ທ່ານສີຈິ້ນຜິງ ຈະກ່າວປາໄສຜ່ານທາງວິດີໂອໃນພິທີໄຂງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5

2022-11-03 14:34:59 cri


    ວັນທີ 3 ພະຈິກ 2022, ທ່ານນາງຊູ້ຈວຍຖິງ ໂຄສົກກະຊວງການຄ້າຈີນເປີດເຜີຍວ່າ: ພິທີໄຂງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ທັງເປັນກອງປະຊຸມເວທີປຶກສາຫາລືເສດຖະກິດສາກົນຫົງສຽວຈະຈັດຂຶ້ນຢູ່ນະຄອນຊຽງໄຮ້ໃນວັນທີ 4 ພະຈິກນີ້. ທ່ານສີຈິ້ນຜິງ ປະທານປະເທດຈີນຈະກ່າວປາໄສຜ່ານທາງວິດີໂອໃນພິທີດັ່ງກ່າວ.