ສື່ມວນຊົນອັງກິດລາຍງານວ່າ: ລັດຖະບານອັງກິດໄດ້ກຽມແຜນສຸກເສີນເພື່ອຮັບມືກັບໄຟຟ້າມອດໃນທົ່ວປະເທດແລ້ວ

2022-11-03 14:20:14 cri

ລະດູໜາວໃກ້ຈະມາເຖິງແລ້ວ, ບັນຫາຄວາມໝັ້ນຄົງດ້ານພະລັງງານຢູ່ອັງກິດຍິ່ງເຮັດໃຫ້ຄົນທັງຫຼາຍເປັນຫ່ວງເປັນໃຍນຳ. ໜັງສືພິມ The Guardian ຂອງອັງກິດສະບັບວັນທີ 1 ພະຈິກນີ້ ໄດ້ເປີດເຜີຍເອກະສານລັບສະບັບໜຶ່ງ ໂດຍສະແດງໃຫ້ເຫັນວ່າ: ລັດຖະບານອັງກິດໄດ້ກຽມແຜນສຸກເສີນໄວ້ແລ້ວ ເພື່ອຮັບມືກັບກໍລະນີໄຟຟ້າມອດໃນທົ່ວປະເທດທີ່ອາດຈະດົນເຖິງ 7 ວັນ.

ອີງຕາມເອກະສານລັບສະບັບດັ່ງກ່າວສະແດງໃຫ້ເຫັນວ່າ: ລັດຖະບານອັງກິດຄາດວ່າຈະສະໜອງໄຟຟ້າເປັນປະຈຳໃຫ້ແກ່ພົນລະເມືອງ ແລະວິສາຫະກິດໃນເວລາເກີດມີກໍລະນີໄຟຟ້າມອດ ເພື່ອຕອບສະໜອງໄດ້ 60% ຂອງຄວາມຕ້ອງການໃຊ້ໄຟຟ້າໃນໄລຍະໄຟຟ້າມອດ.

ຜູ້ຮູ້ແຫຼ່ງຂ່າວກ່າວວ່າ: ລັດຖະບານອັງກິດບໍ່ຢາກເປີດເຜີຍແຜນການດັ່ງກ່າວ ຍ້ອນວ່າບໍ່ຢາກໃຫ້ປະຊາຊົນເອົາເລື່ອງໄຟຟ້າມອດໄປພົວພັນກັບການປະທະກັນລະຫວ່າງຣັດເຊຍກັບອູແກຣນ, ການສະໜອງພະລັງງານ ແລະຄ່າໃຊ້ຈ່າຍໃນການດຳລົງຊີວິດ. ແຕ່ການເປິກສາຫາລືກ່ຽວກັບແຜນການດັ່ງກ່າວໄດ້ພິສູດໃຫ້ເຫັນແລ້ວວ່າ: ເຈົ້າໜ້າທີ່ລັດຖະບານອັງກິດມີຄວາມເປັນຫ່ວງຢ່າງແທ້ຈິງຕໍ່ “ກໍລະນີທີ່ຂີ້ຮ້າຍທີ່ສຸດ” ທີ່ອາດຈະເກີດຂຶ້ນ.