ການອອກເດີນທາງໄກທີ່ມີກຽດສະຫງ່າ ແລະຄວາມໃຝ່ຝັນ(ພາກທີ 2)

2022-11-01 21:06:29 cri





ຕອນທ່ຽງວັນທີ 23 ຕຸລາ2022, ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ ແລະກຳມະການປະຈຳກົມການເມືອງສູນກາງພັກທີ່ຫາກໍ່ໄດ້ຮັບການເລືອກຕັ້ງໃໝ່ໄດ້ພົບປະກັບສື່ມວນຊົນຈີນແລະຕ່າງປະເທດທີ່ມາເອົາຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນນັ້ນຢ່າງສະໜິດສະໜົມ. ໂອກາດດັ່ງກ່າວ, ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສອັນສຳຄັນ.

 



   ຕະຫຼອດໄລຍະ 10 ປີຜ່ານມານີ້, ພັກກອມມູນິດຈີນທີ່ມີທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນເປັນແກນນຳໄດ້ວາງມາດຕະການຕ່າງໆເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ທ້ອງຖິ່ນຕ່າງໆ ໃນທົ່ວປະເທດໂດຍບໍ່ຮູ້ອິດຮູ້ເມື່ອຍແລະບໍ່ສົນນຳຟ້າຝົນລົມແຮງ,ເພື່ອຢື້ຢາມຖາມຂ່າວຄວາມທຸກສຸກຂອງປະຊາຊົນດ້ວຍຄວາມເອົາໃຈໃສ່ເປັນຢ່າງສູງ, ເຊິ່ງໄດ້ສ້າງກຳລັງແຮງໃຈໃຫ້ກັບປະຊາຊົນຫຼາຍຈົນນັບບໍ່ຖ້ວນໃນການສະແຫວງຫາຄວາມໃຝ່ຝັນຂອງຕົນ ແລະໄດ້ປ່ຽນແປງຊາຕາກຳຂອງປະຊາຊົນຈຳນວນຫຼວງຫຼາຍ, ພ້ອມທັງໄດ້ສ້າງໃຫ້ມີສະພາບການອັນໃຫມ່ແຫ່ງຊີວິດການເປັນຢູ່ທີ່ດີງາມຂອງປະຊາຊົນນັບເປັນຕື້ຄົນໃນຍຸກໃໝ່.

 

  ປັດຈຸບັນ, ຢູ່ບ້ານຊ່ານເຫີ ເມືອງຈ່າວເຈ ທີ່ຕັ້ງຢູ່ເຂດພາກກາງຂອງພູຕ້າຫຼຽງແຂວງເສສວນທີ່ຫ່າງຈາກນະຄອນຫຼວງປັກກິ່ງຫຼາຍພັນກິໂລແມັດ, ເຮືອນຢູ່ຂອງປະຊາຊົນເຜົ່າຢີທີ່ມີເອກະລັກພິເສດ ຄືຝາເຮືອນສີເຫຼືອງ, ມຸງດິນຂໍສີຂີ້ເທົ່າໄດ້ລຽງກັນເປັນແຖວຢ່າງເປັນລະບຽບຮຽບຮ້ອຍ.

 

  ເດືອນກຸມພາປີ2018, ທ່ານສີຈິ້ນຜິງໄດ້ຂີ່ລົດເດີນທາງຕາມທາງຫຼວງເທິງພູສູງຊັນໄປຮອດບ້ານຊ່ານເຫີ, ທ່ານໄດ້ຍ່າງເຂົ້າໄປໃນເຮືອນຕ່ຳຂອງນາງຈີຮ້າວໂຢໂກວທີ່ກໍ່ດ້ວຍດິນທັງເກົ່າແກ່ເປ່ເພ ແລະມືດຄຶ້ມ. ພາຍໃຕ້ການໃຫ້ກຳລັງໃຈຂອງທ່ານສີຈິ້ນຜິງ, ນາງໂຢໂກວທີ່ມີອາຍຸ 10 ປີໄດ້ຮ້ອງເພງດ້ວຍຄວາມກ້າຫານ ໃນເພງທີ່ມີຊື່ວ່າ “ທຸງຊາດທຸງຊາດຈັ່ງແມ່ນງາມອີ່ຫຼີ”. 

 

“ແມ່ນພໍ່ເຖົ້າສີ” ໃນຂະນະທີ່ເບິ່ງການຖ່າຍທອດສົດທາງໂທລະພາບຂອງພິທີ ພົບປະກັບສື່ມວນຊົນຈີນແລະຕ່າງປະເທດຂອງກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນຊຸດໃໝ່, ນາງຈີຮ້າວໂຢໂກວທີ່ປັດຈຸບັນໄດ້ເຕີບໃຫຍ່ ເປັນສາວແລ້ວນັ້ນໄດ້ເຫັນທ່ານສີຈິ້ນຜິງຢູ່ໃນໂທລະພາບຈຶ່ງຮ້ອງຂຶ້ນມາດ້ວຍຄວາມຕື່ນເຕັ້ນດີໃຈ. ນາງບອກວ່າ: “ຄອບຄົວຂ້ອຍໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ, ໄດ້ຍ້າຍເຂົ້າໄປຢູ່ເຮືອນໃໝ່ທີ່ມີເນື້ອທີ່ 100 ຕາແມັດ. ຂ້ອຍກໍໄດ້ອອກຈາກບ້ານເຂດພູດອຍໄປຮຽນມັດທະຍົມຕອນຕົ້ນຢູ່ໃນເມືອງ. ດຽວນີ້ຂ້ອຍຮຽນຮ້ອງເພງໃໝ່ໄດ້ຫຼາຍເພງແລ້ວ, ຂ້ອຍຢາກຮ້ອງເພງຍ້ອງຍໍການປ່ຽນແປງຂອງບ້ານເກີດໃຫ້ພໍ່ເຖົ້າສີຟັງ.”

 

“ພວກເຮົາຕ້ອງຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກກັບປະຊາຊົນ, ຮ່ວມຈິດ ຮ່ວມໃຈກັບປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ, ຄິດເພື່ອປະຊາຊົນ, ປະຕິບັດຕາມໜ້າທີ່ທີ່ປະຊາຊົນມອບໝາຍໃຫ້, ເຮັດໃຫ້ຄວາມມຸ່ງຫວັງຂອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ທີ່ດີງາມໃຫ້ກາຍເປັນຈິງຢ່າງບໍ່ຢຸດຢັ້ງ.”

 

  ນີ້ຄືຄຳຢືນຢັນດ້ວຍຄວາມດູດດື່ມອັນເລິກເຊິ່ງຂອງທ່ານສີຈິ້ນຜິງ,ຍິ່ງເປັນຄຳໝັ້ນສັນຍາອັນໜັກແໜ້ນຂອງຊາວກອມມູນິດຈີນທີ່ບໍ່ລືມອຸດົມການແຕ່ຫົວທີຢ່າງສະເໝີຕົ້ນສະເໝີປາຍ.

 

    ເຮັດທຸກສິ່ງຢາງເພື່ອປະຊາຊົນ, ເຮັດທຸກສິ່ງຢ່າງໂດຍອີງໃສ່ປະຊາຊົນ. ບໍ່ວ່າຈະພົບຄື້ນກະແສຟອງສູງຫຼືຟ້າຝົນລົມແດງ, ປະຊາຊົນຈະເປັນບ່ອນອີງທີ່ໝັ້ນແກ່ນທີ່ສຸດ ແລະເປັນຄວາມໝັ້ນໃຈທີ່ເຂັ້ມແຂງທີ່ສຸດ.

 

     ນີ້ຄືການຮັກສາສະຕິແລະຄວາມເດັດດ່ຽວໜຽວແໜ້ນຢູ່ທຸກເວລາໃນການແກ້ໄຂບັນຫາຫຍຸ້ງຍາກທີ່ສະເພາະແຕ່ພັກໃຫຍ່ຈິ່ງມີ ດັ່ງທີ່ທ່ານສີຈິ້ນຜິງໄດ້ກ່າວໃນຄຳປາໄສວ່າ:

 

   “ພັກໜຶ່ງທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກລຳບາກຕ່າງໆນາໆແຕ່ບໍ່ປ່ຽນອຸດົມ ການແຕ່ຫົວທີ ຈິ່ງຈະສາມາດສ້າງພາລະກິດທີ່ຍືນຍົງຕະຫຼອດການ, ພັກໜຶ່ງທີ່ໄດ້ສ້າງຜົນສຳເລັດອັນຍິ່ງໃຫຍ່ສະຫງ່າງາມແລ້ວຍັງກ້າປະຕິວັດໂດຍຕົນເອງ ຈິ່ງຈະມີຄວາມເຂັ້ມແຂງທີ່ສຸດໂດຍສາມາດເອົາຊະນະທຸກສິ່ງຢ່າງໄດ້.”

 

     ຜ່ານຜ່າຟ້າຝົນລົມແດງມາເປັນເວລາ 100 ປີ,  ພັກກອມມູນິດຈີນໄດ້ນຳພາການປະຕິວັດສັງຄົມດ້ວຍການປະຕິວັດໂດຍຕົນເອງ, ຜ່ານຜ່າອຸປະສັກກີດຂວາງ ແລະຄວາມຫຍຸ້ງຍາກລຳບາກຕ່າງໆນາໆແຕ່ຍັງບໍ່ຍອມທໍ້ຖ້ອຍ,ຜ່ານຜ່າຄວາມອັນຕະລາຍຕ່າງໆນາໆແຕ່ຍັງຍຶດໝັ້ນອຸດົມການຢ່າງໝັ້ນໜຽວບໍ່ປ່ຽນແປງ, ກາຍເປັນພັກການເມືອງລັດທິມາກທີ່ບໍ່ສາມາດຕີໃຫ້ປະລາໄຊໄດ້, ບໍ່ສາມາດເຕັງຫົວໃຫ້ລົ້ມລົງໄດ້.

 

  ຂະນະທີ່ກ່າວຄຳປາໄສ, ຄຳເວົ້າຂອງທ່ານສີຈິ້ນຜິງແມ່ນເຕັມໄປດ້ວຍຄວາມໜັກແໜ້ນ ແລະທຸ່ນທ່ຽງ: “ເມື່ອຢືນຢູ່ຕໍ່ໜ້າສິ່ງທ້າທາຍໃໝ່ແລະການທົດສອບໃໝ່ບົນຂະ ບວນການໃໝ່. ພວກເຮົາຕ້ອງມີສະຕິຕື່ນຕົວແລະສຳຫຼວດຕົນເອງໃນລະດັບສູງ, ຮັກສາສະຕິແລະຄວາມສຸຂຸມຮອບຄອບໃນການຜ່ານຜ່າການທົດສອບຢ່າງສະເໝີຕົ້ນສະເໝີປາຍ, ຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານໃຫ້ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ພັກໃຫຍ່ທີ່ມີປະຫວັດມາເປັນເວລາ100ປີເກີດມີພະລັງຊີວິດຊີວາອັນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງທ່າມກາງການປະຕິວັດໂດຍຕົນເອງ, ກາຍເປັນກຳລັງຫຼັກແຫຼ່ງທີ່ໄວ້ໃຈໄດ້ທີ່ສຸດແລະເຂັ້ມແຂງທີ່ສຸດຂອງປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ.”

 

  ຈຳເປັນຕ້ອງບໍ່ລືມອຸດົມການແຕ່ຫົວທີ, ຈົດຈຳພາລະກຳໃຫ້ໜັກແໜ້ນ, ຈຳເປັນຕ້ອງມີຄວາມຖະໜອມຖ່ອມຕົວ ແລະສຸຂຸມຮອບຄອບ, ບາກບັ່ນສູ້ຊົນຢ່າງທໍລະຫົດອົດທົນ, ຈຳເປັນຕ້ອງກ້າຕໍ່ສູ້, ຮູ້ວິທີຕໍ່ສູ້, ເຊິ່ງເປັນຄຳຮຽກຮ້ອງທີ່ທ່ານສີຈິ້ນຜິງມີຕໍ່ສະມາຊິກພັກກອມມູນິດຈີນທຸກຄົນ, ອັນເປັນກຳລັງແຮງທີ່ບໍ່ມີຂີດຈຳກັດໃນການຊຸກຍູ້ໃຫ້ທົ່ວພັກສ້າງຜົນງານດີເດັ່ນກວ່າເກົ່າໃນຂະບວນການໃໝ່ທີ່ເຕັມໄປດ້ວຍການທົດສອບຕ່າງໆ.

 

  ການກ່າວຄຳປາໄສຂອງທ່ານສີຈິ້ນຜິງຄັ້ງນີ້ ຍັງໄດ້ສະແດງໃຫ້ເຫັນເຖິງຄວາມໂອບເອື້ອອາລີແລະຄວາມຮັບຜິດຊອບທີ່ຍຶດໝັ້ນໃນການຮ່ວມກັນປະຕິບັດຕາມກົດເກນຮ່ວມຂອງໂລກ.

 

   ໃນໄລຍະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກກອມມູນິດຈີນ, ບຸກຄົນສຳຄັນທາງການເມືອງຂອງປະເທດຕ່າງໆໄດ້ພາກັນສົ່ງສານຊົມເຊີຍໂດຍລະບຸວ່າ: “ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນເປັນເຫດການສຳຄັນທີ່ເປັນນິມິດໝາຍທາງປະຫວັດສາດ”, “ກອງປະຊຸມໃຫຍ່ຄັ້ງທີ20ຂອງພັກກອມມູນິດຈີນເປັນຂີດໝາຍສະແດງໃຫ້ເຫັນວ່າ: ການພັດທະນາຂອງຈີນຈະກ້າວເຂົ້າສູ່ຂະບວນການໃໝ່ ແລະຈະເສີມຂະຫຍາຍບົດບາດຫຼາຍກວ່າເກົ່າເຂົ້າໃນວຽກງານສາກົນ” ແລະອື່ນໆ. ສື່ມວນຊົນຕ່າງປະເທດໄດ້ສຸມໃສ່ລາຍງານຂ່າວກ່ຽວກັບປະເທດຈີນ, ນັກຂ່າວຕ່າງປະເທດປະມານ 900 ກວ່າຄົນໄດ້ລົງທະບຽນສະໝັກເຂົ້າຮ່ວມວຽກງານລາຍງານຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງນີ້.

 

  ທ່ານເບເຣັດ ຊີໄຊ ນັກຂ່າວຂ່າວສານເອທີໂອປີໄດ້ເອົາຂ່າວຢູ່ສະຖານທີ່ຈັດພິທີພົບປະສື່ມວນຊົນຂອງກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນຊຸດໃໝ່ໄດ້ໃຫ້ຮູ້ວ່າ: “ນີ້ຄືຈຸດເວລາອັນສຳຄັນທີ່ບໍ່ຄວນພາດເດັດຂາດ.” ນີ້ແມ່ນເທື່ອທີສອງແລ້ວທີ່ທ່ານໄດ້ໄປເອົາຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນ, ທ່ານກ່າວຕື່ມວ່າ: “ການພັດທະນາຂອງຈີນເປັນໜ້າງຶດງໍ້ຫຼາຍ, ການພັດທະນາແບບນີ້ເປັນການພັດທະນາຢ່າງຮອບດ້ານ, ເຊິ່ງປາສະຈາກຄວາມສາມາດການນຳພາອັນໂດດເດັ່ນຂອງຜູ້ນຳຈີນ ແລະຄວາມພະຍາຍາມສູ້ຊົນດ້ວຍຄວາມທໍລະຫົດອົດທົນຂອງປະຊາຊົນຈີນບໍ່ໄດ້.”

 

   ຂະນະທີ່ກ່າວຄຳປາໄສ, ຄຳເວົ້າຂອງທ່ານສີຈິ້ນຜິງແມ່ນມີຄວາມເດັດດ່ຽວແລະເຂັ້ມແຂງ: “ຂໍພຽງແຕ່ປະຕິບັດຕາມກົດເກນຮ່ວມຂອງໂລກ, ບັນດາປະເທດກໍຈະສາມາດຢູ່ຮ່ວມກັນຢ່າງປອງດອງ ແລະຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮ່ວມກັນສ້າງອະນາຄົດທີ່ດີງາມຂອງໂລກ.” “ພວກເຮົາຈະຮ່ວມກັບປະຊາຊົນບັນດາປະເທດ, ເສີມຂະຫຍາຍຄ່ານິຍົມຮ່ວມຂອງມວນມະນຸດຄື ສັນຕິພາບ, ການພັດທະນາ, ຄວາມຍຸຕິທຳ,ຄວາມເປັນທຳ, ປະຊາທິປະໄຕ,ເສລີພາບ, ປົກປັກຮັກສາສັນຕິພາບຂອງໂລກ, ສົ່ງເສີມການພັດທະນາຂອງໂລກ, ສືບຕໍ່ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.”

 

   ທ່ານໂຣເບີດ ເຄີນ ຜູ້ຊ່ຽວຊານດ້ານບັນຫາຈີນຂອງອາເມຣິກາທີ່ໄດ້ຕິດຕາມຢ່າງໃກ້ຊິດແລະຄົ້ນຄວ້າການປ່ຽນແປງດ້ານການພັດທະນາຂອງຈີນໃນຕະຫຼອດໄລຍະ 30 ກວ່າປີຜ່ານມານີ້ໄດ້ຮັບຊົມພິທີພົບປະກັບສື່ມວນຊົນຈີແລະຕ່າງປະເທດຂອງກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນຊຸດໃໝ່ຄັ້ງນີ້ຜ່ານທາງອິນເຕີເນັດຢູ່ເຮືອນຂອງຕົນທີ່ນະຄອນນີວຢອກອາເມຣິກາ. ທ່ານກ່າວວ່າ: “ໃນໄລຍະເວລາ 10 ປີທີ່ທ່ານສີຈິ້ນຜິງເປັນປະທານປະ ເທດ, ສະພາບການດ້ານການເມືອງ,ເສດຖະກິດແລະສັງຄົມຂອງຈີນໄດ້ເກີດມີການປ່ຽນແປງຢ່າງໃຫຍ່ຫຼວງ. ” ທ່ານກ່າວຕື່ມວ່າ, ຈີນໄດ້ສຸມໃສ່ຊຸກຍູ້ການສ້າງຮູບແບບບໍລິຫານໂລກອັນໃໝ່,ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ເຊິ່ງເປັນເປົ້າໝາຍໜຶ່ງຂອງການສ້າງສາຄວາມທັນສະໄໝແບບຈີນ ແລະກໍມີຜົນດີຕໍ່ການຊຸກຍູ້ສັນຕິພາບແລະຄວາມຈະເລີນຮຸ່ງເຮືອງຂອງໂລກ.

 

   ໃນຕອນທ້າຍຂອງຄຳປາໄສ, ທ່ານສີຈິ້ນຜິງມີຄຳຮຽກຮ້ອງວ່າ: “ຂະບວນການໃໝ່ເປັນການເດີນທາງໄກທີ່ເຕັມໄປດ້ວຍກຽດສະຫງ່າ ແລະຄວາມໃຝ່ຝັນ. ແຜນການອັນຍິ່ງໃຫຍ່ໄດ້ສ້າງຂຶ້ນແລ້ວ, ບັ້ນສູ້ຊົນໄດ້ເປີດຂຶ້ນແລ້ວ, ພວກເຮົາຕ້ອງບຸກໜ້າບືນຕົວ, ກ້າວໄປຂ້າງໜ້າດ້ວຍຄວາມກ້າຫານແລະທໍລະຫົດອົດທົນ, ພະຍາຍາມສູ້ຊົນເພື່ອສ້າງອະນາຄົດທີ່ສະຫວ່າງສະໄຫວກວ່າເກົ່າ.”

 

   ອອກເດີນທາງຄັ້ງໃໝ່,ປະຊາຊົນຈີນກຳລັງບຸກບືນກ້າວໄປຂ້າງໜ້າໃນຂະບວນການທີ່ຍິ່ງໃຫຍ່ກວ່າເກົ່າ, ກຳແໜ້ນສະພາບການທີ່ເອື້ອອຳນວຍ, ປະຊາຊົນຈີນຍ່ອມຈະໄດ້ຮັບໄຊຊະນະທີ່ຍິ່ງໃຫຍ່ກວ່າເກົ່າ.