ທ່ານສີຈິ້ນຜິງສົ່ງໂທລະເລກໄປຍັງປະທານາທິບໍດີ ສ.ເກົາຫຼີ ເພື່ອສະແດງຄວາມເຫັນໃຈຕໍ່ເຫດການຢຽບກັນຢູ່ນະຄອນຫຼວງເຊອູນ

2022-10-30 17:16:51 cri

ວັນທີ 30 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງໂທລະເລກໄປຍັງທ່ານຢຸນເຊຢົນ ປະທານາທິບໍດີ ສ.ເກົາຫຼີ ເພື່ອສະແດງຄວາມເຫັນໃຈຕໍ່ເຫດການຢຽບກັນທີ່ເກີດຂຶ້ນຢູ່ນະຄອນຫຼວງເຊອູນທີ່ເຮັດໃຫ້ຫຼາຍຄົນເສຍຊີວິດແລະບາດເຈັບ.

ທ່ານສີຈິ້ນຜິງກ່າວວ່າ: ຕົກໃຈຫຼາຍທີ່ໄດ້ຮູ້ວ່າຢູ່ນະຄອນຫຼວງເຊອູນ ສ.ເກົາຫຼີ ໄດ້ເກີດເຫດການຢຽບກັນທີ່ເຮັດໃຫ້ຫຼາຍຄົນເສຍຊີວິດແລະບາດເຈັບ. ຂ້າພະເຈົ້າຂໍຕາງໜ້າລັດຖະບານຈີນແລະປະຊາຊົນຈີນ, ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ຜູ້ເສຍຊີວິດ ແລະສະແດງຄວາມເຫັນໃຈຢ່າງຈິງໃຈຕໍ່ຄອບຄົວຂອງຜູ້ເສຍຊີວິດແລະຜູ້ຮັບບາດເຈັບ. ເຫດການຄັ້ງນີ້ໄດ້ເຮັດໃຫ້ປະຊາຊົນຈີນຫຼາຍຄົນເສຍຊີວິດແລະບາດເຈັບ, ຫວັງວ່າ ສ.ເກົາຫຼີ ພະຍາຍາມສຸດຂີດເພື່ອໃຫ້ການຊ່ວຍເຫຼືອໃນການກອບກູ້ແລະຊຳລະວຽກງານຫຼັງເຫດການໃຫ້ດີ.

ມື້ດຽວກັນ, ທ່ານລີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈໄປຍັງທ່ານຮັນດັກໂຊ ນາຍົກລັດຖະມົນຕີ ສ.ເກົາຫຼີ.