ທ່ານລູອີສ ອິນາຊໂອ ລູລາ ດາ ຊິນວາ ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີບຣາຊິນ

2022-10-31 16:29:34 CRI

ເວລາ 20 ໂມງ 25 ນາທີຂອງວັນທີ 30 ຕຸລານີ້ຕາມເວລາທ້ອງຖິ່ນ, ວຽກງານນັບບັດເລືອກຕັ້ງປະທານາທິບໍດີບຣາຊິນປີ 2022 ຮອບທີສອງຂອງສານເລືອກຕັ້ງຂັ້ນສູງບຣາຊິນໄດ້ສຳເລັດໂດຍພື້ນຖານແລ້ວ ໂດຍໄດ້ສຳເລັດການນັບບັດໄປແລ້ວ 99,6%. ທ່ານລູອີສ ອິນາຊີໂອ ລູລາ ດາ ຊິນວາ ອະດີດປະທານາທິບໍດີບຣາຊິນໄດ້ບັດ 50,88%, ທ່ານຈາເອຍ ມາເຊຍສ ໂບນໂຊນາ ປະທານາທິບໍດີບຣາຊິນຄົນປັດຈຸບັນໄດ້ບັດ 49,12%, ເຮັດໃຫ້ທ່ານລູອີສ ລູລາ ດາຊິນວາໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຄັ້ງນີ້, ສ່ວນຜົນການເລືອກຕັ້ງສຸດທ້າຍຈະໃຫ້ປະທານສານເລືອກຕັ້ງຂັ້ນສູງບຣາຊິນປະກາດຢືນຢັນຢ່າງເປັນທາງການ.