ຈີນສົ່ງດາວທຽມShiyan-20C ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ

2022-10-29 14:52:01 cri


ເວລາ 9 ໂມງ 1 ນາທີຂອງວັນທີ 29 ຕຸລາ 2022, ຈີນໄດ້ປະສົບຜົນສຳເລັດໃນການນຳໃຊ້ຈະຫຼວດສົ່ງຍານ “ສາງເຈີ່ງ 2D”ສົ່ງດາວທຽມShiyan-20C ຂຶ້ນສູ່ອະວະກາດຈາກສູນສົ່ງ ດາວທຽມຈິວສວນ, ດາວທຽມດວງດັ່ງກ່າວໄດ້ເຂົ້າສູ່ວົງໂຄຈອນຕາມທີ່ກຳນົດໄວ້. ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າການສົ່ງດາວທຽມຄັ້ງນີ້ໄດ້ປະສົບຜົນສຳເລັດຢ່າງຈົບງາມ.



 ດາວທຽມShiyan-20C ຕົ້ນຕໍແມ່ນໃຊ້ໃນການທົດລອງກວດສອບເຕັກນິກ ໃໝ່ຕ່າງໆຕາມວົງໂຄຈອນເຊັ່ນ: ການຕິດຕາມວັດແທກສະພາບແວດລ້ອມ ທາງອະວະກາດ ແລະອື່ນໆ.

    ການສົ່ງດາວທຽມຄັ້ງນີ້ຖືເປັນການປະຕິບັດໜ້າທີ່ການບິນເທື່ອທີ 445ຂອງຈະຫຼວດສົ່ງຍານ “ສາງເຈີ່ງ”.