ບ້ານສິລະປະໄມ້ໄຜ່ຕ້າວມີງ ເມືອງຊົງໂຈ່ ນະຄອນເສິງຕູ່

2022-11-03 13:22:48 CRI


ຕາແສງຕ້າວມີງຕັ້ງຢູ່ເມືອງຊົງໂຈ່ ນະຄອນເສິງຕູ່ຂອງຈີນ, ແມ່ນແຫຼ່ງທີ່ມາຂອງສີມືສານໄມ້ໄຜ້ຕ້າວມີງ ເຊິ່ງເປັນໜຶ່ງໃນບັນດາມໍລະດົກວັດທະນະທຳນາມມະທຳຂອງຈີນ, ອົງການປົກຄອງທ້ອງຖິ່ນໄດ້ສ້າງບ້ານສິລະປະໄມ້ໄຜ້ໂດຍອາໄສສີມືສານໄມ້ໄຜ່ຂອງຊາວບ້ານທ້ອງຖິ່ນ ເຊິ່ງໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດຈຳນວນຫຼວງຫຼາຍ.



ບ້ານສິລະປະໄມ້ໄຜ້ຕັ້ງຢູ່ໃນປ່າໄມ້ໄຜ່, ບໍ່ພຽງແຕ່ມີທິວທັດທີ່ສວຍງາມເທົ່ານັ້ນ, ນັກທ່ອງທ່ຽວຍັງສາມາດໄປສຳຜັດກັບສິລະປະດ້ານການສານເຄື່ອງໄມ້ໄຜ່ດ້ວຍຕົນເອງ, ມ່ວນຫຼາຍ. ປີ 2018, ບ້ານສິລະປະໄມ້ໄຜ່ຕ້າວມີງໄດ້ຮັບການປະກວດເປັນໜຶ່ງໃນ 10 ບ້ານແບບຢ່າງດ້ານການສ້າງຊົນນະບົດໃຫ້ຈະເລີນຂອງນະຄອນເສິງຕູ່.



ໃນຊຸມປີມໍ່ໆມານີ້, ບ້ານສິລະປະໄມ້ໄຜ່ຕ້າວມີງຍັງໄດ້ອາໄສມູນເຊື້ອວັດທະນະທຳໄມ້ໄຜ່ທີ່ມີປະຫວັດຍາວນານມາແລ້ວ, ພັດທະນະຂະແໜງການເສດຖະກິດລວມໝູ່ແບບໃໝ່ ເຊິ່ງມີການສຳຜັດທາງກະສິກຳ ເຮືອນພັກທີ່ເປັນເອກະລັກ ແລະຜະລິດຕະພັນວັດທະນະທຳທີ່ມີຫົວຄິດປະດິດສ້າງປະສົມປະສານກັນ, ຫັນປ່ຽນຮູບການຜະລິດແບບດັ້ງເດີມ, ໄດ້ສ້າງຜົນປະໂຫຍດດ້ານເສດຖະກິດໃຫ້ແກ່ຊາວບ້ານທ້ອງຖິ່ນຢ່າງແທ້ຈິງ.