ນັກເສດຖະສາດໂລກສະແດງຄວາມເປັນຫ່ວງວ່າ: ອາເມຣິກາປັບຂຶ້ນອັດຕາດອກເບ້ຍຢ່າງຕໍ່ເນື່ອງຈະເຮັດໃຫ້ເສດຖະກິດໂລກເລັ່ງລັດຊຸດໂຊມລົງ

2022-11-03 14:34:08 cri


ວັນທີ 3 ພະຈິກ 2022, ທະນາຄານກາງຂອງອາເມລິກາຫຼື FED ປະກາດປັບຂຶ້ນອັດຕາດອກເບ້ຍພື້ນຖານ 75 ຈຸດ, ນີ້ແມ່ນ FED ປັບຂຶ້ນອັດຕາດອກເບ້ຍຄັ້ງທີ 6 ໃນປີນີ້, ເຊິ່ງເຮັດໃຫ້ທົ່ວໂລກຮູ້ສຶກເປັນຫ່ວງໂດຍທົ່ວໄປ. ລາຍການ “ການເງິນທົ່ວໂລກ” ຂອງ CGTN ສັງກັດວິທະຍຸໂທລະພາບສູນກາງຈີນໄດ້ຮ່ວມກັບສະຖາບັນຄົ້ນຄວ້າການຄຸ້ມຄອງປະເທດ ແລະ ນິເວດຫາງສຽງຂອງມະຫາວິທະຍາໄລປະຊາຊົນຈີນໄດ້ຢັ່ງປະຊາມະຕິຕໍ່ນັກເສດຖະສາດ 100 ທ່ານຂອງໂລກ, ຜົນການຢັ່ງປະຊາມະຕິສະແດງໃຫ້ເຫັນວ່າ, ອາເມຣິກາປັບຂຶ້ນອັດຕາດອກເບ້ຍຢ່າງຕໍ່ເນື່ອງຈະເຮັດໃຫ້ເສດຖະກິດໂລກເລັ່ງລັດຊຸດໂຊມລົງ.

ຜົນການຢັ່ງປະຊາມະຕິສະແດງໃຫ້ເຫັນວ່າ, ນັກເສດຖະສາດຜູ້ໃຫ້ສຳພາດມີ 50% ເຫັນວ່າຄວາມຂັດແຍ້ງກັນດ້ານການຄ້າທີ່ອາເມຣິກາກໍ່ຂຶ້ນຕໍ່ປະເທດຈີນແມ່ນໜຶ່ງໃນສາເຫດຕົ້ນຕໍທີ່ພາໃຫ້ເກີດເງິນເຟີ້, ຜູ້ໃຫ້ສຳພາດມີ 57% ເຫັນວ່າສາເຫດຕົ້ນຕໍທີ່ພາໃຫ້ເກີດເງິນເຟີ້ແມ່ນອາເມຣິກາປະຕິບັດນະໂຍບາຍຜ່ອນຄາຍເງິນຕາທາງປະລິມານ ແລະ ພິມທະນະບັດຫຼາຍເກີນໄປ. ຜູ້ໃຫ້ສຳພາດມີ 73% ເຫັນວ່າການກະທຳຂອງອາເມຣິກາຈະເຮັດໃຫ້ທ່າອ່ຽງການພັດທະນາເສດຖະກິດຂອງໂລກຊຸດໂຊມລົງ, ຜູ້ໃຫ້ສຳພາດມີ 67% ຮຽກຮ້ອງໃຫ້ອາເມຣິກາຈົ່ງພິຈາລະນາເຖິງຜົນກະທົບຂອງຕົນທີ່ມີຕໍ່ເສດຖະກິດໂລກໃນເວລາອາເມຣິກາວາງນະໂຍບາຍ, ເພື່ອຫຼີກເວັ້ນບໍ່ໃຫ້ເສດຖະກິດໂລກທີ່ຕົກຢູ່ໃນສະພາບຊຸດໂຊມລົງແລ້ວນັ້ນໄດ້ຮັບຜົນກະທົບຢ່າງໜັກໜ່ວງກວ່າເກົ່າອີກ.