ຫ້ອງທົດລອງເມິ້ງທ່ຽນໄດ້ເຊື່ອມຕໍ່ກັບສະຖານີອະວະກາດຈີນຢູ່ຕາມວົງໂຄຈອນຢ່າງສຳເລັດຜົນ

2022-11-01 10:51:42 cri

ຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນແຈ້ງຂ່າວວ່າ: ພາຍຫຼັງຫ້ອງທົດລອງເມິ້ງທ່ຽນຖືກສົ່ງເຂົ້າສູ່ວົງໂຄຈອນແລ້ວ, ໄດ້ເຊື່ອມຕໍ່ກັບດ້ານໜ້າຂອງຫ້ອງແກນກາງທ່ຽນເຫີຂອງສະຖານີອະວະກາດຈີນຢ່າງສຳເລັດຜົນ ໃນເວລາ 4 ໂມງ 27 ນາທີຂອງວັນທີ 1 ພະຈິກປີ 2022 , ໄລຍະການເຊື່ອມຕໍ່ໃຊ້ເວລາ 13 ຊົ່ວໂມງ. ຈາກນັ້ນ, ຈະປ່ຽນຕຳແໜ່ງຂອງຫ້ອງທົດລອງເມິ້ງທ່ຽນຕາມແຜນການ, ຫ້ອງທົດລອງເມິ້ງທ່ຽນຮ່ວມກັບຫ້ອງແກນກາງທ່ຽນເຫີ ແລະ ຫ້ອງທົດລອງເວີ້ນທ່ຽນປະກອບເປັນສະຖານີອະວະກາດພື້ນຖານທີ່ເປັນຮູບໂຕ “T”.