ທົບທວນສະພາບການກ່ຽວກັບທ່ານສີຈິ້ນຜິງຮ່ວມກັບຄະນະຜູ້ແທນເຂດກວາງຊີເປິກສາຫາລືບົດລາຍງານການເມືອງກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກກອມມູນິດຈີນ(ພາກທີ 2)

2022-10-30 19:13:10 cri



 

ຕອນເຊົ້າວັນທີ 16 ຕຸລາ 2022, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກກອມມູນິດຈີນທີ່ປະຈັກຕາຕໍ່ຊາວໂລກໄດ້ໄຂຂຶ້ນຢ່າງຍິ່ງໃຫຍ່. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ຕາງໜ້າຄະນະກຳມະການສູນກາງພັກສະໄໝທີ 19 ຜ່ານບົດລາຍງານ ການເມືອງໃນກອງປະຊຸມ ໂດຍໄດ້ສະເໜີແຜນແມ່ບົດອັນຍິ່ງໃຫຍ່ແຫ່ງການສ້າງ ສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ ແລະຊຸກຍູ້ການຟື້ນຟູຄວາມ ຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານ. ຕາມວາລະຂອງກອງປະຊຸມ, ພາຍຫຼັງທ່ານເລຂາທິການໃຫຍ່ຜ່ານບົດລາຍງານການເມືອງແລ້ວ, ບັນດາຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຈະຕ້ອງເປິກສາຫາລືບົດລາຍງານການເມືອງດັ່ງກ່າວ. ຕອນເຊົ້າວັນທີ 17 ຕຸລາ 2022, ທ່ານສີຈິ້ນຜິງໄດ້ໄປເຂົ້າຮ່ວມກອງປະຊຸມຂອງຄະນະຜູ້ແທນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີທີ່ເພິ່ນສັງກັດນັ້ນ ເພື່ອຮ່ວມກັບບັນດາສະຫາຍ ເປິກສາຫາລືບົດລາຍງານການເມືອງຂອງກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກ.  ໃນເວລາເປິກສາຫາລືກັນ, ບັນດາຜູ້ແທນໄດ້ເລົ່າເຖິງ ຜົນສຳເລັດທີ່ໄດ້ຮັບ, ຄວາມຮູ້ສຶກສ່ວນຕົວລວມທັງປະກອບຄຳຄິດເຫັນ ແລະມີຂໍ້ສະເໜີຕ່າງໆ ເຊິ່ງເຕັມໄປດ້ວຍຄວາມໄວ້ເນື້ອເຊື່ອໃຈ, ຄວາມໝັ້ນໃຈ ແລະໄດ້ເຕົ້າໂຮມກຳລັງແຮງໃຈ.

 

ອະນາຄົດທີ່ດີງາມຂອງຂະບວນການໃຫມ່ ໄດ້ກະຕຸ້ນຄວາມຫມັ້ນໃຈ ໃນການບຸກບືນສູ້ຊົນກ້າວໄປຂ້າງຫນ້າ.

 

ໃນບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກກອມມູນິດຈີນ ໄດ້ວາດພາບອະນາຄົດອັນດີງາມຂອງຄວາມ ທັນສະໄໝແບບຈີນ ເຊິ່ງໃນນັ້ນໄດ້ລະບຸເຖິງເປົ້າໝາຍການສ້າງສາປະເທດຈີນທີ່ສວຍງາມ.  

 

ທ່ານໂຈ່ວເຈ່ຍປິ່ນ ຜູ້ແທນກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກກອມມູນິດຈີນ ເລຂາຄະນະພັກນະຄອນກຸ້ຍລິນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ບອກໃຫ້ ຮູ້ວ່າ: ໃນຊຸມປີຜ່ານມານີ້, ນະຄອນກຸ້ຍລິນ ໄດ້ສຸມຄວາມພະຍາຍາມເຂົ້າໃນ ການຮັກສາສະພາບເດີມ, ຄວາມສົມບູນ ແລະຄວາມຍືນຍົງຂອງສິ່ງແວດລ້ອມ ນິເວດແມ່ນ້ຳຫຼີຈ່ຽງ, ໂດຍສາມາດບັນລຸ ເປົ້າໝາຍທີ່ປົກປັກຮັກສາສິ່ງແວດລ້ອມ ນິເວດພ້ອມທັງສ້າງຄວາມຮັ່ງມີ ແລະ ສ້າງຜົນປະໂຫຍດໃຫ້ກັບປະຊາຊົນ.

 

 ທ່ານໂຈ່ວເຈ່ຍປິ່ນຢືນຢັນວ່າ: ພວກເຂົາເຈົ້າຈະປົກປັກຮັກສາແມ່ນ້ຳຫຼີຈ່ຽງ, ປົກປັກຮັກສາພູຜາແມ່ນ້ຳກຸ້ຍລິນໃຫ້ດີປານກັບຮັກສາດວງຕາຂອງຕົນ. ທ່ານກ່າວຕື່ມວ່າ: “ພວກເຮົາເຊື່ອໝັ້ນວ່າ ໃນຕໍ່ໜ້າ, ແມ່ນ້ຳຫຼີຈ່ຽງຍ່ອມ ຈະມີປາລອຍ ຕາມນ້ຳໃສທີ່ແນມເຫັນພື້ນ, ຝັ່ງນ້ຳຂຽວອຸ່ມທຸ່ມ, ນົກຍາງບິນຢ່າງເສລີເປັນຝູງ, ອັນເປັນພາບທິວທັດພູຜາແມ່ນ້ຳກຸ້ຍລິນທີ່ສ່ອງແສງໃຫ້ເຫັນເຖິງຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ.”

 

ທ່ານສີຈິ້ນຜິງມີຄວາມຜູກພັນອັນເລິກເຊິ່ງຕໍ່ກັບແມ່ນ້ຳຫຼີຈ່ຽງ, ເພາະຕອນ ເຍົາໄວ, ເພິ່ນເຄີຍໄປກຸ້ຍລິນທີ່ມີສົມຍານາມວ່າ “ທິວທັດພູຜາແມ່ນ້ຳກຸ້ຍລິນ ງາມສຸດຍອດໃນເມືອງມະນຸດ”, ທິວທັດທຳມະຊາດທີ່ສວຍງາມປານຮູບແຕ້ມ ດັ່ງຄຳຍ້ອງໃນກາບກອນນັ້ນໄດ້ສ້າງພາບປະທັບໃຈອັນເລິກເຊິ່ງໃຫ້ກັບທ່ານສີຈິ້ນຜິງ.

 

 ເດືອນເມສາປີ 2021, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ກວາງຊີໂດຍໄດ້ໄປແມ່ນ້ຳຫຼີຈ່ຽງອີກຄັ້ງໜຶ່ງ, ເມື່ອໄດ້ເຫັນທິວທັດພູຜາແມ່ນ້ຳຍັງສວຍງາມຄືເກົ່າ, ເພິ່ນຮູ້ສຶກດີໃຈຫຼາຍ, ພ້ອມທັງໄດ້ເນັ້ນໜັກອີກແລ້ວອີກຕື່ມວ່າ: “ການປົກປັກຮັກສາພູຜາແມ່ນ້ຳຂອງກວາງຊີໃຫ້ດີ ເປັນໜ້າທີ່ປະຫວັດສາດທີ່ພວກເຮົາຄວນແບກຫາບ.”

ທ່ານໂຈ່ວເຈ່ຍປິ່ນບອກທ່ານສີຈິ້ນຜິງຮູ້ວ່າ: ໃນໄລຍະໜຶ່ງປີກວ່າຜ່ານມານີ້, ໄປຄຽງຄູ່ກັບການປົກປັກຮັກສາພູຜາແມ່ນ້ຳຂອງກຸ້ຍລິນແລ້ວ, ພວກເຂົາເຈົ້າກຳລັງສຸມຄວາມພະຍາຍາມເຂົ້າໃນການສ້າງສາກຸ້ຍລິນໃຫ້ເປັນເມືອງທ່ອງທ່ຽວລະດັບໂລກ.

 

ທ່ານໂຈ່ວເຈ່ຍປິ່ນບອກທ່ານສີຈິ້ນຜິງຮູ້ຕື່ມວ່າ: “ສວນສາທາລະນະພູງວງຊ້າງໄດ້ເປີດບໍລິການນັກທ່ອງທ່ຽວໂດຍບໍ່ເກັບຄ່າແລ້ວ”

 

ທ່ານສີຈິ້ນຜິງຖາມວ່າ: “ນີ້ເປັນນະໂຍບາຍທີ່ປະຕິບັດພຽງໄລຍະໜຶ່ງ ຫຼືເປັນນະໂຍບາຍໄລຍະຍາວ?”

 

ທ່ານໂຈ່ວເຈ່ຍປິ່ນຕອບວ່າ: “ບໍ່ເກັບຄ່າແບບຖາວອນ”

 

ທ່ານສີຈິ້ນຜິງຮັບຟັງແລ້ວກໍງຶກຫົວສະແດງຄວາມຊົມເຊີຍ.

 

ການມອບທິວທັດທີ່ສວຍສົດງົດງາມຄືນໃຫ້ປະຊາຊົນແມ່ນໄດ້ພິຈາລະນາເຖິງຜົນປະໂຫຍດຍາວນານ, ການປົກປັກຮັກສາສິ່ງແວດລ້ອມນິເວດແມ່ນເພື່ອສະແຫວງຫາການພັດທະນາຖາວອນ.

 

ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: “ຄຳວ່າ ‘ທິວທັດພູຜາແມ່ນ້ຳກຸ້ຍລິນງາມສຸດຍອດໃນເມືອງມະນຸດ’ໄດ້ບອກໃຫ້ຮູ້ເຖິງຖານະຂອງກຸ້ຍລິນ, ຖ້າຫາກວ່າ ທິວທັດພູຜາແມ່ນ້ຳກຸ້ຍລິນງາມເປັນອັນດັບສອງໃນເມືອງມະນຸດ ຫຼືວ່າ ສູນເສຍຊື່ສຽງໄປໃນໂລກນັ້ນ, ກໍຈະບໍ່ແມ່ນກຸ້ຍລິນອີກແລ້ວ. ກຸ້ຍລິນຕ້ອງພັດທະນາການທ່ອງທ່ຽວໂດຍອີງໃສ່ຊັບພະຍາກອນພູຜາແມ່ນ້ຳໃຫ້ດີ.”

 

ທ່ານສີຈິ້ນຜິງຍັງໄດ້ໃຫ້ຄຳສັ່ງສອນດ້ວຍຄວາມເອົາໃຈໃສ່ເປັນຢ່າງສູງວ່າ: “ຢ່າສູ່ເອົາແຕ່ເລື່ອງການພັດທະນາເສດຖະກິດ, ການປົກປັກຮັກສາພູຜາແມ່ນ້ຳກຸ້ຍລິນໃຫ້ດີກໍຖືວ່າເປັນການປະກອບສ່ວນໃຫຍ່ທີ່ສຸດຕໍ່ປະເທດຊາດກໍຄືປະຊາຊາດ, ນີ້ຄື ພາລະກິດອັນສຳຄັນແຫ່ງຊາດຂອງພວກສະຫາຍ.”

  

ທ່ານເຈີ້ງຈື້ມິງ ຜູ້ແທນສະມາຊິກພັກທີ່ເຂົ້າຮ່ວມກອງປະຊຸມ ມາຈາກກຸ່ມບໍລິສັດລົດຍົນກວາງຊີ, ທ່ານໃສ່ຊຸດເຮັດວຽກສີຟ້າ, ເວົ້າຈາຢ່າງຄ່ອງແຄ້ວຊັດເຈນ, ເປັນນາຍຊ່າງເຕັກນິກລະດັບຊາດທີ່ເຕີບໃຫຍ່ຈາກຊ່າງກຶງທຳມະດາຜູ້ໜຶ່ງ.

 

ໃນເວລາປະກອບຄຳເຫັນໃນການເປິກສາຫາລືບົດລາຍງານການເມືອງກອງປະຊຸມໃຫຍ່ຄັ້ງທີ20ຂອງພັກກອມມູນິດຈີນ, ທ່ານເຈີ້ງຈື້ມິງໄດ້ເວົ້າເຖິງເລື່ອງທີ່ລົດຍົນອູລິງ(Wuling)ເລີ່ມພັດທະນາຂຶ້ນຈາກການຮຽນນຳເຕັກນິກຍິ່ປຸ່ນ. ແຕ່ໃນທຸກມື້ນີ້, ຍີ່ປຸ່ນແມ່ນເລີ່ມຄົ້ນຄວ້າລົດຂອງພວກເຮົາແລ້ວ.

 

ທ່ານສີຈິ້ນຜິງໄດ້ເວົ້າດ້ວຍຮອຍຍິ້ມວ່າ: “ນີ້ກໍແມ່ນການປ່ຽນແປງດ້ານການພັດທະນາຂອງຈີນ.”

  

ໃນຊຸມປີມໍ່ໆມານີ້, ທ່ານເຈີ້ງຈື້ມິງ ໄດ້ນຳພາທີມງານນາຍຊ່າງເຕັກນິກລະດັບຊາດເຮັດສຳເລັດການຄົ້ນຄວ້າຜະລິດອຸປະກອນເຄື່ອງມືການຜະລິດ 515 ລາຍການດ້ວຍຕົນເອງ, ຍັງໄດ້ຜ່ານຈາກການຝຶກອົບຮົບແບບຜູ້ອາວຸໂສສິດສອນຜູ້ໃໝ່ໂດຍສາມາດບຳລຸງສ້າງຊ່າງເຕັກນິກຊັ້ນສູງ, ນາຍຊ່າງເຕັກນິກຊັ້ນສູງແລະຜູ້ຊ່ຽວຊານຮັບຈ້າງພິເສດຂອງບໍລິສັດ ແລະອື່ນໆເກືອບ 20 ຄົນ.

 

ທ່ານສີຈິ້ນຜິງຖາມດ້ວຍຄວາມເອົາໃຈໃສ່ວ່າ: “ຕຳແໜ່ງວິຊາການຂອງສະຫາຍແມ່ນຈັດຢູ່ໃນປະເພດໃດ?”

 

ທ່ານເຈີ້ງຈື້ມິງຕອບວ່າ: “ຈັດຢູ່ໃນສອງປະເພດ ຄື ນາຍຊ່າງເຕັກນິກຊັ້ນສູງພິເສດ ແລະ ວິສະວະກອນຊັ້ນສູງ, ຄັນບໍ່ມີນະໂຍບາຍທີ່ດີຂອງລັດ, ຊ່າງກຶງທີ່ຈົບຈາກໂຮງຮຽນວິຊາຊີບຊັ້ນສູງຄືຂ້ອຍແບບນີ້ ໄດ້ປະກວດໃຫ້ມີຕຳແໜ່ງວິຊາການຊັ້ນສູງ ແມ່ນເປັນເລື່ອງທີ່ບໍ່ກ້າຄິດເລີຍ.”

ທ່ານສີຈິ້ນຜິງຖາມຕື່ມວ່າ: “ດຽວນີ້ລາຍໄດ້ເປັນແນວໃດ?”

  

ທ່ານເຈີ້ງຈື້ມິງຕອບທັນທີວ່າ: “ດີຫຼາຍ!”

 

ສະຖານທີ່ປະຊຸມໄດ້ມີສຽງຫົວດ້ວຍຄວາມປະທັບໃຈດັງຂຶ້ນທັນທີ.

  

ທ່ານສີຈິ້ນຜິງກ່າວວ່າ: “ຕ້ອງບໍ່ຄວນດູໝິ່ນກຳມະກອນອຸດສາຫະກຳ, ພວກເຮົາສ້າງສາຄວາມທັນສະໄໝກໍແມ່ນຕ້ອງພັດທະນາອຸດສາຫະກຳການຜະລິດ, ພັດທະນາເສດຖະກິດຮູບປະທຳ. ຕ້ອງຫັນປ່ຽນແນວຄິດ, ອອກແຮງບຳລຸງສ້າງກຳມະກອນອຸດສາຫະກຳ.”

 

ພາຍຫຼັງຮັບຟັງຄຳຄິດເຫັນຂອງຜູ້ແທນທັງຫຼາຍແລ້ວ, ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: “ທົ່ວພັກ, ປະຊາຊົນບັນດາເຜົ່າທົ່ວປະເທດ ຕ້ອງສາມັກຄີກັນປຽບເໝືອນເປັນປຶກແຜ່ນເຫຼັກກ້າທີ່ແຂງແກ່ນຢູ່ພາຍໃຕ້ຄັນທຸງຂອງພັກ, ຮ່ວມແຮງຮ່ວມໃຈກັນເພື່ອຊຸກຍູ້ກຳປັ່ນໃຫຍ່ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ ຜ່າຄື້ນກະແສຟອງແລະກາງໃບເຮືອອອກເດີນທາງໄກຢ່າງສະຫງ່າຜ່າເຜີຍ. ”

  

ຄວາມໄວ້ເນື້ອເຊື່ອໃຈໄດ້ເຊື່ອມສານຄວາມໝັ້ນໃຈ, ຄວາມໝັ້ນໃຈພາໃຫ້ເຕົ້າໂຮມກຳລັງແຮງສັງລວມ.

 

   ພັກກອມມູນິດຈີນໄດ້ສ້າງພາລະກິດອັນຍິ່ງໃຫຍ່ໃນຮອບ100ປີດ້ວຍການສູ້ຊົນອັນຍິ່ງໃຫຍ່ ແລະຍ່ອມຈະສາມາດນຳພາປະຊາຊົນນັບເປັນຕື້ຄົນສ້າງພາລະກິດທີ່ຍິ່ງໃຫຍ່ອັນໃໝ່ດ້ວຍການສູ້ຊົນທີ່ຍິ່ງໃຫຍ່ອັນໃໝ່.