ນັກບິນອະວະກາດປະຈຳພາລະກິດເສີນໂຈ່ວ 14 ຕອບບັນຫາຂອງຊາວໜຸ່ມເຍົາວະຊົນອາຊຽນ

2022-11-02 13:53:29 cri

ວັນທີ 1 ພະຈິກນີ້, ນັກບິນອະວະກາດຂອງຍານອະວະກາດເສີນໂຈ່ວ 14 ທີ່ກຳລັງເຮັດວຽກຢູ່ສະຖານີອະວະກາດຂອງຈີນ ໄດ້ຈັດກິດຈະກຳຖາມ-ຕອບກັບຊາວໜຸ່ມເຍົາວະຊົນອາຊຽນ. ກິດຈະກຳຄັ້ງນີ້ແມ່ນຈັດໂດຍສຳນັກພິມຄວາມຮູ້ໂລກຂອງຈີນ ແລະສູນຈີນ-ອາຊຽນ ໂດຍໄດ້ດຶງດູດຜູ້ຕາງໜ້າຊາວໜຸ່ມເຍົາວະຊົນຈີນ ແລະອາຊຽນເກືອບ 1.000 ຄົນເຂົ້າຮ່ວມ.

ກິດຈະກຳຄັ້ງນີ້ໄດ້ຕັ້ງສະຖານທີ່ຈັດງານຫຼັກຢູ່ນະຄອນຫຼວງປັກກິ່ງປະເທດຈີນ ແລະໄດ້ຕັ້ງສະຖານທີ່ສາຂາຢູ່ບຣູໄນ, ມາເລເຊຍ, ມຽນມາ, ຟິລິບປິນ, ໄທ, ຫວຽດນາມ ແລະປະເທດອື່ນໆ.

ຫຼາຍປີຜ່ານມານີ້, ຈີນ ແລະອາຊຽນໄດ້ດຳເນີນການແລກປ່ຽນ ແລະການຮ່ວມມືກັນຢ່າງໃກ້ຊິດໃນດ້ານການນຳໃຊ້ເຕັກໂນໂລຊີອະວະກາດ, ດາວທຽມສື່ສານ, ການວັດແທກ ແລະແຕ້ມແຜນທີ່ຜ່ານເຕັກນິກອະວະກາດ ແລະອື່ນໆ, ອະວະກາດໄດ້ກາຍເປັນຂົງເຂດໃໝ່ຂອງການຮ່ວມມືລະຫວ່າງສອງຝ່າຍ.