ຝຣັ່ງ ແລະ ເຢຍລະມັນຮູ້ສຶກບໍ່ພໍໃຈຕໍ່ “ກົດໝາຍວ່າດ້ວຍການຫຼຸດຜ່ອນໄພເງິນເຟີ້” ຂອງອາເມຣິກາ

2022-10-31 15:08:42 cri


ສື່ມວນຊົນອາເມຣິກາລາຍງານໃນຫວ່າງມໍ່ໆມານີ້ວ່າ: ວັນທີ 26 ຕຸລານີ້ໃນໂອກາດສົນທະນາກັນຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ, ທ່ານແອມມານູເອນ ມາຄຣົງ ປະທານາທິບໍດີຝຣັ່ງ ແລະ ທ່ານໂອລັຟ ໂຊນສ ນາຍົກລັດຖະມົນຕີເຢຍລະມັນລ້ວນແຕ່ສະແດງຄວາມເປັນຫ່ວງຕໍ່ “ກົດໝາຍວ່າດ້ວຍການຫຼຸດຜ່ອນໄພເງິນເຟີ້” ທີ່ອາເມຣິກາເລີ່ມປະຕິບັດໃນເດືອນສິງຫາປີນີ້, ຜູ້ນຳສອງທ່ານເຫັນວ່າກົດໝາຍດັ່ງກ່າວຂອງອາເມຣິກາໄດ້ “ປະຕິບັດນະໂຍບາຍລັດທິປົກປ້ອງການຄ້າ”, ຕໍ່ໄປສອງປະເທດຈະພິຈາລະນາເຖິງປະຕິບັດມາດຕະການຕອບໂຕ້ດ້ານການຄ້າຕໍ່ອາເມຣິກາ.

“ກົດໝາຍວ່າດ້ວຍການຫຼຸດຜ່ອນໄພເງິນເຟີ້” ມີຜົນບັງຄັບໃຊ້ໃນວັນທີ 17 ສິງຫາປີນີ້, ຂໍ້ມາດຕາຈຳນວນໜຶ່ງໄດ້ກ່ຽວພັນເຖິງການສະໜອງເງິນອຸດໜູນຈຳນວນຫຼວງຫຼາຍໃຫ້ແກ່ວິສາຫະກິດຜະລິດລົດທີ່ໃຊ້ພະລັງໄຟຟ້າຂອງອາເມຣິກາ, ສົ່ງຜົນເຮັດໃຫ້ສະຫະພາບເອີຣົບຮູ້ສຶກບໍ່ພໍໃຈ. ທ່ານ ມາຄຣົງ ຕຳໜິຕິຕຽນອາເມຣິກາປະຕິບັດ “ສອງມາດຕະຖານ” ຢ່າງຮຸນແຮງ, “ກົດໝາຍວ່າດ້ວຍການຫຼຸດຜ່ອນໄພເງິນເຟີ້” ໄດ້ດູໝິ່ນວິສາຫະກິດຕ່າງປະເທດຢ່າງບໍ່ສະເໝີພາບ, ຈະສ້າງຜົນນວກະທົບທາງລົບຢ່າງໜັກໜ່ວງຕໍ່ການຜະລິດຂອງສະຫະພາບເອີຣົບ.