ຈີນສົ່ງຫ້ອງທົດລອງເມິ້ງທຽນຂຶ້ນສູ່ອະວະກາດຢ່າງສຳເລັດຜົນ

2022-10-31 16:30:50 cri

ອີງຕາມຂໍ້ມູນຈາກຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນແຈ້ງໃຫ້ຮູ້ວ່າ: ໃນເວລາ 15 ໂມງ 37 ນາທີຂອງວັນທີ 31 ຕຸລາ ປີ 2022, ຈະຫຼວດສົ່ງຍານ“ສາງເຈິ່ງ5BY4” ທີ່ໄດ້ນຳສົ່ງຫ້ອງທົດລອງເມິ້ງທຽນ, ໄດ້ຖືກສົ່ງຂຶ້ນສູ່ອະວະກາດຈາກຖານສົ່ງດາວທຽມເວີນຊ່າງຕາມເວລາກຳນົດ, ຫຼັງຈາກນັ້ນ 8 ນາທີ, ຫ້ອງທົດລອງເມິ້ງທຽນໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ລ້ວງໜ້າຢ່າງແມ່ນຢຳ, ການສົ່ງຫ້ອງທົດລອງເມິ້ງທຽນຄັ້ງນີ້ໄດ້ປະສົບຜົນສຳເລັດຢ່າງຈົບງາມ.