ທ່ານສີຈິ້ນຜິງປະດັບຫຼຽນໄຊມິດຕະພາບໃຫ້ທ່ານຫງວຽນຟູຈອງ

2022-11-01 10:50:03 CRI

ວັນທີ 31 ຕຸລາຜ່ານມານີ້ ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານຫງວຽນຟູຈອງ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກຄອມມູນິດຫວຽດນາມ ໃນພິທີອັນຄຶກຄື້ນ.

ທ່ານສີຈິ້ນຜິງ ກ່າວວ່າ: ຫຼຽນໄຊມິດຕະພາບນີ້ ໄດ້ຕາງໜ້າພັກຄອມມູນິດຈີນ ກໍຄືປະຊາຊົນຈີນສະແດງມິດໄມຕີຕໍ່ທ່ານຫງວຽນຟູຈອງ ແລະ ປະຊາຊົນຫວຽດນາມ, ເປັນສັນຍາລັກແຫ່ງຄວາມຮັກແພງແລະມິດຕະພາບຖານສະຫາຍອ້າຍນ້ອງ ລະຫວ່າງຈີນ-ຫວຽດນາມ, ໄດ້ຝາກຝັງຄວາມຫວັງອັນເລິກເຊິ່ງຂອງສອງພັກ ແລະ ສອງລັດທີ່ຮ່ວມກັນສະແຫວງຫາອະນາຄົດອັນຈົບງາມ. ຂ້າພະເຈົ້າອວຍພອນດ້ວຍຄວາມຈິງໃຈໃຫ້ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມຈົ່ງປະສົບຜົນສຳເລັດໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ຕຳແໜ່ງອັນສູງສົ່ງຂອງຕົນ, ອວຍພອນດ້ວຍຄວາມຈິງໃຈໃຫ້ສອງປະເທດຈີນ ແລະ ຫວຽດນາມຈົ່ງຈະເລີນຮຸ່ງເຮືອງ, ປະຊາຊົນຢູ່ເຢັນເປັນສຸກ ແລະ ອວຍພອນດ້ວຍຄວາມຈິງໃຈ ໃຫ້ມິດຕະພາບລະຫວ່າງປະຊາຊົນສອງຊາດຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.

ທ່ານຫງວຽນຟູຈອງ ກ່າວວ່າ: ກ່ອນອື່ນ, ຂ້າພະເຈົ້າສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງ ຕໍ່ພັກ, ລັດກໍຄືປະຊາຊົນຈີນຖານອ້າຍນ້ອງ ທີ່ມີຄວາມຮັກແພງແລະມິດຕະພາບອັນເລິກເຊິ່ງ ກັບພັກ, ລັດ ແລະ ປະຊາຊົນຫວຽດນາມທຸກເຊັ່ນຄົນ ລວມທັງຂ້າພະເຈົ້າ. ຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍກຽດອັນສູງສົ່ງນີ້ ຈະກາຍເປັນພະລັງຊຸກດັນອັນໃຫຍ່ຫຼວງທີ່ຊຸກຍູ້ໃຫ້ພວກເຮົາ ປັບປຸງ ແລະ ພັດທະນາສາຍພົວພັນລະຫວ່າງຫວຽດນາມ-ຈີນຕື່ມອີກ.