ຣັດເຊຍປະກາດຢຸດການປະຕິບັດສັນຍາຂົນສົ່ງຜະລິດຕະພັນກະສິກຳໄປຕ່າງປະເທດຜ່ານທ່າກຳປ່ັນຢູ່ທະເລດຳເປັນການຊົ່ວຄາວ

2022-10-30 16:37:22 cri


   ວັນທີ 29 ຕຸລານີ້,ຣັດເຊຍກ່າວຫາອຸແກຣນຫຼອນໂຈມຕີກຳປັ່ນຣັດເຊຍທີ່ ເຂົ້າຮ່ວມການຮັບປະກັນຄວາມໝັ້ນຄົງຂອງແລວທາງສະບຽງອາຫານທາງທະເລ,ພ້ອມທັງປະກາດວ່າຈະຢຸດການປະຕິບັດສັນຍາຂົນສົ່ງຜະລິດຕະພັນກະສິກຳໄປຕ່າງປະເທດຜ່ານທ່າກຳປັ່ນຢູ່ທະເລດຳເປັນການຊົ່ວຄາວ. ຝ່າຍອູແກຣນຕອບຮັບວ່າ,ຣັດເຊຍມີເຈດຕະນານຳໃຊ້ “ຂໍ້ອ້າງແບບປອມແປງ” ເພື່ອອັດຕັນແລວທາງສະບຽງອາຫານຢູ່ທະເລດຳ. ອົງການສະຫະປະຊາຊາດກ່າວວ່າ, ກຳລັງຕິດຕໍ່ພົວພັນກັບຣັດເຊຍ.


   ກະຊວງປ້ອງກັນປະເທດຣັດເຊຍໄດ້ອອກຖະແຫຼງການໃນວັນທີ 29 ຕຸລານີ້ວ່າ,  ມື້ດຽວກັນ, ອູແກຣນໄດ້ນຳໃຊ້ຍົນທີ່ບໍ່ມີຄົນຂັບເພື່ອດຳເນີນ “ການຫຼອນໂຈມຕີແບບກໍ່ການຮ້າຍ”ຕໍ່ກຳປ່ັນຂອງກອງກຳປັ່ນທະເລດຳແລະກຳປັ່ນພົນລະເຮືອນຂອງຣັດເຊຍຢູ່ທ່າກຳປ່ັນເຊວາສະໂຕພົນຢູ່ທະເລດຳ.  ກະຊວງການຕ່າງປະເທດຣັດເຊຍໄດ້ອອກຖະແຫຼງການໃນພາຍຫຼັງວ່າ,  ຣັດເຊຍຈະຢຸດການປະຕິບັດສັນຍາຂົນສົ່ງຜະລິດຕະພັນກະສິກຳໄປຕ່າງປະເທດຢູ່ທ່າກຳປ່ັນທະເລດຳເປັນການຊົ່ວຄາວແລະບໍ່ມີວັນກຳນົດນັບແຕ່ວັນນັ້ນເປັນຕົ້ນໄປ.