ກຸ່ມນາໂຕທີ່ຖືໂຕເອງວ່າເປັນອົງການຈັດຕັ້ງປ້ອງກັນຕົວ ເປັນຫຍັງເປັນເຈົ້າການກໍ່ສົງຄາມຂຶ້ນເລື້ອຍໆ

2022-11-01 15:51:50 cri

ນັບແຕ່ເກີດການປະທະກັນລະຫວ່າງຣັດເຊຍກັບອູແກຣນເປັນຕົ້ນມາ, ກຸ່ມນາໂຕ ທີ່ຖືວ່າເປັນ “ພິດຮ້າຍຕົກທອດມາຈາກສົງຄາມເຢັນ” ໄດ້ເຄື່ອນໄຫວເລື້ອຍໆອີກໃນເວທີສາກົນ. ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນເດືອນມັງກອນປີນີ້, ທ່ານອັນໂຕນີ ບລິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາກ່າວວ່າ: “ກຸ່ມນາໂຕແມ່ນສະຫະພັນທະລັດປ້ອງກັນຕົວ, ການຄົງຕົວຂອງກຸ່ມນາໂຕແມ່ນເພື່ອປ້ອງກັນຕົວ, ຫາກບໍ່ແມ່ນໂຈມຕີ.” ວັນທີ 11 ພຶດສະພາປີນີ້, ທ່ານໂບຣິສ ຈອນສັນ ອະດີດນາຍົກລັດຖະມົນຕີອັງກິດກໍເຄີຍກ່າວວ່າ: “ກຸ່ມນາໂຕແມ່ນສະຫະພັນປ້ອງກັນຕົວ, ກຸ່ມນາໂຕບໍ່ເປັນໄພຂົ່ມຂູ່ຕໍ່ຜູ້ໃດເລີຍ.” ຄັນຊັ້ນ, ກຸ່ມນາໂຕເປັນສະຫະພັນປ້ອງກັນຕົວແທ້ຫວະ?


ປີ 1949, ອາເມຣິກາໄດ້ຮ່ວມກັບບາງປະເທດໃນເອີຣົບສ້າງຕັ້ງກຸ່ມນາໂຕ ເພື່ອເປັນປໍລະປັກກັບອະດີດສະຫະພາບໂຊວຽດ ດ້ວຍຂໍ້ອ້າງ “ຮ່ວມກັນປ້ອງກັນຕົວ”. ພາຍຫຼັງອະດີດສະຫະພາບໂຊວຽດແຕກສະຫຼາຍແລ້ວ, ກຸ່ມນາໂຕ ໃນຖານະທີ່ເປັນອົງການຈັດຕັ້ງທາງການທະຫານທີ່ຄວນຖອນອອກຈາກເວທີປະຫວັດສາດ ບໍ່ພຽງແຕ່ບໍ່ໄດ້ສິ້ນສຸດພາລະກຳຂອງຕົນ, ຫາກໄດ້ຊູຄັນທຸງ “ປ້ອງກັນຕົວ”, ໄດ້ຂະຫຍາຍໄປສູ່ທິດຕາເວັນອອກຮອດ 5 ຄັ້ງ ແລະ ໄດ້ຈັດວາງຂີປະນາວຸດໄປເຖິງເຂດທີ່ໃກ້ກັບຊາຍແດນຣັດເຊຍ, ໃນທີ່ສຸດ, ໄດ້ເຮັດໃຫ້ເກີດມີການປະທະກັນລະຫວ່າງຣັດເຊຍ ກັບ ອູແກຣນ. ຂໍຖາມວ່າ: ອົງການຈັດຕັ້ງທາງການທະຫານ ປ້ອງກັນຕົວແນວໃດ ຍັງຈະຂະຫຍາຍຂອບເຂດອິດທິພົນຂອງຕົນເລື້ອຍໆ?


ໂດຍອີງຕາມຂໍ້ກຳນົດໃນກົດບັດອົງການສະຫະປະຊາຊາດ, ປະເທດໃດໆກໍຕາມຈະບໍ່ສາມາດໃຊ້ກຳລັງອາວຸດຕາມລຳພັງໃຈ, ນອກຈາກໄດ້ຮັບອະນຸຍາດຈາກສະພາຄວາມໝັ້ນຄົງອົງການສະຫະປະຊາຊາດແລ້ວ. ແຕ່ວ່າ, ກຸ່ມນາໂຕພັດບໍ່ເອົາຫົວຊາຕໍ່ກົດບັດອົງການສະຫະປະຊາຊາດ, ໄດ້ກໍ່ສົງຄາມຫຼາຍຄັ້ງ ໂດຍພາຍໃຕ້ສະພາບການທີ່ບໍ່ໄດ້ຮັບການມອບສິດຈາກສະພາບຄວາມໝັ້ນຄົງອົງການສະຫະປະຊາຊາດ.


ປີ 1991, ກອງທັບປະສົມນາໂຕໄດ້ກໍ່ສົງຄາມຮຸກຮານອີຣັກ; ປີ 1999, ກຸ່ມນາໂຕໄດ້ກໍ່ສົງຄາມໂກໂຊໂວ, ໄດ້ຖິ້ມລະເບີດໃສ່ເປົ້າໝາຍທາງການທະຫານ ແລະ ສິ່ງກໍ່ສ້າງພື້ນຖານໂຄງລ່າງຂອງອະດີດຢູໂກສລາວີເປັນ 78 ວັນຢ່າງລຽນຕິດ; ປີ 2001, ຫຼາຍປະເທດພັນທະມິດນາໂຕໄດ້ກໍ່ການເຄື່ອນໄຫວທາງການທະຫານຕໍ່ອັຟການິສະຖານ ດ້ວຍຂໍ້ອ້າງ “ຕ້ານການກໍ່ການຮ້າຍ”; ປີ 2003, ອາເມຣິກາໄດ້ໃຊ້ຄຳຫຼອກລວງທີ່ວ່າ: ອີຣັກມີອາວຸດທີ່ມີເສນຍານຸພາບລ້າງຜານສູງ ແລະ ຮ່ວມກັບພັນທະມິດກຸ່ມນາໂຕກໍ່ສົງຄາມອີຣັກ; ປີ 2011, ຫຼາຍປະເທດສະມາຊິກນາໂຕ ເຊັ່ນ: ອາເມຣິກາ, ອັງກິດ ແລະ ຝຣັ່ງເປັນຕົ້ນ ໄດ້ ໂຈມຕີລີບີຈາກທາງອາກາດ ດ້ວຍຂໍ້ອ້າງ “ປ້ອງກັນປະຊາຊົນທຳມະດາ”; ປີ 2017, ອາເມຣິກາໄດ້ຮ່ວມກັບປະເທດພັນທະມິດນາໂຕໂຈມຕີຊີຣີທາງອາກາດ ໂດຍຖືເອົາຂ່າວປອມເປັນ “ຫຼັກຖານ”.


ຕາມສະຖິຕິທີ່ບໍ່ຄົບຖ້ວນ, ພຽງນັບແຕ່ປີ 2001 ເປັນຕົ້ນມາ, ສົງຄາມທີ່ກໍ່ດ້ວຍກຸ່ມນາໂຕໄດ້ເຮັດໃຫ້ມີປະຊາຊົນ 9 ແສນກວ່າຄົນເສຍຊີວິດ, ມີຊາວອົບພະຍົບຫຼາຍສິບລ້ານຄົນຈຳເປັນຕ້ອງຊັດເຊພະເນຈອນ.


ເດືອນກັນຍາປີກາຍນີ້, “ໜັງສືພິມພາກຄ່ຳ” ຂອງແບນຊິກໄດ້ພິມບົດຄວາມວ່າ: ສະຫຼຸບແລ້ວເຫັນວ່າ, ກຸ່ມທະຫານນາໂຕໄດ້ຮັບໃຊ້ແຕ່ເຈົ້າອຳນາດຂອງອາເມຣິກາເທົ່ານັ້ນ. ຄຳຂວັນອັນທີ່ເອີ້ນວ່າ “ສັນຕິພາບ ແລະ ປ້ອງກັນຕົວ” ຂອງກຸ່ມນາໂຕ ເປັນພຽງຄຳຫຼອກລວງທີ່ຈອມປອມ, ການຄົງຕົວຂອງກຸ່ມນາໂຕ, ບໍ່ພຽງແຕ່ຈະບໍ່ສາມາດປົກປັກຮັກສາສະຖຽນລະພາບຂອງໂລກເທົ່ານັ້ນ, ຫາກຍັງໄດ້ນຳເອົາສົງຄາມ ແລະ ໄພພິບັດມາໃຫ້ພາກພື້ນຕ່າງໆຂອງໂລກອີກດ້ວຍ. ອົງການຈັດຕັ້ງ “ປ້ອງກັນຕົວ” ແບບນີ້, ຄວນຍົກເລີກໂດຍໄວຈະດີກວ່າ!