ສະໜາມກີລາຍິງປືນຂອງງານກີລານັກສຶກສາໂລກລະດູຮ້ອນຄັ້ງທີ 31

2022-11-01 15:50:38 CRI


     ສະໜາມກີລາຍິງປືນຂອງງານກີລານັກສຶກສາໂລກລະດູຮ້ອນຄັ້ງທີ 31 ຫຼືງານກີລານັກສຶກສາໂລກເສິງຕູ່ ຕັ້ງຢູ່ເຂດຈິນຈ່ຽງ ນະຄອນເສິງຕູ່, ເມື່ອຮອດຄ່ຳຄືນ, ດອກໄຟທີ່ມີຫຼາຍສີໄດ້ເປີດໄຟຕາມລຳດັບ, ສະໜາມກີລາແຫ່ງນີ້ກໍເໝືອນດັ່ງຫໍສາຍຮຸ້ງທີ່ຕັ້ງຢູ່ໃນຍາມລາຕີ, ງາມຫຼາຍ.



    ສະໜາມກີລາຍິງປືນຂອງງານກີລານັກສຶກສາໂລກເສິງຕູ່ໄດ້ຮັບການດັດສ້າງ ແລະຂະຫຍາຍສ້າງໃນປີ 2020, ໄດ້ສຳເລັດໃນເດືອນກຸມພາປີ 2021, ເຊິ່ງມີເນື້ອທີ່ທັງໝົດ 13321,75 ຕາແມັດ, ຢູ່ເທິງໜ້າດິນມີ 3 ຊັ້ນ, ຢູ່ໃຕ້ດິນມີ 1 ຊັ້ນ. ຊັ້ນ 1 ແມ່ນບ່ອນຈັດການແຂ່ງຂັນ 10 ແມັດ ແລະ 25 ແມັດ, ຊັ້ນສອງແມ່ນບ່ອນຈັດການແຂ່ງຂັນ 50 ແມັດ, ຊັ້ນສາມແມ່ນບ່ອນຈັດການແຂ່ງຂັນຮອບຊິງຊະນະເລີດ.