ຈີນຈະສົ່ງຫ້ອງທົດລອງເມິ້ງທຽນຂຶ້ນສູ່ອະວະກາດໃນໄວໆນີ້

2022-10-31 16:28:50 CRI

ຈີນຈະສົ່ງຫ້ອງທົດລອງເມິ້ງທຽນ ທີ່ເປັນຫ້ອງປະກອບໃຫຍ່ອັນດັບ 3 ຂອງສະຖານີອະວະກາດຈີດຂຶ້ນສູ່ອະວະກາດໃນໄວໆນີ້. ພາຍໃຕ້ການປະສານສົມທົບຂອງພະນັກງານວິທະຍາສາດເຕັກນິກພາກພື້ນດິນ, ທີມນັກບິນອະວະກາດປະຈຳພາລະກິດເສິນໂຈ່ວ-14 ທີ່ກຳລັງໂຄຈອນຢູ່ຕາມອະວະກາດໄດ້ດຳເນີນການຝຶກຊ້ອມທີ່ກ່ຽວຂ້ອງ, ທີມງານຄວບຄຸມການບິນອະວະກາດກໍໄດ້ດຳເນີນການຄວບຄຸມທີ່ກ່ຽວຂ້ອງຕໍ່ພາກສ່ວນຕ່າງໆຂອງສະຖານີອະວະກາດ, ທັງພາກພື້ນດິນ ແລະ ທາງອະວະກາດກໍໄດ້ສຳເລັດວຽກງານກະກຽມຢ່າງຮຽບຮ້ອຍແລ້ວ.

ການເຊື່ອມຕໍ່ລະຫວ່າງຫ້ອງທົດລອງເມິ້ງທຽນກັບສະຖານີອະວະກາດຈີນຄັ້ງນີ້ ເປັນການເຊື່ອມຕໍ່ຄັ້ງທີ 2 ທີ່ມີນັກບິນອະວະກາດຈີນປະຈຳການຢູ່ສະຖານີອະວະກາດ. ກ່ອນຈະປະຕິບັດງານທີ່ດັ່ງກ່າວ, ທີມງານວິທະຍາສາດເຕັກນິກພາກພື້ນດິນ ໄດ້ແລກປ່ຽນກັບຈຸນັກບິນອະວະກາດ 3 ຄົນປະຈຳພາລະກິດເສິນໂຈ່ວນ-14. ພາຍຫຼັງຫ້ອງທົດລອງເມິ້ງທຽນເຊື່ອມຕໍ່ກັບສະຖານີອະວະກາດແລ້ວ, ນັກບິນອະວະກາດຈະເຂົ້າປະຈຳການໃນຫ້ອງທົດລອງເມິ້ງທຽນຢ່າງເປັນທາງການ.