ເປັນພັນທະມິດຂອງອາເມຣິກາຈະໄດ້ຮັບຜົນປະໂຫຍດຫຼາຍສ່ຳໃດ?

2022-11-01 09:36:01 cri

ໃນຫຼາຍປີມໍ່ໆມານີ້, ອາເມຣິກາໄດ້ທຳລາຍຜົນປະໂຫຍດຂອງພັນທະມິດຕົນເລື້ອຍໆ ຈົນມີ “ຊື່ສຽງໂດ່ງດັງ” ໃນໂລກ. ໃນປະຫວັດສາດ, ອາເມຣິກາໄດ້ທຳລາຍຜົນປະໂຫຍດຂອງພັນທະມິດ ເພື່ອຜົນປະໂຫຍດຂອງຕົນເລື້ອຍໆຈົນນັບບໍ່ຖ້ວນ. ພັນທະມິດຂອງອາເມຣິກາໃນທົ່ວໂລກເກືອບໄດ້ຮັບຜົນກະທົບໝົດໃນແບບດຽວກັນ.


ໃນຕົ້ນຊຸມປີ 1980, ເສດຖະກິດຂອງຍີ່ປຸ່ນ ທີ່ເປັນພັນທະມິດອາເມຣິກາໄດ້ເຂັ້ມແຂງຂຶ້ນ ແລະ ໄດ້ກາຍເປັນກຸ່ມເສດຖະກິດໃຫຍ່ອັນດັບ 2 ຂອງໂລກ ເຊິ່ງພຽງຖັດຈາກອາເມຣິກາ. ແຕ່ພ້ອມກັນນັ້ນ, ເສດຖະກິດອາເມຣິກາພັດໄດ້ຊຸດໂຊມລົງຍ້ອນການເສຍປຽບດຸນການຄ້າ ນັບມື້ນັບຫຼາຍຂຶ້ນ. ເພື່ອແກ້ໄຂບັນຫາເສຍປຽບດຸນການຄ້າ, ເດືອນກັນຍາປີ 1985, ອາເມຣິກາໄດ້ບີບບັງຄັບໃຫ້ຍີ່ປຸ່ນເຊັນ “ສັນຍາພລາຊາ” ຢູ່ໂຮງແຮມພລາຊາຂອງນະຄອນນິວຢອກປະເທດອາເມຣິກາ. ຫຼັງຈາກນັ້ນ, ອັດຕາແລກປ່ຽນຂອງເງິນເຢັນຍີ່ປຸ່ນຕໍ່ເງິນໂດລາສະຫະລັດໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ສົ່ງຜົນເຮັດໃຫ້ຂະແໜງການການທະນາຄານ ແລະ ອະສັງຫາລິມະຊັບຍີ່ປຸ່ນຖືກທຳລາຍຢ່າງໜັກໜ່ວງ, ຈາກນັ້ນ, ເສດຖະກິດຍີ່ປຸ່ນໄດ້ຕົກຕ່ຳລົງຢ່າງຫຼວງຫຼາຍ ແລະ ໄດ້ຕົກເຂົ້າໃນໄລຍະຊຸດໂຊມລົງເປັນໄລຍະດົນນານ.


ປີ 2013, ທ່ານເອດເວີດ ສະໂນເດນ ອະດີດພະນັກງານຂ່າວລັບອາເມຣິກາໄດ້ເປີດເຜີຍໂຄງການດັກຟັງຂະໜາດໃຫຍ່ປຣີຊິມ (Prism) ຂອງອາເມຣິກາ, ເປົ້າໝາຍດັກຟັງລວມທັງທ່ານນາງອັງເຈີລາ ເມີເຄວ ອະດີດນາຍົກລັດຖະມົນຕີເຢຍລະມັນ ແລະ ປະມຸກລັດທ່ານອື່ນໆຂອງຫຼາຍປະເທດທີ່ເປັນພັນທະມິດອາເມຣິກາ.


ໃນຫຼາຍປີມໍ່ໆມານີ້, ອາເມຣິກາກໍໄດ້ທຳລາຍຜົນປະໂຫຍດຂອງພັນທະມິດຂອງຕົນເລື້ອຍໆ.


ພາຍຫຼັງທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາຄົນປັດຈຸບັນຂຶ້ນດຳລົງຕຳແໜ່ງປະທານາທິບໍດີບໍ່ດົນ, ອາເມຣິກາກໍໄດ້ທຳລາຍຜົນປະໂຫຍດຂອງຝຣັ່ງ ທີ່ເປັນປະເທດພັນທະມິດຂອງອາເມຣິກາມາເປັນເວລາດົນທີ່ສຸດ, ເດືອນກັນຍາປີ 2021, ອາເມຣິກາໄດ້ຍາດເອົາໃບສັ່ງຈອງກຳປັ່ນດຳນ້ຳທີ່ມີມູນຄ່າຫຼາຍສິບຕື້ໂດລາສະຫະລັດລະຫວ່າງຝຣັ່ງກັບອົສຕຣາລີ. ຫຼັງຈາກນັ້ນ, ກໍໄດ້ອະນຸຍາດໃຫ້ຂາຍກຳປັ່ນຮົບໃຫ້ເກຣັກ ເພື່ອເຈດຕະນາຍາດໃບສັ່ງຈອງຂາຍກຳປັ່ນຮົບໃຫ້ເກຣັກຂອງຝຣັ່ງອີກຄັ້ງໜຶ່ງ. ໃນໄລຍະທີ່ພະຍາດໂຄວິດ-19 ແຜ່ລະບາດຢູ່ອິນເດຍຢ່າງຮ້າຍແຮງທີ່ສຸດ, ອາເມຣິກາໄດ້ໂຈະການສົ່ງອອກວັດຖຸດິບໃນການຜະລິດວັກຊິນປ້ອງກັນໂຄວິດ-19 ໃຫ້ອິນເດຍ ເຊິ່ງກໍເປັນພັນທະມິດທີ່ດີທີ່ສຸດເຊັ່ນກັນ. ເດືອນກັນຍາປີນີ້, ອາເມຣິກາໄດ້ຍາດເອົາໂຄງການການລົງທຶນທີ່ມີມູນຄ່າ 5 ຕື້ໂດລາສະຫະລັດຂອງວິສາຫະກິດເຄິ່ງຕົວນຳຂອງໄຕ້ຫວັນຈີນ ທີ່ກຽມຈະລົງທຶນຢູ່ ສ.ເກົາຫຼີ, ຈົນເຖິງຂັ້ນໄລ່ວິສາຫະກິດລົດໃຊ້ພະລັງງານໄຟຟ້າຂອງ ສ.ເກົາຫຼີ ອອກຈາກຕະຫຼາດອາເມຣິກາ.


ຫວ່າງມໍ່ໆມານີ້, ຍ້ອນສາເຫດຕ່າງໆ, ເອີຣົບໄດ້ຕົກເຂົ້າສູ່ວິກິດການພະລັງງານ ແລະ ໄພເງິນເຟີ້ທີ່ໜັກໜ່ວງ, ອາເມຣິກາໄດ້ສວຍໂອກາດດັ່ງກ່າວ, ຍົກລາຄາພະລັງງານໃຫ້ສູງຂຶ້ນ, ໄດ້ຂາຍແກັສທຳມະຊາດໃຫ້ເອີຣົບດ້ວຍລາຄາສູງກວ່າລາຄາເດີມຫຼາຍເທົ່າ, ການ “ສວຍໂອກາດ” ແບບນີ້ ເຮັດໃຫ້ທ່ານເອັມ ມານູເອວ ມະຄຣົງ ປະທານາທິບໍດີຝຣັ່ງ ແລະ ຜູ້ນຳທ່ານອື່ນໆຂອງປະເທດເອີຣົບຮຽກຮ້ອງວ່າ: “ນີ້ບໍ່ແມ່ນທາດແທ້ຂອງມິດຕະພາບ.”


ທ່ານແຮນຣີ ກິຊິນເກີ ອະດີດລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາເຄີຍກ່າວວ່າ: “ເປັນສັດຕູຂອງອາເມຣິກາຈະເປັນເລື່ອງທີ່ອັນຕະລາຍ, ແຕ່ເປັນພັນທະມິດຂອງອາເມຣິກາຈະເປັນເລື່ອງທີ່ມີອັນຕະລາຍເຖິງແກ່ຊີວິດ” ເຊິ່ງໄດສ່ອງແສງເຖິງທ່າທີຕົວຈິງຂອງອາເມຣິກາທີ່ມີຕໍ່ພັນທະມິດຂອງຕົນ. ທີ່ຈິງແລ້ວ, ໃນສາຍຕາຂອງອາເມຣິກາ, ພັນທະມິດຈະເປັນແຕ່ເຄື່ອງຖວາຍສຳລັບຕົນເອງເທົ່ານັ້ນ, ອາເມຣິກາບໍ່ໄດ້ຖືພັນທະມິດຂອງຕົນເປັນເພື່ອນມິດແທ້ຈັກເທື່ອ, ພຽງແຕ່ຖືເປັນເຄື່ອງມືຮັບໃຊ້ຕົນເອງເທົ່ານັ້ນ.


“ມິດຕະພາບ” ຂອງອາເມຣິກາໄດ້ເຮັດໃຫ້ຫຼາຍພັນທະມິດຕື່ນຕົວຂຶ້ນ, “ມິດຕະພາບ” ຂອງອາເມຣິກາຈະມີຄຸນຄ່າສ່ຳໃດ? ນີ້ຈະເປັນເລື່ອງທີ່ຄວນພິຈາລະນາໃຫ້ດີໆ.