ອາເມຣິກາມີຜູ້ເຕັມອາຍຸກະສຽນເກືອບ 24 ລ້ານຄົນມີອາການຕົກຕ້າງ “ຍ້ອນຕິດເຊື້ອພະຍາດໂຄວິດ-19 ເປັນໄລຍະດົນ”

2022-11-03 11:00:53 cri

ວັນທີ 2 ພະຈິກນີ້ຕາມເວລາທ້ອງຖິ່ນ, ອີງຕາມຕົວເລກຂໍ້ມູນຂອງສູນປ້ອງກັນແລະຄວບຄຸມພະຍາດອາເມຣິກາສະແດງໃຫ້ເຫັນວ່າ: ອາເມຣິກາມີຜູ້ເຕັມກະສຽນອາຍຸ ເກືອບ 24 ລ້ານຄົນມີອາການຕົກຄ້າງ “ຍ້ອນຕິດເຊື້ອພະຍາດໂຄວິດ-19 ເປັນໄລຍະດົນ”. ໃນນັ້ນ, ລັດເວີຈີເນຍຕາເວັນຕົກມີລາຍງານອາການຕົກຄ້າງສູງທີ່ສຸດ ໂດຍມີເຖິງ 49%, ລັດເວີມົນມີອັດຕາຕ່ຳທີ່ສຸດ, ແຕ່ກໍມີເຖິງ 22%. ນອກນີ້, ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ລັດຟລໍລີດາຫຼາຍກວ່າ 1 ສ່ວນ 4 ກ່າວວ່າ: ເຄີຍມີອາການຕົກຄ້າງ “ຍ້ອນຕິດເຊື້ອພະຍາດໂຄວິດ-19 ເປັນໄລຍະດົນ”.

ອີງຕາມບົດລາຍງານສະບັບໜຶ່ງຂອງສະຖາບັນບຣູກິງສຂອງອາເມຣິກາສະແດງໃຫ້ເຫັນວ່າ: ຄາດວ່າຈະມີຊາວອາເມຣິກາຫຼາຍກວ່າ 4 ລ້ານຄົນວ່າງງານ ຍ້ອນມີອາການຕົກຄ້າງ “ເນື່ອງຈາກຕິດເຊື້ອພະຍາດໂຄວິດ-19 ໃນໄລຍະດົນ”.