ທ່ານສີຈິ້ນຜິງສົ່ງໂທລະເລກສະແດງຄວາມເຫັນໃຈເຖິງປະທານາທິບໍດີ ແລະນາ ຍົກລັດຖະມົນຕີອິນເດຍກໍລະນີທີ່ເກີດອຸບັດເຫດຂົວອູ່ຂາດ

2022-11-01 20:15:53 cri

ວັນທີ 31 ຕຸລາຜ່ານມານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ງສົ່ງໂທລະເລກສະແດງຄວາມເຫັນໃຈເຖິງທ່ານນາງດຣູປາດີ ເມີມູ ປະທານາທິບໍດີອິນເດຍ ແລະທ່ານນາເຣັນດຣາ ໂມດີ ນາຍົກລັດຖະມົນຕີອິນເດຍ ໃນກໍລະນີທີ່ເກີດອຸບັດເຫດຂົວອູ່ຂາດຢູ່ລັດກູຈາຣັດ ປະເທດອິນເດຍ ເຊິ່ງເຮັດໃຫ້ມີປະຊາຊົນເສຍຊີວິດ ແລະບາດເຈັບເປັນຈໍານວນຫຼວງຫຼາຍ.

ໃນໂທລະເລກສະແດງຄວາມເຫັນໃຈຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ຂ້າພະເຈົ້າຮູ້ສຶກເສົ້າສະຫຼົດໃຈເປັນຢ່າງຍິ່ງທີ່ໄດ້ຮັບຂ່າວວ່າ ຂົວອູ່ແຫ່ງໜຶ່ງຢູ່ລັດກູຈາຣັດປະເທດອິນເດຍ ໄດ້ເກີດອຸບັດເຫດຂາດ, ເຮັດໃຫ້ປະຊາຊົນເສຍຊີວິດ ແລະ ບາດເຈັບເປັນຈໍານວນຫຼວງຫຼາຍ. ໃນນາມລັດຖະບານຈີນ ແລະ ປະຊາຊົນຈີນ, ຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈ ຕໍ່ຜູ້ປະສົບເຄາະຮ້າຍໃນອຸບັດເຫດຄັ້ງນີ້ ພ້ອມທັງສະແດງຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງ ໄປຍັງຄອບຄົວຜູ້ປະສົບເຄາະຮ້າຍ.

ມື້ດຽວກັນ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນ ກໍໄດ້ສົ່ງໂທລະເລກສະແດງ ຄວາມເຫັນໃຈເຖິງທ່ານນາເຣັນດຣາ ໂມດີ ນາຍົກລັດຖະມົນຕີອິນເດຍເຊັ່ນດຽວກັນ.