ທ່ານຫວາງຢີ້ສົນທະນາກັບທ່ານອັນໂຕນີ ບຣິນເກັນທາງໂທລະສັບ

2022-10-31 16:50:45 cri


ວັນທີ 31 ຕຸລາ 2022, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ສົນທະນາກັບທ່ານອັນໂຕນີ ບຣິນເກັນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາທາງໂທລະສັບຕາມການນັດໝາຍ, ສອງຝ່າຍໄດ້ແລກປ່ຽນຄວາມເຫັນກ່ຽວກັບສາຍພົວພັນລະຫວ່າງຈີນກັບອາເມຣິກາໃນປັດຈຸບັນ ແລະ ໄລຍະຕໍ່ໜ້າ.

ທ່ານຫວາງຢີ້ ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນແມ່ນກອງປະຊຸມຄັ້ງໜຶ່ງທີ່ສາມັກຄີກັນ, ປະຊາທິປະໄຕ ແລະບຸກບືນກ້າວໜ້າ, ທິດທາງນະໂຍບາຍຂອງພັກ ແລະ ລັດຖະບານຈີນຈະຮັກສາຄວາມຕໍ່ເນື່ອງ ແລະ ຄວາມໝັ້ນທ່ຽງໃນລະດັບສູງ. ຖ້າວ່າອາເມຣິກາຢາກຊອກຮູ້ປະເທດຈີນຢ່າງແທ້ຈິງ, ກໍຄວນສຶກສາຄົ້ນຄວ້າບົດລາຍງານ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນຢ່າງຕັ້ງໃຈ. ນະໂຍບາຍພາຍໃນ ແລະ ຕ່າງປະເທດຂອງປະເທດຈີນແມ່ນເປີດເຜີຍ ແລະ ໂປ່ງໃສ, ອາເມຣິກາບໍ່ຄວນສັງເກດປະເທດຈີນດ້ວຍແນວຄິດອະຄະຕິ, ຍິ່ງບໍ່ຄວນປິດບັງສາຍຕາຂອງຕົນດ້ວຍຮູບຖານຈິດສຳນຶກ.

ທ່ານບຣິນເກັນ ກ່າວວ່າ: ອາເມຣິກາເອົາໃຈໃສ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນແລະບົດລາຍງານຂອງກອງປະຊຸມໃຫຍ່ຢ່າງໃກ້ຊິດ, ທົ່ວໂລກຫວັງໃຫ້ມີການຮ່ວມມືລະຫ່າງອາເມຣິກາກັບຈີນ. ອາເມຣິກາຍິນດີຮັກສາການຕິດຕໍ່ພົວພັນກັບຈີນກ່ຽວກັບສາຍພົວພັນລະຫວ່າງອາເມຣິກາກັບຈີນໃນໄລຍະຕໍ່ໜ້າ, ດຳເນີນການຮ່ວມມື, ແລະຄົ້ນຄວ້າເປິກສາຫາລືພື້ນຖານຂອງການພົວພັນລະຫວ່າງສອງປະເທດ.

ສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນກ່ຽວກັບບັນຫາອູແກຣນ ແລະບັນຫາອື່ນໆ.