ທ່ານສີຈິ້ນຜິງຈັດພິທີຕ້ອນຮັບທ່ານຫງວຽນຟູຈອງຢ້ຽມຢາມຈີນ ແລະ ພົບປະກັບທ່ານ

2022-10-31 21:23:40 cri

ຕອນບ່າຍວັນທີ 31 ຕຸລາ 2022, ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນໄດ້ຈັດພິທີຕ້ອນຮັບທ່ານຫງວຽນຟູຈອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມມາຢ້ຽມຢາມຈີນຢ່າງເປັນທາງການ.

ພາຍຫຼັງພິທີຕ້ອນຮັບແລ້ວ, ທ່ານສີຈິ້ນຜິງ ໄດ້ພົບປະກັບທ່ານຫງວຽນຟູຈອງ. ສອງຝ່າຍກ່າວເປັນເອກະພາບກັນວ່າ: ຈະຍຶດໝັ້ນແນວທາງ “16 ຕົວໜັງສື” ແລະ ຈິດໃຈ “4 ດີ”, ເສີມສ້າງມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດ, ເພີ່ມທະວີການແລກປ່ຽນກັນທາງຍຸດທະສາດ, ເພີ່ມຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງ, ຄຸ້ມຄອງແລະຄວບຄຸມຄວາມຂັດແຍ້ງກັນຢ່າງສົມເຫດສົມຜົນ ເພື່ອຊຸກຍູ້ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ຫວຽດນາມກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.