ຂອງຂວັນພິເສດສະບັບໜຶ່ງ

2022-11-03 15:39:20 cri


 

ວັນທີ 30 ຕຸລາແລ້ວນີ້, ທ່ານຫງວຽນຟູຈອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມທີ່ມີອາຍຸ 78 ປີໄດ້ເດີນທາງມາເຖິງນະຄອນຫຼວງປັກກິ່ງ ສປ ຈີນ, ກາຍເປັນຜູ້ນຳຕ່າງປະເທດຜູ້ທຳອິດທີ່ເດີນ ທາງມາຢ້ຽມຢາມປະເທດຈີນພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນສິ້ນສຸດລົງ. ທັງແມ່ນທ່ານຫງວຽນຟູຈອງອອກເດີນທາງໄປຢ້ຽມຢາມຕ່າງປະເທດເປັນຄັ້ງທຳອິດພາຍຫຼັງດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມສະໄໝທີ 3.

 


△ ວັນທີ 31 ຕຸລາແລ້ວນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດໄດ້ຈີນຈັດການພົບປະເຈລະຈາກັບທ່ານຫງວຽນຟູຈອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ.


ເດືອນພະຈິກເມື່ອ 5 ປີກ່ອນ,ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ຂອງພັກຄອມມູນິດຈີນສິ້ນສຸດລົງ, ຫວຽດນາມແມ່ນຈຸດໝາຍປາຍທາງໃນການເດີນທາງໄປຢ້ຽມຢາມຕ່າງປະເທດເປັນຄັ້ງທຳອິດຂອງທ່ານສີຈິ້ນຜິງພາຍຫຼັງໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ.

 


△ວັນທີ 12 ພະຈິກປີ 2017, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ຢ້ຽມຢາມຫວຽດນາມທາງລັດຖະກິດ.


ໃນໄລຍະການຢ້ຽມຢາມຄັ້ງນັ້ນ, ຢູ່ໜ້າເຮືອນໄມ້ນ້ອຍທີ່ທ່ານໂຮ່ຈີ່ມິນ ຜູ້ນຳພັກຄອມມູນິດຫວຽດນາມເຄີຍເຮັດວຽກແລະດຳລົງຊີວິດ, ທ່ານສີຈິ້ນຜິງໄດ້ມອບໜັງສືພິມເຢີນໝິນຢື້ປ້າວ 19 ສະບັບ ແດ່ທ່ານຫງວຽນຟູຈອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມເພື່ອເປັນຂອງຂວັນ.

 


△ ໜ້າໜັງສືພິມເຢີນໝິນຢື້ປ້າວໃນເວລາທ່ານຫງວຽນຟູຈອງເດີນທາງມາຢ້ຽມຢາມຈີນເມື່ອເດືອນມັງກອນປີ 2017

 

ໜັງສືພິມເຢີນໝິນຢື້ປ້າວແມ່ນໜັງສືພິມສຽງຂອງຄະນະກຳມະການສູນກາງທີ່ເປັນອົງການການນຳສູງສຸດຂອງພັກຄອມມູນິດຈີນ. ໃນໜັງສືພິມ  19 ສະບັບ ນີ້, ມີ 3 ສະບັບໄດ້ລົງພິມບົດແຈ້ງຂ່າວໃນເວລາທ່ານຫງວຽນຟູຈອງເດີນທາງມາຢ້ຽມຢາມຈີນເມື່ອເດືອນມັງກອນປີ 2017. ອີກ 16 ສະບັບ, ທ່ານສີຈິ້ນຜິງ ແນະນຳໃຫ້ຮູ້ວ່າ: “ນີ້ແມ່ນໜັງສືພິມໃນເວລາທ່ານປະທານໂຮ່ຈີ່ມິນຢ້ຽມຢາມຈີນ ເມື່ອປີ 1955, ພວກເຮົາໄດ້ໃຊ້ເວລາຫຼາຍສົມຄວນຈຶ່ງຊອກໄດ້.” ທ່ານຫງວຽນຟູຈອງຟັງແລ້ວກໍດີໃຈຫຼາຍ, ທ່ານໄດ້ເບິ່ງຮູບຖ່າຍ ແລະ ບົດຄວາມເມື່ອ 60 ກວ່າປີກ່ອນເຫຼົ່ານີ້ຢ່າງລະອຽດ.

 


△ ໜັງສືພິມເຢີນໝິນຢື້ປ້າວໜ້າທຳອິດສະບັບວັນທີ 26 ມິຖຸນາປີ 1955

 

ຢູ່ໜ້າທຳອິດຂອງໜັງສືພິມເຢີນໝິນຢື້ປ້າວສະບັບວັນທີ 26 ມິຖຸນາປີ 1955, ມີຮູບຖ່າຍໃບໃຫຍ່ໃບໜຶ່ງທີ່ປະຈັກຕາເປັນພິເສດ, ນັ້ນແມ່ນ ທ່ານເໝົາເຈີຕົ່ງ,ທ່ານໂຈ່ເອິນຫຼາຍ ແລະ ຜູ້ນຳຮຸ່ນອາວຸໂສຂອງພັກຄອມມູນິດຈີນ ທ່ານອື່ນໆຖ່າຍຮູບຮ່ວມກັບທ່ານໂຮ່ຈີ່ມິນ. ບົດຄວາມທີ່ລົງພິມໃນເວລາດຽວກັນຍັງມີບົດ “ທ່ານປະທານໂຮ່ຈີ່ມິນນຳພາຄະນະຜູ້ແທນເດີນທາງມາເຖິງນະຄອນຫຼວງ ປັກກິ່ງ”, ບົດ “ທ່ານປະທານໂຮຈີ່ມິນເຂົ້າຢ້ຽມຄຳນັບທ່ານປະທານເໝົາເຈີຕົ່ງ” ແລະ ບົດອື່ນໆ. ມື້ລຸນມາ, ຢູ່ໜ້າທຳອິດຂອງໜັງສືພິມເຢີນໝິນຢື້ປ້າວຍັງໄດ້ລົງພິມຄຳປາໄສຕອນໜຶ່ງຂອງທ່ານໂຮ່ຈີ່ມິນທີ່ວ່າ: “ບໍ່ຕ້ອງສົງໄສເລີຍວ່າ, ມິດຕະພາບແລະສາຍພົວພັນທີ່ີແໜ້ນແຟ້ນລະຫວ່າງປະຊາຊົນສອງຊາດພວກເຮົາແມ່ນຊົ່ວນິລັນ ແລະ ໝັ້ນຄົງຂະໜົງແກ່ນ, ແມ່ນບໍ່ມີຜູ້ໃດສາມາດຍຸແຫຍ່ແລະ ສະກັດກັ້ນໄດ້.”


ວັນທີ 13 ພະຈິກປີ 2017, ຢູ່ເຮືອນເກົ່າຂອງທ່ານໂຮຈິມິນ, ທ່ານສີຈິ້ນຜິງ ແລະ ທ່ານຫງວຽນຟູຈອງ ທັງຍ່າງທັງລົມກັນ. ທ່ານສີຈິ້ນຜິງເວົ້າວ່າ: “ເມື່ອເຫັນຜູ້ທີ່ມີຄຸນສົມບັດສູງກໍຢາກຮຽນເອົາເປັນແບບຢ່າງ, ພວກເຮົາຄວນຮຽນເອົາແບບຢ່າງນຳທ່ານປະທານເໝົາເຈີຕົ່ງ, ທ່ານນາຍົກໂຈ່ເອິນຫຼາຍ ແລະ ທ່ານປະທານໂຮ່ຈີ່ມິນ, ສືບທອດແລະພັດທະນາໄມຕີຈິດມິດຕະພາບລະຫວ່າງຈີນ-ຫວຽດນາມໃຫ້ດີ, ເພື່ອສ້າງຄວາມສຸກໃຫ້ກັບປະຊາຊົນສອງປະເທດ.”

 

△ວັນທີ 13 ພະຈິກປີ 2017, ທ່ານຫງວຽນຟູຈອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມຮ່ວມກັບທ່ານສີຈິ້ນຜິງເດີນທາງໄປຢ້ຽມຢາມເຮືອນເກົ່າຂອງທ່ານໂຮຈິມິນ.


ຂອງຂວັນພິເສດສະບັບໜຶ່ງໄດ້ສະແດງໃຫ້ເຫັນເຖິງຄວາມຖະໜຸຖະໜອມຂອງທ່ານສີຈິ້ນຜິງທີ່ມີຕໍ່ມິດຕະພາບອັນເປັນມູນເຊື້ອທີ່ນັກປະຕິວັດຮຸ່ນອາວຸໂສຈີນ-ຫວຽດນາມເປັນຜູ້ສ້າງຂຶ້ນ, ຍິ່ງສະແດງໃຫ້ເຫັນເຖິງຜູ້ນຳສູງສຸດຂອງພັກ ແລະ ລັດຈີນໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ສາຍພົວພັນຈີນ-ຫວຽດນາມ.