ກາຕາ ພ້ອມເປັນເຈົ້າພາບຈັດງານມະຫະກຳເຕະບານໂລກ 2022

2022-10-30 14:49:18 CRI


   ງານມະຫະກຳເຕະບານໂລກກາຕາ ຈະຈັດຂຶ້ນໃນລະຫວ່າງວັນທີ 20 ພະຈິກເຖິງວັນທີ 18 ທັນວາປີ 2022 ເຊິ່ງນັບແຕ່ປັດຈຸບັນນີ້ເປັນຕົ້ນໄປຍັງມີເວລາເຫຼືອ 20 ປາຍມື້, ເພື່ອຂໍ່ານັບຮັບຕ້ອນງານດັ່ງກ່າວ, ໂດຍລວມແລ້ວ ກາຕາ ໄດ້ກຽມພ້ອມໃນດ້ານສະໜາມກິລາ, ສະໜາມເຝິກຊ້ອມ, ລົດໄຟໃຕ້ດິນ, ໂຮງແຮມ ແລະພື້ນຖານໂຄງລ່າງອື່ນໆ, ພ້ອມດຽວກັນນີ້, ຍັງໄດ້ກຽມພ້ອມໃນດ້ານຄົມມະນາຄົມ, ປ້ອງກັນຄວາມປອດໄພ ແລະການຕ້ອນຮັບນັກນິລາ ແລະນັກທ່ອງທ່ຽວເປັນທີ່ຮຽບຮ້ອຍແລ້ວ.



   ງານມະຫະກຳເຕະບານໂລກກາຕາເປັນບານໂລກຄັ້ງທໍາອິດທີ່ຈັດຢູ່ເຂດອາຊີຕາເວັນອອກກາງ ແລະເຂດອາຣັບ ເຊິ່ງ ກາຕາ ຫວັງຢາກນໍາສະເໜີວັດທະນະທໍາທີ່ເປັນມູນເຊື້ອຂອງປະເທດຕົນ, ຍົກລະດັບຄວາມສາມາດດ້ານວັດທະນະທໍາໃຫ້ສູງຂຶ້ນ ພ້ອມທັງສ້າງໂສມໜ້າໃໝ່ແຫ່ງການຫັນປ່ຽນຮູບແບບພັດທະນາ ດ້ວຍການຈັດງານໃນຄັ້ງນີ້. ເພື່ອຈັດງານບານໂລກຄັ້ງນີ້ໃຫ້ດີ, ກາຕາ ໄດ້ທຸ່ມເທແຮງງານ, ວັດຖຸ ແລະທຶນຮອນເປັນຈໍານວນຫຼວງຫຼາຍ ເຊິ່ງບໍ່ວ່າທາງລັດຖະບານ ຫຼື ປະຊາຊົນກໍລ້ວນແຕ່ໄດ້ໃຫ້ການສະໜັບສະໜູນເປັນຢ່າງສູງ. ພ້ອມດຽວກັນນີ້, ທ່ານ ເຈ໋ຍນີ ອິນຟັນຕິໂນ ປະທານສະຫະພັນເຕະບານສາກົນ ກໍໝັ້ນໃຈຢ່າງເຕັມສ່ວນຕໍ່ ກາຕາ ໃນການຈັດງານມະຫະກຳເຕະບານໂລກໃຫ້ປະສົບຜົນສໍາເລັດ.