ຈີນຮຽກຮ້ອງໃຫ້ປະຊາຄົມໂລກພະຍາຍາມເພື່ອຮັບປະກັນໃຫ້ຊາວອົບພະຍົບທຸກຄົນລ້ວນແຕ່ໄດ້ຮັບການປົກປ້ອງ

2022-11-03 10:59:54 cri

ໃນເວລາຮັບຟັງການລາຍງານຂອງເຈົ້າໜ້າທີ່ຂັ້ນສູງຂອງອົງການ ສປຊ ທີ່ຮັບຜິດຊອບວຽກງານຊາວອົບພະຍົບ ທີ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຈັດຂຶ້ນໃນວັນທີ 2 ພະຈິກນີ້, ທ່ານເກິງສວງ ຮອງຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການ ສປຊ ກ່າວວ່າ: ຈີນຈະເຮັດຄືແຕ່ເກົ່າເມືອຫຼັງສະໜັບສະໜູນວຽກງານຂອງໂຄງການຊາວອົບພະຍົບ ແລະ ເຈົ້າໜ້າທີ່ຂັ້ນສູງທີ່ຮັບຜິດຊອບວຽກງານຊາວອົບພະຍົບຂອງອົງການ ສປຊ, ປະຊາຄົມໂລກຕ້ອງເພີ່ມທະວີການລະດົມທຶນ ແລະ ຊັບພະຍາກອນ ເພື່ອພະຍາຍາມຮັບປະກັນໃຫ້ຊາວອົບພະຍົບທຸກຄົນລ້ວນແຕ່ໄດ້ຮັບການປົກປ້ອງ.

ທ່ານເກິງສວງກ່າວຕື່ມວ່າ: ປັດຈຸບັນນີ້, ບັນຫາຊາວອົບພະຍົບໃນທ້ອງຖິ່ນຕ່າງໆຂອງໂລກມີຄວາມຂ້ຽວຂາດ ແລະ ສັບສົນຂຶ້ນຕື່ມອີກ. ຊາວອົບພະຍົບ ແລະ ຄົນຊັດເຊພະເນຈອນຂາດທີ່ຢູ່ອາໄສໃນທົ່ວໂລກໃນປີ 2022 ມີຫຼາຍກວ່າ 100 ລ້ານຄົນເປັນຄັ້ງທຳອິດ. ກຸ່ມຄົນດັ່ງກ່າວມີຄວາມຕ້ອງການດ້ານມະນຸດສະທຳນັບມື້ນັບຫຼາຍຂຶ້ນ, ແຕ່ການຊ່ວຍເຫຼືອດ້ານມະນຸດສະທຳຕໍ່ພວກເຂົາເຈົ້າຊ້ຳພັດຂາດເຂີນຫຼາຍ, ອົງການຊ່ວຍເຫຼືອມະນຸດສະທຳຕ່າງໆ ເຊັ່ນ: ອົງການເຈົ້າໜ້າທີ່ຂັ້ນສູງເພື່ອຊາວອົບພະຍົບຂອງອົງການ ສປຊ ຈຳເປັນຕ້ອງປັບມາດຕະຖານອຸດໜູນໃຫ້ຕ່ຳລົງ ເຊິ່ງເຮັດໃຫ້ຄົນທັງຫຼາຍຮູ້ສຶກເປັນຫ່ວງນຳຫຼາຍ.

ທ່ານເກິງສວງກ່າວຕື່ມອີກວ່າ: ປະຊາຄົມໂລກຕ້ອງສືບຕໍ່ເສີມຂະຫຍາຍນ້ຳໃຈມະນຸດສະທຳຕື່ມອີກ, ເພີ່ມທະວີການລະດົມທຶນແລະຊັບພະຍາກອນ, ເພີ່ມທະວີການຮ່ວມມືຫຼາຍຝ່າຍແລະສອງຝ່າຍ ເພື່ອພະຍາຍາມຮັບປະກັນໃຫ້ຊາວອົບພະຍົບທຸກຄົນລ້ວນແຕ່ໄດ້ຮັບການປົກປ້ອງ.