ຈຳນວນຜູ້ເສຍຊີວິດໃນເຫດການຢຽບກັນຢູ່ອີເຕວົນຂອງ ສ.ເກົາຫຼີໄດ້ເພີ່ມຂຶ້ນເປັນ 154 ຄົນ

2022-10-31 16:27:53 CRI

ຕອນຄ່ຳວັນທີ 30 ຕຸລານີ້, ກອງບັນຊາການຕຳຫຼວດນະຄອນຫຼວງເຊອຸນຂອງ ສ.ເກົາຫຼີແຈ້ງຂ່າວວ່າ: ມາຮອດເວລາ 18 ໂມງຂອງມື້ດຽວກັນ, ມີເພດຍິງອີກຄົນໜຶ່ງເສຍຊີວິດຍ້ອນບາດເຈັບສາຫັດ ໃນເຫດການຢຽບກັນທີ່ເກີດຂຶ້ນຢູ່ອີເຕວົນ. ມາຮອດເວລາແຈ້ງຂ່າວ, ຈຳນວນຜູ້ເສຍຊີວິດໃນເຫດການຢຽບກັນຢູ່ອີເຕວົນທີ່ເກີດຂຶ້ນໃນຕອນຄ່ຳວັນທີ 29 ຕຸລານີ້ ໄດ້ເພີ່ມຂຶ້ນເປັນ 154 ຄົນ, ນອກນີ້, ຍັງມີ 130 ກວ່າຄົນໄດ້ຮັບບາດເຈັບ.

ວັນທີ 30 ຕຸລານີ້, ເຈົ້າໜ້າທີ່ກອງບັນຊາການຕຳຫຼວດນະຄອນຫຼວງເຊອຸນກ່າວວ່າ: ໄດ້ສ້າງຕັ້ງກອງສືບສວນ-ສອບສວນເຫດການຢຽບກັນຢູ່ອິເຕວົນ ທີ່ປະກອບດ້ວຍຕຳຫຼວດ 475 ຄົນ. ປັດຈຸບັນ, ການສືບສວນຢູ່ສະຖານທີ່ເກີດເຫດໄດ້ສິ້ນສຸດລົງແລ້ວ.