ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ໄດ້ສຳເລັດວຽກງານກະກຽມທຸກຢ່າງໂດຍພື້ນຖານແລ້ວ

2022-11-02 11:45:31 cri

ໃນກອງປະຊຸມຖະແຫຼງຂ່າວຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ທີ່ຈັດຂຶ້ນໃນວັນທີ 1 ພະຈິກນີ້, ເຈົ້າໜ້າທີ່ທີ່ກ່ຽວຂ້ອງກ່າວວ່າ: ໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນທຸກຄັ້ງ, ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານຈີນລ້ວນແຕ່ໄດ້ວາງນະໂຍບາຍສະໜັບສະໜູນການເຂົ້າຮ່ວມງານວາງສະແດງທີ່ກ່ຽວຂ້ອງ, ປັດຈຸບັນ, ໄດ້ມີນະໂຍບາຍທີ່ຕົກລົງກັນແລ້ວ 19 ຂໍ້. ພາກສ່ວນທີ່ກ່ຽວຂ້ອງພວມສຸມຄວາມພະຍາຍາມຢ່າງສຸດຂີດ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດນະໂຍບາຍເຫຼົ່ານີ້, ຕັ້ງໜ້າຊຸກຍູ້ໃຫ້ນະໂຍບາຍກາຍເປັນລະບຽບການປົກກະຕິ.

ອົງການພາສີຂອງຈີນໄດ້ສ້າງຕັ້ງອົງການບໍລິການດ້ານການຕິດຕາມຄຸ້ມຄອງແບບປົກກະຕິສຳລັບງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ງານວາງສະແດງ 5 ຄັ້ງໄດ້ວາງມາດຕະການສະໜັບສະໜູນລວມ 79 ຂໍ້ ເຊິ່ງໄດ້ບັນລຸການປອດການໃຊ້ເຈ້ຍພິມຕະຫຼອດຂະບວນການແຈ້ງດ່ານ, ສ້າງຮູບແບບບໍລິການດ້ານການຕິດຕາມການຄຸ້ມຄອງແຈ້ງດ່ານແບບດີຈີຕອນ, ອັດສະລິຍະ, ແບບສະດວກ ແລະ ແບບລວມສູນ. ນອກນີ້, ໃນງານວາງສະແດງ 4 ຄັ້ງທີ່ຜ່ານມາ, ນະຄອນຊຽງໄຮ້ໄດ້ໃຫ້ໃບອະນຸມັດຊົ່ວຄາວສຳລັບນັກທຸລະກິດອາຫານພິເສດທີ່ເຂົ້າຮ່ວມງານວາງສະແດງນຳເຂົ້າລວມທັງໝົດ 245 ໃບ. ມາຮອດປັດຈຸບັນນີ້, ງານວາງສະແດງຄັ້ງນີ້ໄດ້ໃຫ້ໃບອະນຸມັດຊົ່ວຄາວສຳລັບນັກທຸລະກິດອາຫານພິເສດທີ່ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າລວມທັງໝົດ 28 ໃບ.