ໄທຜ່ອນຄາຍຄວາມຈຳກັດການຊື້ທີ່ດິນຂອງຄົນຕ່າງປະເທດ

2022-11-03 14:16:35 cri

ເມື່ອບໍ່ດົນມານີ້, ຄະນະລັດຖະບານໄທໄດ້ຜ່ານການຮັບຮອງຮ່າງຍັດຕິສະບັບໜຶ່ງ ໂດຍໄດ້ອະນຸຍາດໃຫ້ຄົນສັນຊາດຕ່າງປະເທດທີ່ລົງທຶນຢ່າງໜ້ອຍ 40 ລ້ານບາດຢູ່ໄທນັ້ນ ສາມາດຊື້ທີ່ດິນທີ່ຖືກຈັດເປັນປະເພດໃຊ້ສຳລັບອາຄານບ້ານເຮືອນຢູ່ບາງກອກ, ພັດທະຍາ ແລະຕົວເມືອງອື່ນໆ ຫຼາຍສຸດ 1600 ຕາແມັດ. ການລົງທຶນດັ່ງກ່າວຕ້ອງດຳເນີນໄປຢ່າງໜ້ອຍ 3 ປີ ແລະໂຄງການການລົງທຶນລວມທັງພັນທະບັດແຫ່ງຊາດ, ອະສັງຫະລິມະຊັບ ແລະກອງທຶນພື້ນຖານໂຄງລ່າງ. ກ່ອນໜ້ານີ້, ໄທອະນຸຍາດໃຫ້ແຕ່ຄົນສັນຊາດຕ່າງປະເທດຊື້ທີ່ດິນຜ່ານຮູບການລົງທະບຽນຕັ້ງບໍລິສັດຢູ່ໄທ ຫຼືເຊັນສັນຍາເຊົ່າໄລຍະຍາວກັບເຈົ້າຂອງທີ່ດິນເທົ່ານັ້ນ.

ສູນຂໍ້ມູນອະສັງຫະລິມະຊັບໄທຄາດຄະເນວ່າ: ພາຍຫຼັງລັດຖະບານໄທຜ່ອນຄາຍນະໂຍບາຍຊື້ທີ່ດິນແລ້ວ, ມູນຄ່າການລົງທຶນດ້ານອະສັງຫະລິມະຊັບຢູ່ໄທທີ່ບໍ່ແມ່ນພົນລະເມືອງທ້ອງຖິ່ນໃນແຕ່ລະປີອາດຈະເພີ່ມຂຶ້ນຮອດ 100 ຕື້ບາດ ເຊິ່ງຈະເພີ່ມຂຶ້ນໜຶ່ງເທົ່າເມື່ອທຽບໃສ່ມູນຄ່າການລົງທຶນດັ່ງກ່າວໃນໄລຍະກ່ອນມີການແພ່ລະບາດຂອງພະຍາດໂຄວິດ-19.