ທ່ານສີຈິ້ນຜິງ ສົ່ງສານສະແດງຄວາມເຫັນໃຈເຖິງປະທານາທິບໍດີຟີລິບປີນກໍລະນີທີ່ຟີລິບປີນປະສົບໄພລົມພາຍຸ

2022-11-03 21:55:53 cri

ວັນທີ 3 ພະຈິກ 2022, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານສະແດງຄວາມເຫັນໃຈເຖິງທ່ານເຟີດິນັນ ໂຣມົວເດສ ມາຄົສ ປະທານາທິບໍດີຟີລິບປີນກໍລະນີທີ່ຟີລິບປີນປະສົບໄພລົມພາຍຸພັດຖະຫຼົ່ມ.

ເນື້ອໃນສານສະແດງຄວາມເຫັນໃຈຂອງທ່ານສີຈິ້ນຜິງ ລະບຸວ່າ: ໄດ້ຮັບຂ່າວເສົ້າສະຫຼົດໃຈທີ່ຟີລິບປີນຖືກລົມພາຍຸພັດຖະຫຼົ່ມ, ສົ່ງຜົນເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ບາດເຈັບ ພ້ອມທັງປະສົບຄວາມເສຍຫາຍດ້ານຊັບສິນຢ່າງໜັກໜ່ວງ. ໂດຍຕາງໜ້າລັດຖະບານ ແລະ ປະຊາຊົນຈີນ, ຂ້າພະເຈົ້າສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງຕໍ່ຜູ້ປະສົບເຄາະຮ້າຍ, ສະແດງຄວາມເຫັນໃຈຢ່າງສຸດຊຶ້ງຕໍ່ຄອບຄົວຂອງຜູ້ປະສົບເຄາະຮ້າຍ ແລະ ຜູ້ໄດ້ຮັບບາດເຈັບ. ເຊື່ອວ່າພາຍໃຕ້ການນຳພາຂອງທ່ານ ເຟີດິນັນ ໂຣມົວເດສ ມາຄົສ ແລະ ລັດຖະບານຟີລິບປີນ, ປະຊາຊົນຢູ່ເຂດປະສົບໄພຈະສາມາດຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຈາກໄພພິບັດຄັ້ງນີ້ ແລະ ສາມາດສ້າງບ້ານແປງເມືອງຂອງຕົນຄືນໃໝ່ໄດ້ຢ່າງແນ່ນອນ. ຈີນຍິນດີໃຫ້ການຊ່ວຍເຫຼືອແກ່ຟີລິບປີນໃນການສ້າງສາຄືນໃໝ່ຫຼັງປະສົບໄພ.