ທ່ານຫວາງຢີ້ ສົ່ງສານຊົມເຊີຍເຖິງງານສຳມະນາສາກົນ “ບົດບາດຂອງການທູດລະຫວ່າງປະຊາຊົນໃນການສ້າງ, ຟື້ນຟູ ແລະ ຂະຫຍາຍສາຍພົວພັນລະຫວ່າງຈີນກັບຣັດເຊຍ”

2022-11-01 16:21:36 cri


ວັນທີ 31 ຕຸລາ 2022, ສະມາຄົມມິດຕະພາບຈີນ-ຣັດເຊຍໄດ້ຈັດງານສຳມະນາສາກົນ “ບົດບາດຂອງການທູດລະຫວ່າງປະຊາຊົນໃນການສ້າງ, ຟື້ນຟູ ແລະ ຂະຫຍາຍສາຍພົວພັນລະຫວ່າງຈີນກັບຣັດເຊຍ” ຢູ່ນະຄອນຫຼວງມົສກູ ປະເທດຣັດເຊຍ, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ສົ່ງສານຊົມເຊີຍເຖິງງານສຳມະນາດັ່ງກ່າວ.

ເນື້ອໃນສານຊົມເຊີຍຂອງທ່ານຫວາງຢີ້ ໄດ້ລະບຸວ່າ: ການທູດລະຫວ່າງປະຊາຊົນຈີນ-ຣັດເຊຍມີມູນເຊື້ອມາແຕ່ດົນນານ, ມິດຕະພາບລະຫວ່າງປະຊາຊົນທັງສອງປະເທດມີປະຫວັດ ມາແຕ່ບູຮານນະການ. ຈີນຍິນດີຮ່ວມກັບຣັດເຊຍ, ສືບຕໍ່ຖືຄວາມຮັບຮູ້ທີ່ເປັນເອກະພາບກັນຂອງປະມຸກລັດທັງສອງປະເທດເປັນສິ່ງຊີ້ນຳ, ຕິດຕາມບາດກ້າວທີ່ເດີນໄປຂ້າງໜ້າຂອງຍຸກສະໄໝຢ່າງໃກ້ຊິດ, ເພື່ອສະສົມພະລັງໃຫ້ແກ່ການພົວພັນລະຫວ່າງສອງຝ່າຍ ແລະ ການຮ່ວມມືລະຫວ່າງສອງຝ່າຍຢ່າງບໍ່ຢຸດຢັ້ງ. ຫວັງວ່າສະມາຄົມມິດຕະພາບຈີນ-ຣັດເຊຍ ແລະ ບຸກຄົນມິດຕະພາບໃນວົງການຕ່າງໆຂອງສອງປະເທດຈະສືບຕໍ່ເສີມຂະຫຍາຍມູນເຊື້ອທີ່ດີງາມ, ສືບຕໍ່ຊຸກຍູ້ການໄປມາຫາສູ່ກັນຢ່າງມີໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງຊາດຢ່າງຕໍ່ເນື່ອງ, ສ້າງຂົວໃໝ່ແຫ່ງຄວາມເຂົ້າໃຈກັນ ແລະ ໃກ້ຊິດກັນໃຫ້ແກ່ປະຊາຊົນທັງສອງປະເທດ, ເພື່ອເຮັດໃຫ້ມິດຕະພາບລະຫວ່າງທຸກເຊັ່ນຄົນຈີນ ແລະ ຣັດເຊຍມີພື້ນຖານສັງຄົມອັນໜັກແໜ້ນແ ແລະ ເຂົ້າເຖິງຈິດໃຈຂອງປະຊາຊົນ..

ທ່ານເຊີເກ ລັຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກໍໄດ້ສົ່ງສານຊົມເຊີຍເຖິງງານສຳມະນາດັ່ງກ່າວເຊັ່ນດຽວກັນ.