ການອອກເດີນທາງໄກທີ່ມີກຽດສະຫງ່າ ແລະຄວາມໃຝ່ຝັນ(ພາກທີ1)

2022-10-31 17:21:07 CRI





ຕອນທ່ຽງວັນທີ 23 ຕຸລາ2022, ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ແລະກຳມະການປະຈຳກົມການເມືອງສູນກາງພັກທີ່ຫາກໍໄດ້ຮັບການເລືອກຕັ້ງໃນກອງປະຊຸມຄົບຄະນະຄັ້ງທີໜຶ່ງຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ20 ໄດ້ປາກົດຕົວແບບລວມໝູ່ເປັນຄັ້ງທຳອິດໂດຍໄດ້ພົບປະກັບສື່ມວນຊົນຈີນແລະຕ່າງປະເທດທີ່ມາເອົາຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນນັ້ນຢ່າງສະໜິດສະໜົມ. ໃນໂອກາດດັ່ງກ່າວ, ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສອັນສຳຄັນ.

 

“ຜ່ານຈາກຄວາມພະຍາຍາມຮ່ວມຂອງທົ່ວພັກແລະປະຊາຊົນບັນດາເຜົ່າທົ່ວປະເທດ, ພວກເຮົາໄດ້ສ້າງສາສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຜົນຢ່າງຮອບດ້ານຕາມກຳນົດເວລາ, ໄດ້ບັນລຸເປົ້າໝາຍສູ້ຊົນ100ປີປະການທີ1. ປັດຈຸບັນ, ພວກເຮົາກຳລັງມີຄວາມຫ້າວຫັນທີ່ສະຫງ່າຜ່າເຜີຍກ້າວເຂົ້າສູ່ຂະບວນການໃໝ່ແຫ່ງການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ ແລະກ້າວໄປສູ່ເປົ້າໝາຍສູ້ຊົນ100ປີປະການທີ2, ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ. ”

 

ນີ້ຄືຄຳຖະແຫຼງຢ່າງໜັກແໜ້ນທີ່ທ່ານສີຈິ້ນຜິງກ່າວອອກມາໃນໂອກາດທີ່ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນຊຸດໃໝ່ພົບປະກັບສື່ມວນຊົນຈີນແລະຕ່າງປະເທດໃນຕອນທ່ຽງວັນທີ 23 ຕຸລາ2022.

 

ການເວລາເລີ່ມບັນທຶກປະຫວັດສາດໜ້າໃໝ່ ແລະຈີນໄດ້ເປີດປະຫວັດສາດໜ້າໃໝ່ອັນສະຫງ່າງາມ.

 

ພັກໃຫຍ່ທີ່ມີປະຫວັດສາດມາເປັນເວລາ100ປີ ທີ່ສຸມໃສ່ພາລະກິດອັນຍິ່ງໃຫຍ່ຂອງປະຊາຊາດຈີນແລະສຸມໃສ່ພາລະກິດອັນສູງສົ່ງແຫ່ງສັນຕິພາບແລະການພັດທະນາຂອງມວນມະນຸດເຊິ່ງກຳລັງສືບທອດພາລະກິດຂອງຄົນຮຸ່ນກ່ອນແລະບຸກເບີກເສັ້ນທາງໃນອະນາຄົດນັ້ນໄດ້ດຶງດູດສາຍຕາຂອງຊາວໂລກທີ່ເຕັມໄປດ້ວຍຄວາມຄອງຄອຍ.

 

ຫໍສະພາປະຊາຊົນແຫ່ງຊາດທີ່ຍິ່ງໃຫຍ່ຕັ້ງສູງສະຫງ່າແລະເຄັ່ງຂຶມໄດ້ເປັນສັກຂີພິຍານໃຫ້ກັບຈຸດເວລາທີ່ມີຄວາມໝາຍປະຫວັດສາດອີກຄັ້ງໜຶ່ງ.

 

ນັກຂ່າວຈີນແລະຕ່າງປະເທດຈຳນວນ600ກວ່າຄົນກຳລັງສຸມກ້ອງໄປໃສ່ປະຕູທາງເຂົ້າຫ້ອງໂຖງຄຳ.

 

ເວລາ 12ໂມງ5ນາທີ, ຈຸດເວລາອັນສຳຄັນທີ່ດຶງດູດສາຍຕາຂອງຄົນທັງຫຼາຍມາເຖິງແລ້ວ!

 

ທ່ານເລຂາທິການໃຫຍ່ສີຈິ້ນຜິງພ້ອມດ້ວຍບບັນດາທ່ານກຳມະການປະຈຳກົມການເມືອງສູນກາງພັກຄື ທ່ານ ຫຼີສຽງ, ທ່ານ ຈ້າວເລີ້ຈີ້, ທ່ານຫວາງຮູ້ໜິງ, ທ່ານຊ້າຍສີ, ທ່ານຕິ່ງເຊ່ສຽງ ແລະທ່ານຫຼີຊີ່ໄດ້ຍ່າງເຂົ້າຫ້ອງໂຖງຄຳ, ສຽງຕົບມືໄດ້ດັ່ງຂຶ້ນຢ່າງຟົດສະໜັ່ນ.

 



ທ່ານສີຈິ້ນຜິງນຸ່ງຊຸດສາກົນສີເຂັ້ມ,ມັດກາລະວັດສີແດງ, ຍ່າງເຂົ້າສູ່ຈຸດໃຈກາງຂອງເວທີດ້ວຍບາດກ້າວທີ່ໜັກແໜ້ນ, ກຳມະການປະຈຳກົມການເມືອງສູນກາງພັກທ່ານອື່ນໆໄດ້ຢືນຢູ່ສອງຟາກຂ້າງຂອງທ່ານສີຈິ້ນຜິງ. ທ່ານສີຈິ້ງຜິງໄດ້ໂບກມືທັກທາຍຄົນທັງຫຼາຍດ້ວຍຮ້ອຍຍິ້ມອັນສະໜິດສະໜົມ.

ຢືນຢູ່ຕໍ່ໜ້າກ້ອງຂອງສື່ມວນຊົນຈີນແລະຕ່າງປະເທດ, ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສອັນສຳຄັນ.

 

ທ່ານໄດ້ກ່າວຄຳປະຕິຍານອັນໜັກແໜ້ນແລະກ້າຫານແຫ່ງການບຸກບືນສູ້ຊົນກ້າວໄປຂ້າງໜ້າໃນຂະບວນການໃໝ່:

 

“ນະໂອກາດນີ້, ຂ້າພະເຈົ້າຂໍຕາງໜ້າການນຳສູນກາງພັກກອມມູນິດຈີນຊຸດໃໝ່,ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ຄວາມໄວ້ເນື້ອເຊື່ອໃຈຂອງບັນດາສະຫາຍໃນທົ່ວພັກ. ພວກເຮົາຈະຈົດຈຳລັກສະນະແລະຈຸດປະສົງຂອງພັກໃຫ້ແໜ້ນຢ່າງແນ່ນອນ,ຈົດຈຳພາລະກຳແລະໜ້າທີ່ຮັບຜິດຊອບຂອງຕົນຢ່າງໜັກແໜ້ນ, ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ເຮັດວຽກຢ່າງດຸໝັ່ນຂະຫຍັນພຽນ, ເຮັດສຳເລັດຕາມໜ້າທີ່ສຳຄັນທີ່ໄດ້ຮັບມອບໝາຍຈາກພັກແລະປະຊາຊົນຢ່າງເດັດຂາດ. ”

 

ຍຸກສະໄໝອັນຍິ່ງໃຫຍ່ຕ້ອງມີບຸກຄົນໂດດເດັ່ນຂອງຍຸກສະໄໝນັ້ນເອງ, ພາລະກິດອັນຍິ່ງໃຫຍ່ຕ້ອງມີການນຳພາຂອງຜູ້ນຳທີ່ໄວ້ເນື້ອເຊື່ອໃຈຈາກປະຊາຊົນ. ນີ້ຄື ການເລືອກເຟັ້ນຂອງປະຫວັດສາດ, ການເລືອກເຟັ້ນຂອງປະຊາຊົນແລະການເລືອກເຟັ້ນຂອງຍຸກສະໄໝ.

 

ທ່ານນາງ ຈູ້ເສລານ ຜູ້ແທນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກກອມມູນິດຈີນ,ເລຂາໜ່ວຍພັກບ້ານຊ່ານຜິງເມືອງຊ່າງອູເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີໄດ້ເວົ້າວ່າ: “ທ່ານເລຂາທິການໃຫຍ່ສີຈິ້ນຜິງໄດ້ຮັບເລືອກຕັ້ງເປັນຜູ້ແທນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກດ້ວຍຄະແນນສຽງເປັນເອກະສັນຢູ່ເຂດກວາງຊີພວກເຮົາ, ຫຼາຍມື້ກ່ອນ,ເພິ່ນໄດ້ມາເຂົ້າຮ່ວມການເປິກສາຫາລືຂອງຄະນະຜູ້ແທນເຂດກວາງຊີພວກເຮົາອີກ, ເຊິ່ງເປັນການໃຫ້ກຳລັງແຮງໃຈຢ່າງໃຫຍ່ຫຼວງແກ່ພວກເຮົາ. ມື້ນີ້, ທ່ານ ສີຈິ້ນຜິງໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ອີກສະໄຫມໜຶ່ງ, ນີ້ຄືສຽງຢູ່ໃນໃຈຮ່ວມກັນຂອງຜູ້ແທນພວກເຮົາທຸກຄົນແລະສະມາຊິກພັກອັນມະຫາສານ”.  ທ່ານນາງຈູ້ເສລານຍັງເວົ້າຕື່ມວ່າ: “ໄປຕາມພັກຢ່າງສຸດໃຈ, ປະຊາຊົນຈະມີອະນາຄົດທີ່ດີ.ໃນຖານະເປັນເລຂາໜ່ວຍພັກຂັ້ນຮາກຖານຜູ້ໜຶ່ງ, ພວກເຮົາຕ້ອງຈົດຈຳຄຳສັ່ງສອນຂອງທ່ານເລຂາທິການໃຫຍ່, ສືບຕໍ່ກໍ້ແຂນເສື້ອຂຶ້ນ ເຮັດວຽກຢ່າງຫ້າວຫັນ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງພີ່ນ້ອງປະຊາຊົນນັບມື້ນັບດີຂຶ້ນ.”

 

ພາລະກິດອັນຍິ່ງໃຫຍ່ແລະຫຍຸ້ງຍາກລຳບາກມັກຈະຖືກຊຸກຍູ້ໃຫ້ກ້າວໄປຂ້າງໜ້າດ້ວຍການສູ້ຊົນຢ່າງຕໍ່ເນື່ອງ. ປະເທດຈີນໃນທຸກມື້ນີ້ ໄດ້ຢືນຢູ່ຈຸດເລີ່ມຕົ້ນໃໝ່ໃນປະຫວັດສາດແຫ່ງການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ ແລະຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານ.

 

ໃນຄຳປາໄສບາງຕອນຂອງທ່ານສີຈິ້ນຜິງໄດ້ເວົ້າວ່າ: “ເນື່ອງຈາກມີຄວາມຫຍຸ້ງຍາກລຳບາກ ຈຶ່ງຖືເປັນພາລະກິດອັນຍິ່ງໃຫຍ່, ມີຄວາມຫຍຸ້ງຍາກລຳບາກຍິ່ງສະແດງໃຫ້ເຫັນເຖິງຄວາມມີກຽດສະຫງ່າ.”

 

ຂະນະນັ້ນ, ຄຳເວົ້າຂອງທ່ານສີຈິ້ນຜິງໄດ້ກະຕຸ້ນຄວາມໝັ້ນໃຈໃຫ້ຄົນທັງຫຼາຍບຸກບືນກ້າວໄປຂ້າງໜ້າ: “ພວກເຮົາຕ້ອງເຮັດວຽກດ້ວຍຄວາມທໍລະຫົດອົດທົນ, ແບກຫາບໜ້າທີ່ຄວາມຮັບຜິດຊອບແລະສ້າງຜົນງານທີ່ດີ,ມີຈິດໃຈເປັນເຈົ້າການທາງປະຫວັດສາດທີ່ແຮງກ້າກວ່າເກົ່າໃນການຊຸກຍູ້ລັດທິມາກໃຫ້ຫັນເປັນແບບຈີນແລະໄປພ້ອມກັບຍຸກສະໄໝ, ຂຽນປະຫວັດສາດໜ້າໃໝ່ແຫ່ງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ຢ່າງບໍ່ຢຸດຢັ້ງ, ບາກບັ່ນສູ້ຊົນເພື່ອບັນລຸຄວາມໃຝ່ຝັນຂອງຈີນແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ. ”

 

ນີ້ຄືຄຳໝັ້ນສັນຍາອັນໜັກແໜ້ນທີ່ໃຫ້ໄວ້ກັບປະຊາຊົນນັບເປັນຕື້ຄົນຄື:

 

“ຕະຫຼອດໄລຍະຜ່ານມາ, ພວກເຮົາໄດ້ອີງໃສ່ປະຊາຊົນຢ່າງແໜ້ນແຟ້ນໂດຍສາມາດສ້າງຜົນງານທີ່ດີຢ່າງຕໍ່ເນື່ອງບັນທຶກໄວ້ໃນປະຫວັດສາດ, ເມື່ອຫັນໜ້າສູ່ອະນາຄົດ, ພວກເຮົາຍັງຄົງຕ້ອງອີງໃສ່ປະຊາຊົນເພື່ອສ້າງພາລະກິດປະຫວັດສາດທີ່ຍິ່ງໃຫຍ່.”

 

ພາບນີ້, ເຮັດໃຫ້ຄົນທັງຫຼາຍຮູ້ສຶກປະທັບໃຈຫຼາຍ: ເມື່ອ10ປີກ່ອນ, ທ່ານສີຈິ້ນຜິງໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ເພິ່ນໄດ້ກ່າວຢືນຢັນດ້ວຍຄວາມປະທັບໃຈອັນເລິກເຊິ່ງວ່າ: “ ຄວາມມຸ່ງຫວັງຂອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ທີ່ດີງາມກໍແມ່ນເປົ້າໝາຍສູ້ຊົນຂອງພວກເຮົາ. ”ເມື່ອ 5 ປີກ່ອນ, ທ່ານສີຈິ້ນຜິງໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກອີກສະໄຫມໜຶ່ງ, ເພິ່ນໄດ້ກ່າວປະກາດຢ່າງເດັດດ່ຽວວ່າ: “ການສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຜົນຢ່າງຮອບດ້ານ,ຈະບໍ່ປ່ອຍປະຜູ້ໃດໄວ້ຢູ່ຂ້າງຫຼັງ, ບົນເສັ້ນທາງແຫ່ງການສ້າງຄວາມຮັ່ງມີຮ່ວມກັນ,ຈະບໍ່ໃຫ້ຜູ້ໃດຕົກຂະບວນ.”


  ຕະຫຼອດໄລຍະ 10 ປີຜ່ານມາ, ດ້ວຍການຜ່ານຜ່າອຸປະສັກແລະຄວາມຫຍຸ້ງຍາກຕ່າງໆນາໆແລະບຸກບືນສູ້ຊົນກ້າວໄປຂ້າງໜ້າ, ພັກກອມມູນິດຈີນໄດ້ນຳພາປະຊາຊົນບັນດາເຜົ່າທົ່ວປະເທດສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຜົນຢ່າງຮອບດ້ານຕາມກຳນົດເວລາ, ໄດ້ບັນລຸເປົ້າໝາຍສູ້ຊົນ100ປີປະການທີ1, ຄືດັ່ງທີ່ທ່ານສີຈິ້ນຜິງເຄີຍກ່າວປະກາດຢ່າງໜັກແໜ້ນວ່າ: “ພັກກອມມູນິດເວົ້າແລ້ວກໍຕ້ອງເຮັດໄດ້ ແລະຈະສາມາດເຮັດໄດ້ຢ່າງແນ່ນອນ.”