ຜູ້ສັງເກດການບັນຫາຈີນຂອງຂ່າວສານຫວຽດນາມກ່າວວ່າ: ການຮ່ວມມືດ້ານເສດຖະກິດການຄ້າແລະການລົງທຶນລະຫວ່າງຫວຽດນາມ-ຈີນນັບມື້ນັບແໜ້ນແຟ້ນ

2022-10-30 15:22:59 cri

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ທ່ານຫງວຽນຟຸຈອງ ເລຂາທິການໃຫຍ່ສູນກາງພັກຄອມມູນິດຫວຽດນາມຈະຢ້ຽມຢາມປະເທດຈີນຢ່າງເປັນທາງກາງໃນລະຫວ່າງວັນທີ 30 ຕຸລາຫາວັນທີ 2 ພະຈິກໜ້ານີ້. ໃນມໍ່ໆນີ້, ທ່ານເຈິນຮົງຟຸກ ຜູ້ສັງເກດການບັນຫາຈີນຂອງຂ່າວສານຫວຽດນາມກ່າວວ່າ: ພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ການຮ່ວມມືດ້ານເສດຖະກິດການຄ້າແລະການລົງທຶນລະຫວ່າງຫວຽດນາມກັບຈີນຍັງຮັກສາທ່າອ່ຽງທີ່ດີສົມຄວນຄືເກົ່າ ເຊິ່ງໄດ້ກາຍເປັນຈຸດເດັ່ນໃນການພົວພັນລະຫວ່າງສອງຝ່າຍ. ທ່ານກ່າວຕື່ມວ່າ: ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໄດ້ຂະຫຍາຍໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ ເຊິ່ງຈະປະກອບສ່ວນທີ່ຕັ້ງໜ້າເຂົ້າໃນສັນຕິພາບ, ຄວາມຈະເລີນຮຸ່ງເຮືອງແລະການພັດທະນາຂອງພາກພື້ນກໍຄືຂອງໂລກ.

ທ່ານເຈິນຮົງຟຸກກ່າວຕື່ມອີກວ່າ: ຈີນໄດ້ຮັກສາຖານະທີ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງແລະຕະຫຼາດໃຫຍ່ອັນດັບສອງດ້ານການສົ່ງອອກຂອງຫວຽດນາມ, ຫວຽດນາມສືບຕໍ່ເປັນຄູ່ການຄ້າໃຫຍ່ທີ່ສຸດຢູ່ອາຊຽນຂອງຈີນ ແລະເປັນຄູ່ການຄ້າໃຫຍ່ທີ 6 ໃນທົ່ວໂລກຂອງຈີນ. ການຮ່ວມມືດ້ານເສດຖະກິດການຄ້າແລະການລົງທຶນຫວຽດນາມ-ຈີນໄດ້ເຕີມໂຕຢ່າງແຂງແຮງ, ສອງຝ່າຍມີໂຄງການຮ່ວມມືທີ່ສຳຄັນຫຼາຍ ເຊິ່ງໄດ້ປະກອບສ່ວນອັນຕັ້ງໜ້າເຂົ້າໃນເສດຖະກິດຂອງສອງປະເທດ. ນັບມາຮອດເດືອນມິຖຸນາປີ 2022, ຈີນມີໂຄງການລົງທຶນຢູ່ຫວຽດນາມປະມານ 3.372 ໂຄງການ, ມີມູນຄ່າການລົງທຶນເຖິງ 22,31 ຕື້ໂດລາສະຫະລັດ ເຊິ່ງເປັນອັນດັບທີ 6 ໃນ 139 ປະເທດແລະເຂດແຄ້ວນທີ່ລົງທຶນຕໍ່ຫວຽດນາມ. ທ່ານເຫັນວ່າ: ການພົວພັນດ້ານເສດຖະກິດການຄ້າຫວຽດນາມ-ຈີນ ຍັງມີກຳລັງບົ່ມຊ້ອນອັນມະຫາສານໃນການພັດທະນາໃນອະນາຄົດ.