ທ່ານສີຈິ້ນຜິງສົ່ງສານຊົມເຊີຍໄປຍັງກອງປະຊຸມສະພາມົນຕີປະມຸກລັດສັນນິບາດປະເທດອາຣັບຄັ້ງທີ 31

2022-11-02 11:46:19 cri

ວັນທີ 1 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍໄປເຖິງທ່ານອັບເດວມາຈິດ ເຕບບູນ ປະທານາທິບໍດີອານເຊລີ ປະເທດປະທານໝູນວຽນຂອງກອງປະຊຸມສະພາມົນຕີປະມຸກລັດສັນນິບາດປະເທດອາຣັບ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ກອງປະຊຸມສະພາມົນຕີປະມຸກລັດສັນນິບາດປະເທດອາຣັບຄັ້ງທີ 31 ທີ່ຈັດຂຶ້ນຢູ່ນະຄອນຫຼວງອານເຊຂອງປະເທດອານເຊລີ.

ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ: ສັນນິບາດປະເທດອາຣັບໄດ້ສຸມຄວາມພະຍາຍາມຊຸກຍູ້ໃຫ້ໂລກອາຣັບສ້າງຄວາມເຂັ້ມແຂງດ້ວຍຕົນເອງຮ່ວມກັນ, ຕັ້ງໜ້າຊຸກຍູ້ສັນຕິພາບແລະສະຖຽນລະພາບຂອງພາກພື້ນຕາເວັນອອກກາງ, ທຳຄວາມພະຍາຍາມຢ່າງບໍ່ລົດລະ ເພື່ອປົກປ້ອງລັດທິຫຼາຍຝ່າຍ ແລະ ປົກປ້ອງຜົນປະໂຫຍດຮ່ວມຂອງປະເທດພວມພັດທະນາ. ອານເຊລີໄດ້ສຸມຄວາມພະຍາຍາມເພີ່ມທະວີຄວາມສາມັກຄີຂອງປະເທດອາຣັບມາເປັນເວລາດົນນານ, ຕັ້ງໜ້າປົກປ້ອງສິດ ແລະ ຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງປະເທດພວມພັດທະນາ, ເອົາໃຈໃສ່ເປັນຢ່າງສູງຕໍ່ການຮ່ວມມືລະຫວ່າງຈີນແລະບັນດາປະເທດອາຣັບ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ກັບເລື່ອງນີ້. ຈີນຍິນດີຮ່ວມກັນກັບບັນດາປະເທດອາຣັບ, ສືບຕໍ່ຍຶດໝັ້ນສະໜັບສະໜູນເຊິ່ງກັນແລະກັນ, ເປີດກວ້າງການຮ່ວມມືກັນ, ຈັບມືກັນສ້າງຄູ່ຮ່ວມຊາຕາກຳຈີນ-ອາຣັບທີ່ອວ່າຍໜ້າໄປສູ່ຍຸກໃໝ່, ຮ່ວມກັນສ້າງອະນາຄົດທີ່ສວຍງາມແຫ່ງການພົວພັນຈີນ-ອາຣັບ, ປະກອບສ່ວນເພື່ອຊຸກຍູ້ສັນຕິພາບແລະການພັດທະນາຂອງໂລກ.