ແຫຼ່ງທ່ອງທ່ຽວນໍ້າຕົກຕາດຮວງກົວຊູ້ຕັ້ງຢູ່ເມືອງອ່ານຊຸ້ນ ແຂວງກຸ້ຍໂຈ່ຂອງຈີນ. ການທ່ຽວນໍ້າຕົກຕາດຮວງກົວຊູ້ໃນຍາມຄໍ່າຄືນແມ່ນໂຄງການທ່ອງທ່ຽວແສງສີສຽງຢູ່ໃນແຫຼ່ງທ່ອງທ່ຽວຮ່ອມພູທໍາມະຊາດ 5A ຂອງຈີນ, ເຊິ່ງມີຫົວຄິດປະດິດສ້າງຫຼາຍ.
ໂຄງການ“ທ່ຽວນໍ້າຕົກຕາດຮວງກົວຊູ້ໃນຍາມຄໍ່າຄືນ”ໄດ້ນໍາໃຊ້ເຕັກນິກແສງສີສຽງ, ເຮັດໃຫ້ຄວາມສວຍງາມທາງທໍາມະຊາດ ກັບວິທະຍາສາດເຕັກໂນໂລຊີເຊື່ອມໂຍງເຂົ້າກັນຢ່າງກົມກຽວກັນ, ຕ່າງກັນກັບທິວທັດໃນຍາມກາງເວັນຫຼາຍ.