ກອງປະຊຸມຄັ້ງທີ 37 ຂອງຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນສະໄໝທີ 13 ອັດລົງດ້ວຍຜົນສຳເລັດຢູ່ນະຄອນຫຼວງປັກກິ່ງ

2022-10-31 14:16:43 cri

ຕອນເຊົ້າວັນທີ 30 ຕຸລານີ້, ກອງປະຊຸມຄັ້ງທີ 37 ຂອງຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນສະໄໝທີ 13 ໄດ້ ອັດລົງດ້ວຍຜົນສຳເລັດຢູ່ຫໍສະພາປະຊາຊົນ ທີ່ນະຄອນຫຼວງປັກກິ່ງ ປະເທດຈີນ. ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ລົງນາມໃນດຳລັດເລກທີ 122, 123, 124 ແລະ 125. ທ່ານລີ້ຈ້ານຊູ່ ປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນສະໄໝທີ 13 ໄດ້ເປັນປະທານອັດກອງປະຊຸມ.

ກອງປະຊຸມໄດ້ລົງຄະແນນສຽງ ແລະຜ່ານການຮັບຮອງບົດລາຍງານຜົນການພິຈາລະນາຍັດຕິທີ່ກ່ຽວຂ້ອງທີ່ສະເໜີໂດຍຄະນະກຳມາທິການຊົນເຜົ່າ, ຄະນະກຳມາທິການກວດກາ ແລະຕຸລາການ, ຄະນະກຳມາທິການການເງິນເສດຖະກິດ, ຄະນະກຳມາທິການການສຶກສາ, ວິທະຍາສາດ, ວັດທະນະທຳ ແລະສາທາລະນະສຸກ, ຄະນະກຳມາທິການວຽກງານການຕ່າງປະເທດ, ຄະນະກຳມາທິການປົກປັກຮັກສາສາສິ່ງແວດລ້ອມ ແລະຊັບພະຍາກອນ ແລະຄະນະກຳມາທິການກໍ່ສ້າງສັງຄົມ.