ລົມພາຍຸ “ນັນເກ” ເຮັດໃຫ້ຟີລິບປີນມີຜູ້ເສຍຊີວິດ 98 ຄົນ

2022-10-31 15:05:46 cri

ອີງຕາມຕົວເລກສະຖິຕິຫຼ້າສຸດທີ່ຄະນະກຳມະການບັນເທົາໄພພິບັດແຫ່ງຊາດຟີລິບປີນໄດ້ເປີດເຜີຍໃນວັນທີ 31 ຕຸລາ 2022 ໃຫ້ຮູ້ວ່າ: ຈຳນວນຜູ້ເສຍຊີວິດຍ້ອນລົມພາຍຸ “ນັນເກ” ຢູ່ຟີລິບປີນໄດ້ເພີ່ມຂຶ້ນເປັນ 98 ຄົນ, ມີຜູ້ບາດເຈັບ 48 ຄົນ, ແລະຫາຍສາບສູນ 31 ຄົນ.

ຕອນຂ້ອນແຈ້ງວັນທີ 29 ຕຸລານີ້, ລົມພາຍຸ “ນັນເກ” ໄດ້ພັດເຂົ້າຟີລິບປີນ, ເຮັດໃຫ້ຫຼາຍແຫ່ງຂອງຟີລິບປີນເກີດໄພພິບັດຕ່າງໆເຊັ່ນ: ຝົນຕົກໜັກ, ພູເຈື່ອນແລະອື່ນໆ. ຈຳນວນຜູ້ປະສົບໄພມີຫຼາຍກວ່າ 1,17 ລ້ານຄົນ, 4,8 ແສນຄົນຖືກຍົກຍ້າຍໄປຢູ່ບ່ອນອື່ນ. ນອກນີ້, ເຮືອນ 1.537 ຫຼັງຂອງປະຊາຊົນຟີລິບປີນຖືກທຳລາຍໃນລະດັບຕ່າງໆ; ການຄົມມະນາຄົມຕາມທາງຫຼວງ 273 ສາຍ ແລະຂົວ 69 ແຫ່ງໄດ້ຮັບຜົນກະທົບ. ສະໜາມບິນ 9 ແຫ່ງແລະທ່າເຮືອ 110 ແຫ່ງໄດ້ຮັບຜົນກະທົບເຊັ່ນກັນ, ຜູ້ໂດຍສານ 6.897 ຄົນຖືກຕົກຄ້າງ, ຄວາມເສຍຫາຍດ້ານກະສິກຳຄາດວ່າມີຫຼາຍກວ່າ 69 ລ້ານເປໂຊສະກຸນເງິນຟີລິບປີນ.