ກອງປະຊຸມສຳມະນາ ແລະລາຍການໂທລະພາບພິເສດພາຍໃຕ້ຫົວຂໍ້ “ຈີນກັບໂລກໃນຂະບວນການໃໝ່” ຂອງ CMG ຈັດຂຶ້ນຢູ່ລອນດອນ

2022-11-01 11:09:05 cri

ວັນທີ 31 ຕຸລາຜ່ານມານີ້, ກອງປະຊຸມສຳມະນາ ແລະລາຍການພິເສດເວທີເປິກສາຫາລືຜ່ານທາງໂທລະພາບພາຍໃຕ້ຫົວຂໍ້ “ຈີນກັບໂລກໃນຂະບວນການໃໝ່”  ທີ່ຈັດໂດຍສະຖານີປະຈຳເອີຣົບຂອງສະຖານີວິທະຍຸ ແລະໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດຂຶ້ນຢູ່ນະຄອນຫຼວງລອນດອນ ປະເທດອັງກິດ. ຜູ້ຊ່ຽວຊານ ແລະນັກວິຊາການທີ່ມີຊື່ສຽງຈາກອັງກິດ, ເຢຍລະມັນ, ດານມາກ, ເກຣັກ ແລະປະເທດອື່ນໆຂອງເອີຣົບໄດ້ເຂົ້າຮ່ວມກອງປະຊຸມສຳມະນາຄັ້ງນີ້ ໂດຍໄດ້ເປິກສາຫາລືຫົວຂໍ້ຕ່າງໆຢ່າງເລິກເຊິ່ງ ເຊັ່ນ: “ການປ່ຽນແປງທີ່ຍິ່ງໃຫຍ່ຂອງຈີນໃນໄລຍະ 10 ປີຂອງຍຸກໃໝ່” “ການປົກຄອງແບບຈີນໄດ້ອຳນວຍສະຕິປັນຍາຈີນທີ່ມີເອກະລັກພິເສດໃຫ້ກັບການບໍລິຫານໂລກ” “ປະເທດຈີນທີ່ກ້າວເຂົ້າສູ່ຂະບວນການໃໝ່ຈະອຳນວຍແຜນການຈີນໃຫ້ກັບການແກ້ໄຂບັນຫາທີ່ມີລັກສະນະທົ່ວໂລກ” ພ້ອມທັງມີຄວາມເຫັນທີ່ເປັນເອກະພາບກັນວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນຈະມີບົດບາດທີ່ເລິກເຊິ່ງ ແລະຍາວໄກຢູ່ໃນໂລກ.