ທ່ານສີຈິ້ນຜິງໄປສຳຫຼວດກວດກາວຽກງານຢູ່ບ້ານນານໂກ່ນະຄອນຢຽນອ່ານແຂວງສ້ານຊີ່ຂອງຈີນ

2022-10-29 12:10:19 cri


ວັນທີ 26 ຕຸລານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ບ້ານນານໂກ່ນະຄອນຢຽນອ່ານແຂວງສ້ານຊີ່ຂອງຈີນ.

ຢຽນອ່ານແມ່ນເຂດຖານທີ່ຫມັ້ນປະຕິວັດເກົ່າ ແລະເຄີຍເປັນເຂດທຸກຍາກທີ່ສຸດຂອງຈີນ. ທ່ານສີຈິ້ນຜິງ ເອົາໃຈໃສ່ແລະຫ່ວງໃຍເຖິງປະຊາຊົນຢູ່ບ່ອນນີ້ຫຼາຍມາໂດຍຕະຫຼອດ.

ໄລຍະນີ້ແມ່ນລະດູໃບໄມ້ຫຼົ່ນ ເຊິ່ງເປັນລະດູການເກັບໝາກໂປ້ມ. ທ່ານສີຈິ້ນຜິງໄດ້ຍ່າງເຂົ້າໄປສວນໝາກໂປ້ມ, ເພື່ອຮັບຮູ້ສະພາບການເກັບໝາກໂປ້ມໃນປີນີ້ນຳຊາວສວນທີ່ກຳລັງເກັບໝາກໂປ້ມແລະໂອ້ລົມກັບເຂົາເຈົ້າຢ່າງສະໜິດສະໜົມ. ປະຊາຊົນທ້ອງຖິ່ນບອກໃຫ້ທ່ານສີຈິ້ນຜິງຮູ້ວ່າ, ເຂົາເຈົ້າໄດ້ແກ້ໄຂບັນຫາການໃຊ້ນ້ຳແລະການລະບາຍນ້ຳເຂົ້າສວນໝາກໂປ້ມໂດຍຜ່ານການສ້າງຝາຍກັ້ນນ້ຳ ແລະການຄຸ້ມຄອງຢ່າງລະອຽດ. ທ່ານສີຈິ້ນຜິງ ຍ້ອງຍໍວ່າ: ນີ້ກໍແມ່ນກະສິກຳທີ່ທັນສະໄໝ, ພວກສະຫາຍໄດ້ຊອກເຫັນທິດທາງການພັດທະນາອຸດສາຫະກຳທີ່ເໝາະສົມແລ້ວ.



ຫຼັງຈາກນັ້ນ, ທ່ານສີຈິ້ນຜິງໄດ້ໄປຮອດໂຮງຮຽນເຂດຈາວຢວນທີ່ຂຶ້ນກັບໂຮງຮຽນມັດທະຍົມຢຽນອ່ານ. ໂຮງຮຽນມັດທະຍົມຢຽນອ່ານແມ່ນໂຮງຮຽນມັດທະຍົມແຫ່ງທຳອິດທີ່ພັກຄອມມູນິດຈີນສ້າງຕັ້ງຂຶ້ນ. ທ່ານສີຈິ້ນຜິງໄດ້ໃຫ້ກຳລັງໃຈແກ່ພວກນັກຮຽນ ເພື່ອຕັ້ງອຸດົມການທີ່ສູງສົ່ງ, ກາຍເປັນຜູ້ສ້າງສາແລະຜູ້ສືບທອດພາລະກິດສັງຄົມນິຍົມ, ຮັບປະກັນໃຫ້ມູນເຊື້ອປະຕິວັດສືບທອດກັນໄປທຸກເຊັ່ນຄົນ.