ໝາກໂປມໜ່ວຍໜຶ່ງ ແມ່ນອຸດສາຫະກຳທີ່ສ້າງຄວາມຮັ່ງມີໃຫ້ກັບປະຊາຊົນທ້ອງຖິ່ນ

2022-10-30 15:25:35 cri


ລະດູໃບໄມ້ຫຼົ່ນ ແມ່ນລະດູການເກັບໝາກໂປມຢູ່ບ້ານນານໂກ່ເມືອງຢຽນອ່ານແຂວງສ້ານຊີ່ຂອງຈີນ. ຫວ່າງມໍ່ໆນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ບ່ອນນີ້, ທ່ານໄດ້ຍ່າງເຂົ້າໄປໃນສວນໝາກໂປມ ເພື່ອຮັບຮູ້ສະພາບການເກັບໝາກໂປມໃນປີນີ້, ຢູ່ໃນສ່ວນ, ທ່ານສີຈິ້ນຜິງໄດ້ເກັບໝາກໂປມໃຫຍ່ທີ່ສຸກງອມໜ່ວຍໜຶ່ງ. ນີ້ແມ່ນການລົງສຳຫຼວດກວດກາວຽກງານຢູ່ພາຍໃນປະເທດເປັນຄັ້ງທຳອິດ ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນສິ້ນສຸດລົງ.



ໃນການສຳຫຼວດກວດກາ, ເມື່ອໄດ້ຮູ້ວ່າ ເຕັກນິກການຫົດນ້ຳ ແລະສາຍຜະລິດການຄັດເລືອກໝາກໂປມຂອງບ້ານນານໂກ່ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ໝາກໂປມຂາຍດິບຂາຍດີ, ທ່ານສີຈິ້ນຜິງຍ້ອງຍໍວ່າ: “ນີ້ແມ່ນອຸດສາຫະກຳທີ່ດີທີ່ສຸດ, ເໝາະສົມທີ່ສຸດ ແລະມີອະນາຄົດດີທີ່ສຸດ.”



ຢູ່ບ້ານນານໂກ່, ທ່ານສີຈິ້ນຜິງໄດ້ຫວນຄືນໄລຍະ 7 ປີທີ່ທ່ານໄດ້ໃຊ້ຊີວິດຢູ່ເຂດພາກເໜືອຂອງແຂວງສ້ານຊີ່. ໃນຕົ້ນປີ 1969, ທ່ານສີຈິ້ນຜິງ ທີ່ມີອາຍຸບໍ່ຮອດ 16 ປີໄດ້ເດີນທາງໄປເຖິງຊົນນະບົດຂອງເຂດດັ່ງກ່າວ ເພື່ອດຳລົງຊີວິດແລະອອກແຮງງານຮ່ວມກັບພໍ່ແມ່ປະຊາຊົນຢູ່ທ້ອງຖິ່ນ. ທ່ານກ່າວວ່າ: “ຕອນນັ້ນເມື່ອເຫັນປະຊາຊົນມີຄວາມລຳບາກກາກກຳໃນການດຳລົງຊີວິດ, ຂ້າພະເຈົ້າກໍຄິດໃນໃຈວ່າ: ຈະເຮັດແນວໃດຈິ່ງສາມາດເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນໄດ້.” ປັດຈຸບັນ, ເມື່ອໄດ້ເຫັນສະພາບການທີ່ຕົ້ນໝາກໂປມເກີດດອກອອກຜົນເຕັມກິ່ງເຕັມ ງ່າ ແລະ ຊີວິດການເປັນຢູ່ຂອງປະຊາຊົນມີການປ່ຽນແປງແບບໜ້າມືເປັນຫຼັງມື, ທ່ານສີຈິ້ນຜິງກ່າວວ່າ: “ຈາກການປ່ຽນແປງຢູ່ເຂດພາກເໜືອງຂອງແຂວງສ້ານຊີ່, ກໍສາມາດເຫັນເຖິງການປ່ຽນແປງຂອງທົ່ວປະເທດຈີນ.”