
ວັນທີ 30 ຕຸລານີ້,ຄະນະກຳມະການຫຼຸດຜ່ອນໄພພິບັດແຫ່ງຊາດຟິລິປິນໄດ້ກ່າວວ່າ, ຈຳນວນຜູ້ເສຍຊີວິດຍ້ອນລົມພະຍຸ“ນັນເກ”ຢູ່ຟິລິປິນໄດ້ເພີ່ມຂຶ້ນເປັນ 48 ຄົນ, ມີຜູ້ບາດເຈັບອີກ 40 ຄົນ, 22 ຄົນຫາຍສາບສູນ. ອີງຕາມການຄາດຄະເນ, ຈຳນວນຜູ້ປະສົບໄພມີຫຼາຍກວ່າ 930.000 ຄົນ, 360.000 ຄົນຖືກຍົກຍ້າຍ. ປັດຈຸບັນ, ວຽກງານກູ້ໄພຢູ່ເຂດປະສົບໄພພວມດຳເນີນຢູ່.
ຄະນະກຳມະການຫຼຸດຜ່ອນໄພພິບັດແຫ່ງຊາດຟິລິປິນກ່າວວ່າ, ລົມພະຍຸ “ນັນເກ” ໄດ້ເຮັດໃຫ້ເຮືອນ 714 ຫຼັງຖືກທຳລາຍໃນລະດັບຕ່າງກັນ; 144 ຖ້ຽວບິນພາຍໃນປະເທດແລະ 20 ຖ້ຽວບິນສາກົນຖືກຍົກເລີກ; ຄວາມເສຍຫາຍດ້ານກະສິກຳ ຄາດວ່າຈະມີເກືອບ 55 ລ້ານເປໂຊຂອງຟິລິປິນ.