ທ່ານສີຈິ້ນຜິງ ພົບປະກັບນາຍົກລັດຖະມົນຕີປາກິດສະຖານ

2022-11-02 16:45:08 cri

ຕອນເຊົ້າວັນທີ 2 ພະຈິກ 2022 ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານມູຮາມັດ ຊາບັສ ຊາຣິຟ ນາຍົກລັດຖະມົນຕີປາກິດສະຖານທີ່ມາຢ້ຽມຢາມປະເທດຈີນຢ່າງເປັນທາງການ.

ທ່ານສີຈິ້ນຜິງ ເນັ້ນໜັກວ່າ: ຈີນຊົມເຊີຍປາກິດສະຖານຊຸກຍູ້ການຮ່ວມມິດຕະພາບກັບຈີນຢ່າງເດັດດ່ຽວໜຽວແໜ້ນ, ຂອບໃຈນຳປາກິດສະຖານສະໜັບສະໜູນປະເທດຈີນໃນບັນຫາ ແກນກາງ ທີ່ຈີນມີຄວາມເປັນຫ່ວງ. ທ່ານສີຈິ້ນຜິງ ໄດ້ແນະນຳໝາກຜົນສຳຄັນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ. ຈີນຈະສືບຕໍ່ຍຶດໝັ້ນນະໂຍບາຍພື້ນຖານທີ່ເປີດປະຕູສູ່ພາຍນອກ, ສ້າງໂອກາດພັດທະນາໃຫ້ແກ່ທົ່ວໂລກລວມທັງປາກິດສະຖານຫຼາຍກວ່າເກົ່າດ້ວຍການພັດທະນາໃໝ່ຂອງຈີນຢ່າງບໍ່ຢຸດຢັ້ງ.

ທ່ານຊາຣິຟ ກ່າວວ່າ: ການລົງເລິກການພົວພັນຄູ່ຮ່ວມມືຍຸດທະສາດໃນທຸກສະພາວະການລະຫ່າງປາກິດສະຖານ-ຈີນແມ່ນພື້ນຖານນະໂຍບາຍການຕ່າງປະເທດ ແລະ ຄວາມຮັບຮູ້ທີ່ເປັນເອກະພາບກັນຂອງວົງການຕ່າງໆຂອງສັງຄົມປາກິດສະຖານ, ຢູ່ໃນໂລກນີ້ບໍ່ມີປະເທດໃດ ສາມາດຊ່ວຍເຫຼືອປະເທດທີ່ພວມພັດທະນາເຊັ່ນປາກິດສະຖານ ແລະ ປະເທດອື່ນໆຢ່າງຈິງໃຈຄືກັບປະເທດຈີນ. ປາກິດສະຖານສະໜັບສະໜູນຂໍ້ລິເລີ່ມການພັດທະນາຂອງໂລກ ແລະ ຂໍ້ລິເລີ່ມຄວາມໝັ້ນຄົງຂອງໂລກທີ່ປະທານສີຈິ້ນຜິງ ສະເໜີອອກ, ຍິນດີເພີ່ມທະວີການຕິດຕໍ່ພົວພັນ ແລະ ການປະສານງານກັບປະເທດຈີນໃນວຽກງານສາກົນ ແລະພາກພື້ນ, ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ ແລະ ການພັດທະນາຂອງໂລກ, ປາກິດສະຖານຈະຢືນຢູ່ນຳກັນກັບປະເທດຈີນຢ່າງເດັດດ່ຽວຕາບເທົ່າໃດໆ.