຄອງເໝືອງຫົງສີກໍແມ່ນສີລາຈາລຶກທີ່ໄດ້ບັນທຶກນ້ຳໃຈທີ່ບໍ່ຍອມຕໍ່ຊາຕາກຳ, ບໍ່ຍອມແພ້ ແລະຄວາມກ້າຫານໃນການຕໍ່ສູ້ກັບທຳມະຊາດ. ຕ້ອງເອົານ້ຳໃຈຄອງເໝືອງຫົງສີມາສຶກສາອົບຮົມປະຊາຊົນໂດຍສະເພາະແມ່ນຊາວໜຸ່ມເຍົາວະຊົນທັງຫຼາຍ, ໃຫ້ເຂົາເຈົ້າຮັບຮູ້ວ່າ ສັງຄົມນິຍົມແມ່ນບັນລຸດ້ວຍການບຸກບືນສູ້ຊົນແບບຍອມເສຍສະຫຼະຊີວິດ, ແຕ່ກີ້ເປັນແນວໃດ, ໃນຍຸກໃຫມ່ປັດຈຸບັນກໍເປັນແນວນີ້ເຊັ່ນດຽວກັນ. ບໍ່ມີການອຸທິດຕົນຂອງຜູ້ອາວຸໂສຮຸ່ນກ່ອນ, ກໍຈະບໍ່ມີຊີວິດທີ່ຜາສຸກຄືສູ່ມື້ນີ້, ພວກເຮົາຄວນຈື່ຈຳພວກເພິ່ນຕະຫຼອດໄປ.



ຫຼັງຈາກນັ້ນ, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດກາຢູ່ຮ່ອງຮອຍບູຮານສະຖານຢີ່ນຊີ່ທີ່ຕັ້ງຢູ່ຊານເມືອງອ່ານຢາງທາງທິດຕາເວັນຕົກສຽງເໜືອ. ຮ່ອງຮອຍບູຮານສະຖານຢິ່ນຊີ່ແມ່ນຮ່ອງຮອຍບູຮານສະຖານຂອງລາຊະທານີໃນໄລຍະທ້າຍລາຊະວົງຊ່າງແຫ່ງທຳອິດ ທີ່ມີຂໍ້ມູນປະຫວັດສາດຢັ້ງຢືນ ແລະ ໄດ້ຮັບການຢັ້ງຢືນຈາກການສຳຫຼວດບູຮານນະຄະດີຜ່ານການຂຸດຄົ້ນວັດຖຸບູຮານ. ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ວັດທະນະທຳອັນເປັນມູນເຊື້ອທີ່ດີເດັ່ນຂອງຈີນແມ່ນກົກຮາກຂອງທິດສະດີປະດິດສ້າງຂອງພັກເຮົາ, ພວກເຮົາຕ້ອງຍຶດໝັ້ນຄວາມໝັ້ນໃຈຕໍ່ວັດທະນະທຳຂອງຕົນ, ເພີ່ມທະວີຄວາມໝັ້ນໃຈແລະຄວາມພາກພູມໃຈທີ່ເປັນຄົນຈີນ.