ໄວລຸ້ນຕ້ອງສືບທອດ ແລະ ເສີມຂະຫຍາຍຈິດໃຈອົດທົນ ເພິ່ງຕົນເອງ ແລະ ບາກບັ່ນສູ້ຊົນ

2022-10-30 11:30:30 CRI

ຢູ່ເມືອງລິນໂຈ່ນະຄອນອ່ານຢາງແຂວງເຫີນານ ທາງພາກກາງຂອງຈີນ, ມີຄອງນ້ຳສາຍໜຶ່ງເຈືອລະເນືອຢູ່ຕາມພູຜາສູງຊັນຂອງສາຍພູໄທ້ຫາງ, ເໝືອນດັ່ງ “ຄອງລອຍຟ້າ”. ນີ້ກໍຄືຄອງຫົງສີ (ຄອງທຸງແດງ)ທີ່ເປັນໂຄງການຊົນລະປະທານທີ່ສ້າງຕັ້ງຂຶ້ນໃນຊຸມປີ 1960 ແລະ ໄດ້ແກ້ໄຂບັນຫາກິນນ້ຳຂອງ 5 ແສນກວ່າຄົນ. ໃນຕອນເຊົ້າວັນທີ 28 ຕຸລາ 2022 ນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປສຳຫຼວດວຽກງານຢູ່ຄອງຫົງສີ. ທ່ານສີຈິ້ນຜິງກ່າວວ່າ, ສັງຄົມນິຍົມແມ່ນບຸກບືນສູ້ຊົນຈຶ່ງຍາດມາໄດ້, ບໍ່ພຽງແຕ່ໃນອະດີດຄືແນວນີ້, ໃນຍຸກໃໝ່ກໍຄືແນວນີ້ເຊັ່ນກັນ.



ໃນເວລາທີ່ສຳຫຼວດວຽກງານ, ທ່ານສີຈິ້ນຜິງກ່າວວ່າ, ໄວລຸ້ນຕ້ອງສືບທອດ ແລະ ເສີມຂະຫຍາຍຈິດໃຈອົດທົນ ເພິ່ງຕົນເອງ ແລະ ບາກບັ່ນສູ້ຊົນ, ປະຖິ້ມຄວາມຈອງຫອງ ແລະ ຄວາມອ່ອນແອ, ຈາລຶກຄວາມກະຕືລືລົ້ນຂອງໄວ້ລຸ້ນໄວ້ຢູ່ໃນສີລາຈາລຶກແຫ່ງປະຫວັດສາດຄືກັນກັບລຸ້ນພໍ່ພວກເຮົາ.