ຍ້ອນການປັບປຸງນະໂຍບາຍ ການພັດທະນາເສດຖະກິດຂອງປະເທດລາວຍ່ອມຈະສາມາດຜ່ານຜ່າຄວາມຫຍຸ້ງຍາກທີ່ມາຈາກອັດຕາເງິນເຟີ້ສູງຂຶ້ນ

2022-11-02 16:48:32 cri

ນັບແຕ່ຕົ້ນປີມານີ້, ຍ້ອນວ່າລັດຖະບານລາວໄດ້ປະຕິບັດນະໂຍບາຍເປີດປະຕູສູ່ພາຍນອກທີ່ໝັ້ນທ່ຽງ, ເສັ້ນທາງລົດໄຟລາວ-ຈີນໄດ້ດຳເນີນງານເປັນຢ່າງດີ ແລະ ສັນຍາວ່າດ້ວຍການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ເລີ່ມມີຜົນບັງຄັບໃຊ້ຢ່າງເປັນທາງການ, ເສດຖະກິດລາວໄດ້ບັນລຸການເຕີບໂຕຢ່າງວ່ອງໄວ. ໃນຫົກເດືອນຕົ້ນປີນີ້, ຈັງຫວະການເຕີບໂຕຂອງເສດຖະກິດລາວໄດ້ບັນລຸເຖິງ 4,3%.


ແຕ່ວ່າ, ຍ້ອນປັດໄຈເສດຖະກິດທີ່ບໍ່ດີຈາກພາຍນອກ, ໄດ້ທຳລາຍຈັງຫວະການເຕີບໂຕທາງເສດຖະກິດທີ່ດີຂອງປະເທດລາວ.

ເມື່ອກ້າວເຂົ້າສູ່ປີ 2022, ອັດຕາເງິນເຟີ້ຂອງອາເມຣິກາໄດ້ເພີ່ມສູງຂຶ້ນຢ່າງວ່ອງໄວ ເຊິ່ງໄດ້ສ້າງສະຖິຕິສູງສຸດໃນຮອບ 40 ປີ. ເພື່ອສະກັດກັ້ນອັດຕາເງິນເຟີ້ເພີ່ມສູງຂຶ້ນຢ່າງວ່ອງໄວຂອງປະເທດຕົນ, ນັບແຕ່ເດືອນມີນາປີນີ້ເປັນຕົ້ນມາ, ທະນາຄານກາງອາເມຣິກາໄດ້ຂຶ້ນອັດຕາດອກເບ້ຍຢ່າງຮຸນແຮງຫຼາຍຄັ້ງແບບບໍ່ເຄີຍມີມາກ່ອນ ເຊິ່ງເຮັດໃຫ້ທຶນສາກົນໄດ້ຫຼັ່ງໄຫຼເຂົ້າສູ່ອາເມຣິກາຢ່າງຫຼວງຫຼາຍ, ສົ່ງຜົນເຮັດໃຫ້ລາຄາທັນຍາຫານ, ນ້ຳມັນເຊື້ອໄຟ ແລະ ສິນຄ້າລາຍໃຫຍ່ໃນສາກົນເພີ່ມສູງຂຶ້ນຢ່າງຫຼວງຫຼາຍ. ໃນເດືອນຕຸລາທີ່ຜ່ານມາ, ອັດຕາເງິນຟີ້ຂອງເຂດໃຊ້ເງິນເອີໂຣໄດ້ສູງເຖິງ 10,7% ເຊິ່ງໄດ້ສ້າງສະຖິຕິສູງສຸດຄັ້ງໃໝ່ໃນປະຫວັດສາດ, ປະເທດອາຊີຕາເວັນອອກສຽງໃຕ້ກໍໄດ້ຮັບຜົນກະທົບຢ່າງໃຫຍ່ຫຼວງຈາກເລື່ອງນີ້.


ໃນຂະນະທີ່ອັດຕາເງິນເຟີ້ໄດ້ເພີ່ມສູງຂຶ້ນໃນຂອບເຂດທົ່ວໂລກ, ອັດຕາເງິນເຟີ້ຂອງປະເທດລາວກໍໄດ້ເພີ່ມສູງຂຶ້ນເຊັ່ນກັນ, ອີງຕາມຂໍ້ມູນສະຖິຕິຂອງອົງການສະຖິຕິແຫ່ງຊາດລາວສະແດງໃຫ້ເຫັນວ່າ: ໃນ 9 ເດືອນທຳອິດປີນີ້, ອັດຕາເງິນເຟີ້ສະເລ່ຍຂອງປະເທດລາວສູງເຖິງ 5,72%, ສ່ວນອັດຕາເງິນເຟີ້ຂອງປະເທດລາວໃນປີກາຍນີ້ເປັນພຽງ 3,32% ເທົ່ານັ້ນ. ໃນຂະນະດຽວກັນ, ອັດຕາເງິນເຟີ້ເພີ່ມສູງຂຶ້ນກໍເຮັດໃຫ້ “ຄວາມສ່ຽງທີ່ແຝງຊ້ອນ” ໃນການພັດທະນາເສດຖະກິດລາວໄດ້ປະກົດຕົວອອກ: ການພັດທະນາເສດຖະກິດໄດ້ອີງໃສ່ການສົ່ງອອກຫຼາຍເກີນໄປ, ກຳລັງການຊື້ຂອງປະຊາຊົນລາວສູງກວ່າກຳລັງການຜະລິດຂອງປະເທດຕົນ, ອັດຕານຳໃຊ້ເງິນຕາຕ່າງປະເທດ ເຊັ່ນ: ໂດລາສະຫະລັດ, ເງິນບາດໄທ ເປັນຕົ້ນຂອງປະຊາຊົນລາວຫຼາຍເກີນໄປ.

ເພື່ອເຮັດໃຫ້ອັດຕາເງິນເຟີ້ຫຼຸດລົງ, ລັດຖະບານລາວໄດ້ປະຕິບັດມາດຕະການຕ່າງໆ ເຊັ່ນ: ຫຼຸດງົບປະມານລາຍຈ່າຍໃຫ້ໜ້ອຍລົງ, ເພີ່ມລາຍໄດ້ໃຫ້ສູງຂຶ້ນ ແລະອື່ນໆ. ທະນາຄານກາງຂອງລາວກໍໄດ້ປະຕິບັດນະໂຍບາຍ “ຂຶ້ນອັດຕາດອກເບ້ຍ”, ຫ້າມບໍ່ໃຫ້ຮ້ານແລກປ່ຽນເງິນຕາຂາຍເງິນຕາຕ່າງປະເທດຕາມໃຈ ແລະອື່ນໆ. ຍ້ອນຄວາມພະຍາຍາມຂອງລັດຖະບານລາວໃນທີ່ສຸດກໍບັງເກີດຜົນໃນລະດັບໃດໜຶ່ງ, ໃນເດືອນຕຸລາທີ່ຜ່ານມາ, ອັດຕາດອກເບ້ຍຂອງປະເທດລາວໄດ້ຫຼຸດລົງເປັນ 3,36%.

ເຊື່ອວ່າ, ຄຽງຄູ່ກັບລາຄານ້ຳມັນໃນຕະຫຼາດສາກົນໄດ້ຫຼຸດລົງເທື່ອລະກ້າວ, ລັດຖະບານລາວໄດ້ປະຕິບັດນະໂຍບາຍທີ່ບັງເກີດຜົນ ກໍຈະເຮັດໃຫ້ປະເທດລາວມີຄວາມສາມາດຮັບມືກັບການອັດຕາດອກເບ້ຍຂອງການທະນາຄານສາກົນສູງຂຶ້ນ, ອັດຕາເງິນເຟີ້ຂອງປະເທດລາວກໍຈະກັບຄືນສູ່ລະດັບປົກກະຕິ, ເສດຖະກິດປະເທດລາວກໍຈະບັນລຸການເຕີບໂຕຢ່າງວ່ອງໄວໄດ້ຄືເກົ່າ.